ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຄ້າຢາເສບຕິດ ໃຊ້ ລາວແລະຫວຽດນາມ ເປັນທາງຜ່ານຂົນສົ່ງ ຢາເສບຕິດ ໄປຕ່າງປະເທດ


ໂຮງຮຽນ ແຫ່ງນຶ່ງໃນລາວ ທີ່ປະຕິບັດ ໂຄງການປອດຢາເສບຕິດ
ໂຮງຮຽນ ແຫ່ງນຶ່ງໃນລາວ ທີ່ປະຕິບັດ ໂຄງການປອດຢາເສບຕິດ
ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ນໍາ​ໃຊ້​ເຂດ​ຊາຍ​ແດນ ລະ
ຫວ່າງ​ລາວ​ກັບ​ຫວຽດນາມ​ເປັນ​ທາງ​ຜ່ານ​ໃນ​ການ​ລັກລອບ​ຂົນ​ສົ່ງ​
ຢາ​ເສບ​ຕິດ​ຈາກເຂດສາມຫຼ່ຽມ​ຄໍາ​ ໄປ​ຍັງ​ຕ່າງປະ​ເທດ​ ຫຼາຍ​ຂຶ້ນ
ນັບ​ມື້.


ຄະນະ​ກໍາມະການ​ຄວບ​ຄຸມ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​
ລາວ ລາຍ​ງານ​ວ່າ​ ເຂດ​ຊາຍ​ແດນ​ທາງບົກ​ ລະຫວ່າງ​ລາວ​ກັບ​
ຫວຽດນາມ ​ໄດ້​ຖືກ​ແກ໊ງ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ ​ໃຊ້​ເປັນ​ເສັ້ນ
ທາງ​ຜ່ານ​ ໃນ​ການ​ລັກລອບ​ຂົນ​ຢາ​ເສບ​ຕິດ​ ຈາກ​ເຂດ​ສາມ​ຫຼ່ຽມຄໍາ ຜ່ານ​ພາກ​ເໜືອ​ຂອງ​ລາວ​ ໄປ​ຕ່າງປະ​ເທດ​ ຫຼາຍ​ຂຶ້ນນັບ​ມື້.

​ເສັ້ນທາງ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ ​ທີ່​ແກ໊ງ​ຄ້າ​ຢາ​ເສບຕິດ​ນໍາ​ໃຊ້​ຫຼາຍ​ທີ່​ສຸດ​ໃນລາວກໍຄື
ຖະໜົນ​ເລກທີ 13 ຈາກ​ພາກ​ເໜືອ​ ຕໍ່​ມາ​ຍັງ​ຖະໜົນ​ເລກ 9 ​ໃນ​ແຂວງ​ສະຫວັນ​ນະ​ເຂດ
ຕໍ່ຈາກ​ເສັ້ນທາງ​ແກ໊ງຄ້າຢາ​ເສບ​ຕິດ ​ທີ່​ຮ່ວມ​ມື​ກັນ​ລະຫວ່າງ​ຄົນ​ລາວ​ກັບ​ຊາວ​ຕ່າ​ງຊາດ
ກໍ​ຈະ​ແຍກ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ອອກ​ເປັນ 2 ​ເສັ້ນທາງ ກໍ​ຄື​ການ​ລັກລອບຂົນ​ສົ່ງຢາ​
ເສບ​ຕິດ​ ຕໍ່ໄປ​ຍັງ​ຫວຽດນາມ ​ແລະ​ການ​ຂົນ​ສົ່ງ​ຂ້າມ​ແມ່​ນໍ້າຂອງ​ ໄປ​ຍັງ​ເຂດ​ພາກ​ອີສານ​
ຂອງ​ໄທ. ​

ແຕ່ຢ່າງໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ​ທາງ​ການ​ໄທ​ກໍ​ໄດ້​ດໍາ​ເນີນ​ມາດ​ຕະການປາບ​ປາມ​ການ​
ຄ້າ​ຢາ​ເສບ​ຕິດ​ ຢ່າງ​ເຂັ້ມ​ງວດ​ ໃນ​ທຸກ​ດ້ານທີ່​ມີ​ເຂດ​ຊາຍ​ແດນ​ຕິດ​ຕໍ່​ ກັບປະ​ເທດ​ເພື່ອນ​
ບ້ານ ຈຶ່ງ​ເຮັດໃຫ້ກຸ່ມ​ແກ໊ງຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໄດ້​ຫັນ​ໄປໃຊ້​ຖະໜົນ​ເລກທີ 9 ​ເປັນ​
ເສັ້ນທາງ ຫຼັກ​ໃນ​ການ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຂ້າມ​ໄປ​ໃນ​ເຂດ​ຫວຽດນາມ ​ແລ້ວ​ລັກ
ລອບ​ສົ່ງ​ຕໍ່​ໄປ ຍັງປະ​ເທດ​ທີ 3 ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ. ​

ໂດຍ​ອິງ​ຕາມ​ ການ​ປະຕິບັດ​ງານ​ຮ່ວມ​ກັນລະຫວ່າງ ​ເຈົ້າໜ້າ​ທີ່​ລາວ-ຫວຽດນາມ ຢູ່​ດ້ານ​
ຊາຍ​ແດນ​ລາວ​ບາ​ວ ​ໃນ​ຊ່ວງ 6 ​ເດືອນ​ກ່ອນ​ໜ້າ​ນີ້ ກໍ​ປາກົດ​ວ່າ​ທາງ​ການ​ລາວ-ຫວຽດ
ນາມ ​ສາມາດ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ ທີ່​ເປັນ​ລາວ ​ແລະ​ຊາວຫວຽດນາມ ​ໄດ້​ເກືອບ
1,000 ຄົນ ຊຶ່ງ​ໃນ​ນີ້​ ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ 76 ຄົນ ສ່ວນ​ທີ່​ເຫຼືອ​ກໍ​ເປັນ​ນັກ
ຄ້າ​ລາຍ​ຍ່ອຍ ​ທີ່​ມີນັກ​ຄ້າ​ຢາ​ເສບ​ຕິດ​ເພດ​ຍິງ​ລວມຢູ່​ດ້ວຍ​ເຖິງ 63 ຄົນ.

ຍິງລາວຄົນນຶ່ງ ທີ່ລັກລອບຄ້າຢາເສບຕິດ ທີ່ຖືກຈັບໄດ້
ຍິງລາວຄົນນຶ່ງ ທີ່ລັກລອບຄ້າຢາເສບຕິດ ທີ່ຖືກຈັບໄດ້

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​
ຫັນ​ມາ​ໃຊ້​ເຂດ​ແດນ​ລາວ ​ເປັນ​ເສັ້ນທາງ​ໃນ​ການ​ລັກລອບ​ຂົນ
​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມຫຼ່ຽມ​ຄໍາ​ໄປ​ຍັງ​ປະ​ເທດ​ທີ 3 ຫຼາຍ
​ຂຶ້ນດັ່ງ​ກາວ​ນີ້ ຍັງ​ເປັນ​ປັດ​ໄຈ​ສໍາຄັນທີ່​ຊຸກຍູ້​ໃຫ້​ເຍົາວະ​ຊົນ​ລາວ
​ພາກັນ​ຫັນ​ໄປ​ ຊົ​ມ​ໃຊ້​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນນັບ​ມື້​ອີກ​ດ້ວຍ ​ໂດຍ​
ສະເພາະ​ແມ່ນ​ການ​ເສບ​ຢາ​ບ້າ ​ໃນ​ກຸ່ມ​ນັກຮຽນ-ນັກ​ສຶກສາ​ນັ້ນ
ຖື​ເປັນ​ບັນຫາ​ທີ່​ໜ້າ​ຫ່ວງ​ທີ່​ສຸດ.

ທັງ​ນີ້ໂດຍ​ຈາກ​ການ​ກວດກາ​ບັນດາ​ໂຮງຮຽນ​ແລະ​ສະຖານ
​ສຶກສາ​ຕ່າງໆ ທີ່​ຕັ້ງ​ຢູ່​ໃນ​ເຂດ 45 ​ເມືອງ​ໃນ​ທົ່ວ​ປະ​ເທດ​ລາວ​ ພົບ​ວ່າ​ ທຸກ​ໂຮງຮຽນ ​ແລະ​
ທຸກໆ​ສະຖານ​ການ​ສຶກສາ ມີ​ນັກຮຽນ-ນັກ​ສຶກສາ​ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ ​ໂດຍ​ສະ​ເພາະ​
ແມ່ນ​ເຂດ​ຕົວ​ເມືອງ​ໃນ​ນະຄອນ​ຫລວງວຽງ​ຈັນ ​ແຂວງ​ຫຼວງ​ພະ​ບາງ ສະຫວັນ​ນະ​ເຂດ ​
ແລະຈໍາປາ​ສັກ​ນັ້ນ ຖື​ເປັນ​ເຂດ​ທີ່​ມີ​ນັກຮຽນ-ນັກ​ສຶກສາ​ ຊົມ​ໃຊ້​ຢາ​ເສບ​ຕິດ​ຫຼາຍ​ທີ່​ສຸດ. ​

