ມີຜູ້ເສຍຊີວິດ ຢ່າງໜ້ອຍ 31 ຄົນ ແລະບາດເຈັບອີກຫຼາຍສິບຄົນ ທີ່ເມືອງ Qamishli ໃນພາກຕາເວັນອອກສຽງເໜືອຂອງຊີເຣຍໃກ້ໆຊາຍແດນເທີກີ ອີງຕາມກຸ່ມຕິດຕາມສິ້ງຊອມສະຖານະການໃນຊີເຣຍ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ອັງກິດ ກ່າວວ່າ ນຶ່ງໃນການໂຈມຕີ ດ້ວຍລະເບີດນັ້ນ ແມ່ນແນເປົ້າໃສ່ຕຶກໂຮງການລັດຖະບານທີ່ເປັນກອງບັນຊາການຮັກ ສາຄວາມປອດໄພ ຂອງລັດຖະບານຊາວເຄີດ ທີ່ຄວບຄຸມບໍລິເວນ ອ້ອມແອ້ມເມືອງ Qamishli.
ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີດັ່ງກ່າວ ຜ່ານທາງຖະແຫຼງ ການທີ່ພິມເຜີຍແຜ່ໂດຍເວັບໄຊອົງການຂ່າວ Aamaq ໂດຍກ່າວວ່າ ຕົນໄດ້ແນເປົ້າໝາຍໃສ່ກຳລັງຮັກສາຄວາມປອດໄພຊາວເຄີດ.
ກຸ່ມລັດອິສລາມກຳລັງຕໍ່ສູ້ກັບທະຫານບ້ານ YPG ຂອງຊາວເຄີດ ແລະເຄີຍທຳການໂຈມຕີທີ່ຄ້າຍຄືກັນນີ້ມາຫລາຍເທື່ອແລ້ວ ຢູ່ໃນເຂດດັ່ງກ່າວໃນໄລຍະຜ່ານມາ.
ການໂຈມຕີດ້ວຍລະເບີດສະຫຼະຊີບໄດ້ສັງຫານ ສະມາຊິກກຳລັງຮັກສາຄວາມປອດໄພພາຍໃນ ຂອງຊາວເຄີດ 6 ຄົນ ຊຶ່ງຮູ້ກັນ ໃນຊື່ Asayish ເມື່ອເດືອນເມສາຜ່ານມາ. ໃນເດືອນກໍລະກົດນີ້ ກຸ່ມລັດອິສລາມກໍໄດ້ທຳການໂຈມຕີດ້ວຍລະເບີດສະຫຼະຊີບທີ່ເຮັດໃຫ້ຢ່າງໜ້ອຍ 16 ຄົນເສຍຊີວິດຢູ່ເມືອງ Hasaka.