ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລັກລອບຄ້າຢາເສບຕິດ ໃນລຸ່ມແມ່ນ້ຳຂອງ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ຂະນະດຽວກັນ ລາວ ຕ້ອງການ ການຊ່ອຍເຫຼືອ


ຢາບ້າ ຈຳນວນ 10 ລ້ານເມັດ ທີ່ທາງການລາວ ຢຶດໄດ້ຈາກນັກຄ້າຢາເສບຕິດລາຍໃຫຍ່ ໃນແຂວງບໍ່ແກ້ວ.
ຢາບ້າ ຈຳນວນ 10 ລ້ານເມັດ ທີ່ທາງການລາວ ຢຶດໄດ້ຈາກນັກຄ້າຢາເສບຕິດລາຍໃຫຍ່ ໃນແຂວງບໍ່ແກ້ວ.

ການລັກລອບຄ້າຢາເສບຕິດ ໃນລຸ່ມແມ່ນ້ຳຂອງຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການຂົນສົ່ງຈາກມຽນມາ ຜ່ານລາວ ນັ້ນ ຍັງເຮັດໃຫ້ຕຳຫຼວດລາວ ຕ້ອງການຄວາມຊ່ວຍເຫຼືອຈາກຕ່າງປະເທດເພີ້ມຂຶ້ນດ້ວຍ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານວິໄຊ ໄຊຍະມົງຄົນ ເລຂາທິການໃນຄະນະກຳມະການປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ ຖະແຫລງວ່າ ການລັກລອບຂົນສົ່ງແລະຄ້າຢາເສບຕິດໃນເຂດລຸ່ມແມ່ນ້ຳຂອງ ຍັງມີທ່າອຽງເພີ້ມຂຶ້ນ ທັງຍັງເປັນຂະບວນການຂະໜາດໃຫຍ່ ທີ່ມີເຄືອຂ່າຍຢ່າງກວ້າງຂວາງອີກດ້ວຍໂດຍເຫັນໄດ້ຈາກການຈັບກຸມນັກຄ້າຢາ ແລະຢຶດຢາເສບຕິດໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ອັນເຮັດໃຫ້ທາງການຂອງ 6 ປະເທດໃນລຸ່ມແມ່ນ້ຳຂອງ ກໍຄື ທາງການຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມນັ້ນ ຈະຕ້ອງເສີມສ້າງການຮ່ວມມືກັນເຂົ້າໃນປະຕິບັດການປາບປາມໃຫ້ມີປະສິດທິຜົນສູງ ແລະເທົ່າທັນກັບການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດຂ້າມຊາດໃຫ້ໄດ້ ຮວມເຖິງການສະກັດກັ້ນການລັກລອບຂົນສົ່ງສານເຄມີທີ່ໃຊ້ໃນການຜະລິດຢາເສບຕິດດ້ວຍ ດັ່ງທີ່ທ່ານວິໄຊ ໄດ້ໃຫ້ການຢືນຢັນວ່າ:

“ຈີນ ມຽນມາ ລາວ ໄທ ຫວຽດນາມ ແລະກຳປູເຈຍ ໄດ້ຮ່ວມກັນສະກັດກັ້ນສານເຄມີບໍ່ໃຫ້ໄປຮອດແຫລ່ງຜະລິດແລະການສະກັດຢາເສບຕິດຈາກແຫລ່ງຜະລິດບໍ່ໃຫ້ອອກໄປປະເທດທີສາມ ແລ້ວກໍໃນສູນປະສານງານແມ່ນ້ຳຂອງ ກໍຈະມີແຜນປະຕິບັດການຮ່ວມກັນໃນສາມຫຼ່ຽມຄຳ ແລະໄດ້ດຳເນີນການໂດຍລັດຖະມົນຕີ ແຕ່ລະປະເທດໄດ້ຕົກລົງຮ່ວມກັນໃນການກຳນົດແຜນຂຶ້ນມາ ນອກຈາກນີ້ ເຮົາກໍຍັງມີໂຄງການຮ່ວມມືປາບປາມທາງສະໜາມບິນແລະທ່າເຮືອທີ່ເປັນການສະກັດກັ້ນສານເຄມີ ແລະຢາເສບຕິດ.”

ສ່ວນທ່ານ ເຈີເຣີມີ ດັກກລາສ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການຄວບຄຸມອາຊະຍາກຳແລະຢາເສບຕິດ (UNODC) ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ແລະປາຊີຟິກ ໃຫ້ການຢືນຢັນວ່າ ການດຳເນີນມາດຕະຕະການປາບປາມການຄ້າຢາເສບຕິດຢ່າງເຂັ້ມງວດຂອງທາງການໄທ ໄດ້ສົ່ງຜົນເຮັດໃຫ້ນັກຄ້າຢາເສບຕິດຂ້າມ​ຊາດ​ໄດ້​ເຂົ້າ​ໄປ​ນຳ​ໃຊ້​ປະ​ເທດ​ລາວ ເປັນ​ເສັ້ນ​ທາງ​ຜ່ານ​ຂອງ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກເຂດສາມຫຼ່ຽມຄຳ ໄປປະເທດໃນເຂດລຸ່ມນ້ຳຂອງດ້ວຍກັນ ເພື່ອສົ່ງຕໍ່ໄປຕ່າງປະເທດເພີ້ມຂຶ້ນນັບມື້ ທັງຍັງເປັນການຂົນສົ່ງຢາເສບຕິດທີ່ມີຈຳນວນຫຼາຍອີກດ້ວຍ ຊຶ່ງສາເຫດທີ່ສາມາດຈັດຕັ້ງໄດ້ດັ່ງກ່າວ ກໍຍ້ອນວ່າ ແກັ່ງຄ້າຢາເສບຕິດໃນລາວ ໄດ້ກາຍເປັນເຄືອຂ່າຍດຽວກັນກັບໃນມຽນມາແລ້ວ ໂດຍສະເພາະແມ່ນແຂວງບໍ່ແກ້ວນັ້ນ ກໍຄືເຂດເຊື່ອມຕໍ່ກັບມຽນມາ ທີ່ສຳຄັນທີ່ສຸດ.

ທັງນີ້ ໂດຍຈາກການຮ່ວມລາດຕະເວນໃນແນວນ້ຳຂອງ ລະຫວ່າງທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໃນປີ 2021 ທີ່ຜ່ານມາ ສາມາດປາບປາມການລັກລອບຄ້າຢາເສບຕິດໄດ້ 8,325 ກໍລະນີຈັບຜູ້ຕ້ອງຫາ 8,043 ຄົນ ຢຶດຢາເສບຕິດເກີນກວ່າ 35 ໂຕນ ອາວຸດແລະອຸປະກອນສື່ສານທັນສະໄໝກວ່າ 2 ໝື່ນລາຍການ ໃນນີ້ເກີນກວ່າ 90 ເປີເຊັນ ເປັນການຈັບກຸມຜູ້ຕ້ອງຫາແລະຢຶດຂອງກາງໄດ້ໃນເຂດສາມຫຼ່ຽມຄຳ ທີ່ເປັນເຂດຊາຍແດນໃນແມ່ນ້ຳຂອງລະຫວ່າງ ມຽນມາ-ລາວ-ໄທ ນັ້ນ.

ສະພາບການດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ການບັນລຸເປົ້າໝາຍວາລະແຫ່ງຊາດວ່າດ້ວຍ ການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງໃນປີ 2023 ດ້ວຍ ໂດຍກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນບັນຊີລາຍຊື່ຂອງນັກຄ້າຢາເສບຕິດທີ່ເປັນເປົ້າໝາຍ ໃນການຕິດຕາມຈັບກຸມ 2,299 ຄົນ ໃນນີ້ກໍມີເຖິງ 1,996 ຄົນ ເປັນເຄືອຂ່າຍຂະບວນການຄ້າຢາເສບຕິດຂ້າມຊາດ ສ່ວນ 196 ຄົນນັ້ນ ໄດ້ພົ້ນໂທດແລ້ວ ແຕ່ຍັງສືບຕໍ່ການຄ້າຢາເສບຕິດ ແລະ 7 ຄົນເປັນນັກໂທດທີ່ຫລົບໜີຈາກສະຖານຄຸມຂັງ ພ້ອມກັນນີ້ ກໍຍັງໄດ້ອອກໝາຍຈັບຜູ້ຕ້ອງຫາໃນຄະດີຄ້າຢາເສບຕິດເພີ້ມຂຶ້ນ 100 ຄົນ ຮວມທັງການຈັດທຳບົດບັນທຶກກັບສະຖານບັນເທີງເພື່ອໃຫ້ການຮ່ວມມືໃນການສະກັດກັ້ນ ແລະປ້ອງກັນການຄ້າຢາເສບຕິດດ້ວຍ ດັ່ງທີ່ເຈົ້າໜ້າທີ່ຕຳຫຼວດໃນເຂດເມືອງສີໂຄດຕະບອງ ນະຄອນວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ກອງບັນຊາການພວກເຮົານີ້ ກະໄດ້ສຸມໃສ່ອັນທີ 1 ແມ່ນວຽກງານໂຄສະນາ ກໍໄດ້ຈັດຕັ້ງ​ປະ​ຕິ​ບັດໃນ 60 ບ້ານ ຖືວ່າມາຮອດປັດຈຸບັນນີ້ ກໍສຳເລັດໃນການໃຫ້ຄວາມຮູ້ກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ອົງການປົກຄອງບ້ານ ພວກເຮົາເລັ່ງໃສ່ໃນການໂຄສະນາໃຫ້ແກ່ຊຸມຊົນຜ່ານທາງໂທລະໂຂ່ງ ແລ້ວການຮ່ວມປະຊຸມໄດ້ທົ່ວໝົດບ້ານ ເຜີຍແຜ່ຜົນຮ້າຍໃຫ້ແກ່ໂຮງຈັກໂຮງງານ ແລ້ວກະນອກຈາກນັ້ນ ກໍໄດ້ສຸມໃສ່ໃນການເຮັດບົດບັນທຶກສຶກສາອົບຮົມບໍ່ໃຫ້ຫຍຸ້ງກ່ຽວກັບຢາເສບຕິດ ໃຫ້ກັບຫ້າງຮ້ານທີ່ມີຄວາມສ່ຽງ 355 ຮ້ານ.”

ໂດຍການທີ່ລາວ ໄດ້ຖືກໃຊ້ເປັນທາງຜ່ານໃນການລັກລອບຂົນສົ່ງຢາເສບຕິດເພີ້ມຂຶ້ນດັ່ງກ່າວ ກໍຍັງເຮັດໃຫ້ທາງການໄທ ມອງວ່າ ເປັນສາເຫດສຳຄັນທີ່ເຮັດໃຫ້ໄທ ຕ້ອງຮອງຮັບຢາເສບຕິດຈາກເຂດສາມຫຼ່ຽມຄຳເພີ້ມຂຶ້ນນັບມື້ ຈຶ່ງຈະຕ້ອງຂະຫຍາຍການຮ່ວມມືເຂົ້າໃນການປາບປາມແລະໃຫ້ການຊ່ວຍເຫຼືອຫຼາຍຂຶ້ນແກ່ທາງການລາວ ໂດຍສະເພາະແມ່ນການສະໜັບສະ​ໜູນລາວ ໃນການຂະຫຍາຍຜົນການຈັບກຸມ ດ້ວຍການມອບອຸປະກອນສືບສວນ-ສອບສວນ ແລະອຸປະກອນສື່ສານທີ່ທັນສະໄໝ ໃຫ້ຕຳຫຼວດປາບປາມຢາເສບຕິດລາວ.

XS
SM
MD
LG