ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ນາຍທະຫານໄທ ວ່າ ສານເຄມີຕົ້ນທີ່ນຳໃຊ້ໃນການຜະລິດຢາບ້າ ແລະຢາໄອສ໌ ໃນລຸ່ມແມ່ນ້ຳຂອງ ຖືກລັກລອບຂົນສົ່ງມາຈາກ ຈີນ ແລະອິນເດຍ


ຢາບ້າ ຫຼື ຢາເມັດແອມແຟັດຕາມີນ ເປັນຢາເສບຕິດທີ່ທາງການໄທ ສາມາດຍຶດໄດ້ ຖືກວາງສະແດງໃນລະຫວ່າງກອງປະຊຸມຖະແຫລງຂ່າວ ເມື່ອວັນທີ 2 ພຶດສະພາ 2017.
ຢາບ້າ ຫຼື ຢາເມັດແອມແຟັດຕາມີນ ເປັນຢາເສບຕິດທີ່ທາງການໄທ ສາມາດຍຶດໄດ້ ຖືກວາງສະແດງໃນລະຫວ່າງກອງປະຊຸມຖະແຫລງຂ່າວ ເມື່ອວັນທີ 2 ພຶດສະພາ 2017.

ນາຍທະຫານໄທ ຢືນຢັນວ່າ ສານເຄມີຕົ້ນທີ່ນຳໃຊ້ໃນການຜະລິດຢາບ້າ ແລະຢາໄອສ໌ໃນເຂດລຸ່ມແມ່ນ້ຳຂອງ ຖືກລັກລອບຂົນສົ່ງມາຈາກປະເທດຈີນ ແລະອິນເດຍ ໂດຍໃຊ້ມຽນມາກັບລາວ ເປັນບ່ອນຮອງຮັບສານເຄມີດັ່ງກ່າວ.

ນາຍທະຫານໃນໜ່ວຍສະເພາະກິດ ເພື່ອການປາບປາມການຄ້າຢາເສບຕິດຂ້າມຊາດຢູ່ທີ່ເຂດຊາຍແດນໃນພາກເໜືອຂອງປະເທດ ເປີດເຜີຍວ່າ ປະເພດຂອງອາຊະຍາກຳທີ່ມີມູນຄ່າ ຄິດເປັນຕົວເງິນສູງທີ່ສຸດໃນເຂດພາກເໜືອຂອງໄທ ໃນປັດຈຸບັນກໍຄືການຄ້າຢາເສບຕິດ ໂດຍສະເພາະແມ່ນຢູ່ໃນເຂດລຸ່ມນ້ຳຂອງ ທີ່ເປັນຊາຍແດນລະຫວ່າງມຽນມາ ລາວ ແລະໄທ ຫຼືເຂດສາມຫຼ່ຽມຄຳນັ້ນ ກໍແມ່ນເຂດທີ່ມີການລັກລອບຜະລິດ ແລະຄ້າຢາບ້າກັບຢາໄອສ໌ ຫຼາຍທີ່ສຸດໃນໂລກ ຊຶ່ງເຫັນໄດ້ຈາກການຈັບຜູ້ຕ້ອງຫາ ແລະຍຶດຢາເສບຕິດໄດ້ເພີ້ມຂຶ້ນນັບມື້ ຫາກແຕ່ບັນຫາກໍບໍ່ໄດ້ເບົາບາງລົງ ແລະຍັງໜັກໜາຂຶ້ນນັບມື້ອີກດ້ວຍ ກໍເພາະວ່າ ຜົນປະໂຫຍດຫຼືວ່າ ເງິນທີ່ໄດ້ຈາກການຄ້າຢາເສບຕິດນັ້ນ ມີມູນຄ່າມະຫາສານນັ້ນເອງ.

ດັ່ງທີ່ນາຍທະຫານໄທ ໃນໜ່ວຍສະເພາະກິດດັ່ງກ່າວ ໄດ້ໃຫ້ການຢືນຢັນວ່າ:

“ໃນສ່ວນຂອງໄທເອງ ທີ່ເອົາໄປຜະລິດໃນຕ່າງປະເທດ ບາງສ່ວນມັນເປັນພຽງແຕ່ສານເຄມີ ແຕ່ງສີ-ແຕ່ງກິ່ນ ຊຶ່ງບາງຄັ້ງມັນກໍບໍ່ຜິດກົດໝາຍ ແລ້ວບາງທີ ເຮົາກໍບໍ່ຮູ້ວ່າ ເຂົາເອົາໄປເຮັດຢາເສບຕິດ ຫຼືບໍ່? ແຕ່ວ່າ ຖ້າເປັນສານຕັ້ງຕົ້ນເລີຍ ຈາກໄທ ເຂົ້າໄປ ຂ້ອຍຢືນຢັນວ່າ ບໍ່ໜ້າມີ ແຕ່ວ່າ ມາຈາກທາງປະເທດເພື່ອນບ້ານ ມາຈາກທາງຈີນ ທາງອິນເດຍ ທາງລາວ ເຮົາກໍໄດ້ໄປລົມກັບທາງຈີນ ທາງມຽນມາ ໃຫ້ເຂົາຊ່ວຍໃນການຮ່ວມມືສະກັດກັ້ນ ຫຼ້າສຸດ ທີ່ຂ້ອຍປະຊຸມກັບທີມຂ່າວທັງໝົດ ຄາດວ່າ ມີຢາບ້າຖ້າການນຳເຂົ້າຢູ່ 70-80 ລ້ານເມັດ ເຫດຜົນກໍຄື ເຂົາຕ້ອງການທີ່ຈະລະບາຍຢາເສບຕິດ ແລະຢາເສບຕິດໂຕນີ້ ມັນຜະລິດງ່າຍຈາກສານສັງເຄາະ.”

ແລະດັ່ງທີ່ ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຢືນຢັນວ່າ: “ຂໍໃຫ້ທຸກໜ່ວຍງານເຮັດວຽກໃກ້ຊິດປະຊາຊົນ ຈະຕ້ອງໃຫ້ຊຸມຊົມມີສ່ວນຮ່ວມ ຜູ້ຄ້າຕ້ອງຖືກຈັດການຢ່າງເດັດຂາດ ຄົນເຫຼົ່ານີ້ ເປັນອາຊະຍາກອນທີ່ບໍ່ຢ້ານຕິດຄຸກ ຕິດຕາລາງ ແຕ່ພວກເຂົາຢ້ານທີ່ສຸດ ຄືການຖືກຍຶດຊັບທີ່ໄດ້ມາ ຂໍໃຫ້ທຸກໜ່ວຍງສນເລັ່ງດຳເນີນການໃຊ້ກົດໝາຍຍຶດຊັບໃຫ້ໄດ້ໂດຍໄວທີ່ສຸດ ຢ່າໃຫ້ເກີດການໂອນຊັບຢ່າງເດັດຂາດ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG