ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢາເສບຕິດ ກໍາລັງຫລັ່ງໄຫລເຂົ້າລາວ ນັບມື້ນັບເພີ້ມຂຶ້ນ ເຮັດໃຫ້ລາຄາຖືກລົງ ແລະມີຄົນຕິດຢາເສບຕິດຫຼາຍຂຶ້ນ 


ປ້າຍໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ມີປ້າຍບອກເຖິງປອດຄວັນຢາສູບ.
ປ້າຍໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ມີປ້າຍບອກເຖິງປອດຄວັນຢາສູບ.

ຢາບ້າຊຶ່ງເປັນສິ່ງເສບຕິດທີ່ເຮັດໃຫ້ຄົນຕິດສູງນັ້ນ ໄດ້ຫລັ່ງໄຫລເຂົ້າມາລາວ ຊຶ່ງເຮັດໃຫ້ມີລາຄາຖືກຫລາຍກວ່າແຕ່ກ່ອນ ແລະເຮັດໃຫ້ມີຄົນຕິດຢານັບ ມື້ນັບເພີ້ມຂຶ້ນ, ອີງຕາມການບອກເລົ່າ ຂອງເຈົ້າໜ້າທີ່ ແລະການສັງເກດການຜູ້ຂາຍຢາປິ່ນປົວ ຄົນຕິດຢາເສບຕິດ
ບາງຄົນ ຊຶ່ງ ກິ່ງສະຫວັນ ມີລາຍງານ ນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:04 0:00
ລິງໂດຍກົງ

ເຖິງແມ່ນການລະບາດຢ່າງໜັກຂອງພະຍາດໂຄວິດ-19 ທີ່ສົ່ງຜົນເຮັດໃຫ້ມີການ ປິດ
ປະເທດເປັນບາງສ່ວນຫລືບາງໄລຍະ ນັບແຕ່ຕົ້ນປີກາຍນີ້ເປັນຕົ້ນມາ ແລະ ເຮັດໃຫ້ລາ
ຄາສິນຄ້າຫລາຍຢ່າງ ຢູ່ໃນລາວ ແພງຂຶ້ກໍຕາມ ແຕ່ວ່າຢາບ້າ ຫລື methamphetamine
ຊຶ່ງເປັນສານເຄມີໃສໆ ທີ່ມີປະສິດທິພາບສູງນັ້ນ ກັບມີ ລາຄາຖືກລົງ ແລະກໍເຮັດໃຫ້ພວກ
ເສບຢາຊະນິດນີ້ ທີ່ມີລາຍໄດ້ຕໍ່າ ມີຄວາມສາມາດຊື້ໄດ້ຫລາຍ ແລະຂາຍງ່າຍຂຶ້ນ. ສະພາບ
ການດັ່ງກ່າວເຮັດໃຫ້ຄົນລາວຕິດຢາເສບຕິດຢ່າງແຜ່ຫລາຍ ແລະມີທ່າອ່ຽງເພີ້ມຂຶ້ນ ດັ່ງ
ການສັງເກດຂອງພໍ່ຄ້າຂາຍຢາສະໝຸນໄພ ປົວຄົນຕິດຢາເສດຕິດທ່ານນຶ່ງ ໃນນະຄອນ
ຫລວງວຽງຈັນວ່າ:

“ຢູ່ເຂດເຮົາແຮງໂຄດຫລາຍແທ້ ມັນກະຂາຍຖືກຄືເຂົ້າໜົມເຂົ້າຕົ້ມຫັ້ນນະ ເມັດໜຶ່ງກະສອງສາມພັນ ເອີສາມພັນເຂົາກິນດຽວນະ ຢູ່ໃຕ້ແຮງຫລາຍແຫລະຢູ່ຄໍາມ່ວນ ຢູ່ຫຍັງເຂົາຂາຍເມັດລະສາມພັນ ມື້ວານນີ້ ກະມີຜູ້ນຶ່ງ ໂອ້ຍຢາກຢູ່ບ້ານ ເກືອບໝົດຄອບຄົວ ບາງຄອບຄົວກິນທັງລູກທັງເມຍ ເພາະວ່າມັນລາຄາຖືກ ມັນຖືກຫລາຍ ບໍ່ຄືແຕ່ກີ້ເມັດໜຶ່ງສາມສິບ ຊາວພັນແຕ່ດຽວນີ້ມັນຖືກ ແຕ່ວ່າຢູ່ ເໜືອມັນກະແພງກວ່າຢູ່ໃຕ້ ຢູ່ໃຕ້ເມັດ
ລະສາມພັນ ຢູ່ເໜືອລະເມັດລະ ຫ້າພັນ”