ໂດຍ​ເຖິງ​ແມ່ນ​ວ່າ ກະຊວງ​ສຶກສາ​ທິການ​ແລະກິລາ ​ໄດ້​ພະຍາຍາມ​ແກ້​ໄຂ​ບັນຫາ​ດ້ວຍ
ການ​ກວດກາ​ສະຖານ​ບັນ​ເທີ​ງ ທີ່​ເປັນ​ແຫຼ່ງມົ້ວ​ສຸມ​ ແລະ​ໄດ້ ​ແຍກ​ກຸ່ມ​ນັກຮຽນ ທີ່​ຊົມ​ໃຊ້​
ຢາ​ເສບ​ຕິດ​ອອກ​ຈາກ​ກຸ່ມ​ທີ່​ບໍ່​ຊົມ​ໃຊ້ຢາ​ເສບ​ຕິດ​ແລ້ວ​ກໍ​ຕາມ ​ແຕ່​ກໍ​ຍັງ​ບໍ່​ສາມາດ​ເຮັດ​ໃຫ້​
ສະພາບ​ການ​ດີ ຂຶ້ນ​ໄດ້​ເລີຍ ​ເນື່ອງ​ຈາກ​ວ່າ​ຍັງ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ຮ່ວມ​ມື​ຈາກ​ຜູ້​ປົກ
ຄອງ​ຂອງ​ນັກຮຽນ​ດ້ວຍ ດັ່ງ​ທີ່ ນາຍຄູ ທ່ານ​ນຶ່ງ ​ໄດ້​ໃຫ້ການ​ຊີ້​ແຈງກ່ຽວກັບ​ເລຶ່ອງນີ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າກະ​ພະຍາຍາມ​ແກ້ ຕັ້ງ​ແຕ່​ຮອດ​ສະຖານ​ທີ່​ຫຼິ້ນ​ທ່ຽວ. ນອກຈາກ​
ນັ້ນອີກ​ ກໍ​ກວດກາ ກວດກາ​ໃນ​ຈຸດ​ທີ່​ເດັກນ້ອຍ​ ມັກ​ເຂົ້າ​ໄປ​ຫຼິ້ນ ຈັດ​ແບ່ງ​ເດັກນ້ອຍ​
ພວກ​ນີ້​ໃຫ້​ມັນ​ໄດ້ ໃນລະດັບ​ໃດ​ຫຼ່ະ ຄວນ​ສຶກສາ​ອົບ​ລົມ​ສໍ່າ​ໃດ ​ໃນ​ລະດັບ​ໃດ​ຄວນ​
ຮຽກ​ເຊີນ​ພໍ່​ແມ່​ຜູ້​ປົກຄອງ​ມາ​ເວົ້າ ມາ​ວ່າ​ ມາ​ຕັກ​ມາ​ເຕືອນ​ ຕາມ​ນະ​ໂຍບາຍ​ທີ່​ວ່າ​
ສັງຄົມຄອບຄົວ ​ໂຮງຮຽນ​ຊ່ວຍ​ກັນ​ ສຶກສາ​ອົບລົມ.”


ຄະນະ​ກໍາມະການ​ຄວບ​ຄຸມ​ ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ ໄດ້​ດໍາ​ເນີນ​ການ​ສຸ່ມ
ກວດ​ນໍ້າ​ປັດສາວະ ຂອງ​ນັກຮຽນ​-ນັກ​ສຶກສາ ​ໂດຍ​ບໍ່​ໄດ້​ແຈ້ງ​ລ່ວງ​ໜ້າ​ຢູ່​ໃນ​ເຂດ 145 ​
ເມືອງ ​ໃນ​ທ້າຍ​ປີ 2012 ຊຶ່ງ​ພົບ​ວ່າ ​ມີ​ນັກຮຽນ-ນັກ​ສຶກສາ​ຫຼາຍ​ກວ່າ 6 ໝື່ນ​ຄົນ​ທີ່​ໃຊ້​ຢາ​
ເສບ​ຕິດ ​ແລະ​ຍັງ​ເພີ່ມ​ຂຶ້ນຈາກ​ປີ 2011 ຫຼາຍ​ກວ່າ 1 ໝື່ນ​ຄົນ​ອີກ​ດ້ວຍ ​ເພາະສະ​ນັ້ນ
ຈຶ່ງ​ເປັນ​ໄປ​ໄດ້​ວ່າ ​ໃນ​ປັດຈຸບັນ​ນີ້ ມີ​ນັກຮຽນ-ນັກ​ສຶກສາລາ​ວຫຼາຍ​ກວ່າ 8 ໝື່ນ​ຄົນ ​ທີ່​ໃຊ້​
ຢາ​ເສບ​ຕິດ​ໃນທົ່ວ​ປະເທດ.
XS
SM
MD
LG