ທັງນີ້ກໍຍ້ອນວ່າ ຢາບ້າ ແລະຢາເສບຕິດປະເພດອື່ນ ກໍາລັງຫລັ່ງໄຫລອອກ ມາ ຈາກເຂດສາມຫລ່ຽມຄຳຊຶ່ງກໍຄືເຂດທີ່ມີຊາຍແດນຈອດກັນລະຫວ່າງ 3 ປະເທດ ຄືລາວ, ໄທ ແລະ ມຽນມາ. ດັ່ງວີໂອເອໄດ້ສະເໜີໄປ ໃນຕົ້ນເດືອນນີ້ ຢາບ້າແລະເຮໂຣອີນກຳລັງຫຼັ່ງໄຫຼອອກມາ ໃນປະລິມານຫຼວງຫລາຍຢ່າງເປັນປະຫວັດ ການຈາກຫ້ອງທົດລອງທັງຫຼາຍຂອງເຂດສາມຫລ່ຽມຄຳ ເຊິ່ງກວມເອົາເຂດຊາຍ ແດນຈອດກັນລະຫວ່າງລາວ, ມຽນມາ ແລະໄທ ແລະບັນດານັກຄ້າຢາເສບຕິດໃນຂົງເຂດເອເຊຍ ມີລາຍໄດ້ເຖິງ 70 ຕື້ໂດລາຕໍ່ປີ ໃນການລັກລອບຄ້າຂາຍສິນຄ້າທີ່ຜິດກົດໝາຍ. ປະເທດໄທແມ່ນປະຕູອອກໄປສູ່ຕະຫຼາດຢາເສບຕິດທີ່ໃຫຍ່ທີ່ສຸດໃນອອສເຕຣເລຍ ແລະຍີ່ປຸ່ນ.

ສ່ວນຢູ່ໃນລາວນັ້ນ, ຕາມການສັງເກດຂອງເຈົ້າໜ້າທີ່ປາບປາມຢາເສບຕິດທ່ານ ນຶ່ງໃນເຂດນະຄອນຫລວງວຽງຈັນທີ່ເຫັນວ່າການຄ້າຂາຍຢາເສບຕິດກໍມີທ່າອ່ຽງ ເພີ້ມຂຶ້ນເຊັ່ນກັນ. ເມື່ອຖາມເຖິງທີ່ມາຂອງຢານີ້ທ່ານຕອບວ່າ:

“ບ່ອນຜະລິດເຮົາກະບໍ່ແນ່ໃຈ ເພາະວ່າດຽວນີ້ກະຄືທາງເສັ້ນສາຍເໜືອ ເຂົ້າມາຈັບຕະຫລອດຢູ່ບໍ່ແກ້ວເດເນາະ. ສ່ວນຫລາຍກະຈັດສົ່ງມາຕະຫລອດ ແຕ່ເກົ່າມັນກະມາ
ແຕ່ພະມ້າ ເຂດສາມຫລ່ຽມຄໍາພຸ້ນແຫລະ. ແຕ່ວ່າດຽວນີ້ ມັນກະ ຊິມີການເຄື່ອນໄຫວຢູ່ບ້ານເຮົາ ກໍອາດຈະມີຄົນຕ່າງປະເທດໜີ້ເນາະ. ນໍາເຂົ້າມາຫລາຍຢູ່ບ້ານເຮົາ ບໍ່ວ່າຈີນ ບໍ່ວ່າມຽນມາ, ບໍ່ວ່າໄທເນາະ.”

ພ້ອມກັນນັ້ນ ກໍອາດຈະມີການຜະລິດຂະຫຍາຍມາຕັ້ງຢູ່ໃນລາວກໍເປັນໄດ້. ເມື່ອ ຖືກຖາມວ່າ ອາດຈະມີການນໍາເອົາອຸປະກອນ ແລະວັດຖຸດິບເຂົ້າມາຕິດຕັ້ງ ຢູ່ໃນລາວຫລືບໍ່ນັ້ນ ເຈົ້າໜ້າທີ່ປາບປາມຢາເສບຕິດຄົນດັ່ງກ່າວຕອບວ່າ: ​


“ເອີ້ ອາດຈະມີແນວນັ້ນ, ມີເນາະ ຜ່ານມາເຮົາ ກະເຄີຍແກ້ໄຂຢູ່ ແຕ່ວ່າມັນກະມີຈໍານວນໜ້ອຍ ເພາະພວກນີ້ມັນກາມີການຈັດຕັ້ງທີ່ເລິກແລບແນບນຽນເນາະ.”

ເຖິງແມ່ນວ່າ ໃນເດືອນມັງກອນຜ່ານມາທ້າວ ເຊຈີລົບ ທີ່ນະຄອນອາມສະເຕີດາມ (Amsterdam) ແລະຜູ້ຮອງຂອງລາວ ກໍຄື ທ້າວ ລີຈຸນ ສຸກ ຖືກຈັບຢູ່ໃນເຂດໃຈກາງບາງກອກໃນທ້າຍປີກາຍນີ້ແລ້ວກໍຕາມ ແຕ່ວ່າການຄ້າຂາຍແລະ ຜະລິດຢາທີ່ຜິດກົດໝາຍດັ່ງກ່າວ ກໍຍັງມີທ່າອ່ຽງເພີ້ມຂຶ້ນ ທັງນີ້ກໍເພາະວ່າ ການຄ້າຂາຍຢາເສບຕິດຂ້າມຊາດທີ່ວ່ານີ້ ມີການຈັດຕັ້ງຢ່າງແໜ້ນໜາ, ອີງຕາມລາຍງານຂອງວີໂອເອໃນຕົ້ນເດືອນນີ້.

ພ້ອມກັນນີ້ ຊົງລິດ ໂພນເງິນ ໃນອາທິດແລ້ວນີ້ ໂດຍອ້າງອີງເຖິງຄໍາເຫັນຂອງ ພັນເອກຈັນຫອມ ແກ້ວສຸລະໄຊ, ຮອງຜູ້ບັນຊາການປ້ອງກັນຄວາມສະຫງົບນະ ຄອນຫຼວງວຽງຈັນ ລາຍງານວ່າ ການເຄື່ອນໄຫວຄ້າຂາຍຢາເສບຕິດທີ່ມີລັກສະ ນະເປັນຂະບວນຂ້າມຊາດນີ້ ບວກໃສ່ກັບສະພາບທີ່ວ່າ ບັນດາຜູ້ນຳກຸ່ມແກັ່ງໄດ້ແຝງຕົວຢູ່ໃນສັງຄົມຊັ້ນສູງອີກດ້ວຍນັ້ນ ເຮັດໃຫ້ການປາບປາມຂະບວນການລັກ ລອບຄ້າຢາເສບຕິດໃນລາວເປັນການຍາກ.

ສະຫລຸບແລ້ວ ການຄ້າຢາເສບຕິດຂ້າມຊາດທີ່ມີແຫລ່ງຜະລິດທີ່ທັນສະໄໝຢູ່ໃນ ເຂດສາມຫລ່ຽມຄໍາ ແລະມີອົງການຈັດຕັ້ງດີ ເຮັດໃຫ້ລາຄາຢາເສບຕິດຫລັ່ງໄຫຼ ເຂົ້າມາລາວຫລາຍຂຶ້ນ ໃນຂະນະທີ່ການປາບປາມຢາເສບຕິດໃນລາວຍັງປະສົບ ຄວາມຫຍຸ້ງຍາກຍ້ອນຫລາຍບັນຫາ ແລະປາກົດວ່າ ອາດມີແຫລ່ງການຜະລິດຢາປະເພດນີຢູ່ພາຍໃນລາວອີກດ້ວຍນັ້ນ ຍິ່ງເຮັດໃຫ້ເປັນການສະດວກແກ່ການຊື້ຂາຍຢາປະເພດນີ້ ແລະເຮັດໃຫ້ຈໍານວນຄົນຕິດຢາເສບຕິດ ມີທ່າອ່ຽງເພີ້ມ

XS
SM
MD
LG