ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຟາຍເຊີຣ ກ່າວວ່າ ຢາວັກຊີນໂຄວິດ-19 ຂອງຕົນ ປອດໄພສຳລັບພວກເດັກນ້ອຍ ອາຍຸ 5 ຫາ 11 ປີ


ນາງມາຍາ ຮູເບີຣ (Maya Huber) ກຳລັງເຂົ້າຮ່ວມທົດລອງຂອງບໍລິສັດຟາຍເຊີຣ ເພື່ອສັກຢາວັກຊີນກັນໂຄວິດ-19 ທີ່ມະຫາວິທະຍາໄລ Rutgers ໃນວັນທີ 14 ມິຖຸນາ 2021 ທີ່ເມືອງນິວບຣັນສວິກ ໃນລັດນິວເຈີຊີ.
ນາງມາຍາ ຮູເບີຣ (Maya Huber) ກຳລັງເຂົ້າຮ່ວມທົດລອງຂອງບໍລິສັດຟາຍເຊີຣ ເພື່ອສັກຢາວັກຊີນກັນໂຄວິດ-19 ທີ່ມະຫາວິທະຍາໄລ Rutgers ໃນວັນທີ 14 ມິຖຸນາ 2021 ທີ່ເມືອງນິວບຣັນສວິກ ໃນລັດນິວເຈີຊີ.

ບໍລິສັດເພສັດຊະກຳ ຟາຍເຊີຣ (Pfizer) ແລະ ໄບໂອແອນເທັກ (BioNTech) ກ່າວໃນວັນຈັນວານນີ້ວ່າ ການສັກຢາວັກຊີນກັນໂຄວິດ-19 ຂອງເຂົາເຈົ້າ ໃນປະລິມານທີ່ຫລຸດລົງຕໍ່າກວ່າສອງໂດສນັ້ນແມ່ນປອດໄພ ແລະມີປະສິດທິຜົນສຳລັບພວກເດັກນ້ອຍອາຍຸລະຫວ່າງ 5 ປີ ຫາ 11 ປີ.

ບໍລິສັດຂອງສະຫະລັດ ແລະຄູ່ຮ່ວມງານເຢຣະມັນ ໄບໂອແອນເທັກ ກ່າວວ່າ ການທົດລອງໄດ້ສະແດງໃຫ້ເຫັນວ່າ ຢາວັກຊີນນີ້ ຕ້ານທານໄດ້ດີ ແລະແຂງແຮງ ເຮັດໃຫ້ການຕອບຮັບຂອງພູມຕ້ານທານຮ່າງກາຍບໍ່ເປັນອັນຕະລາຍໃນລະດັບປະລິມານທີ່ຫຼຸດລົງ ຊຶ່ງຈຳເປັນສຳລັບພວກເດັກນ້ອຍທີ່ຍັງໜຸ່ມກວ່າ.

ບໍລິສັດຟາຍເຊີຣກ່າວວ່າ ຕົນມີແຜນໃນບໍ່ຊ້ານີ້ ທີ່ຈະຂໍຫາອະນຸຍາດໃຫ້ໃຊ້ຢາວັກຊີນ
ໃນໝູ່ພວກເດັກນ້ອຍ ທີ່ເປັນຄົນປ່ວຍຢູ່ໃນສະຫະລັດ ອັງກິດແລະສະ ຫະພາບຢູໂຣບ
ຊຶ່ງເປັນການເຄື່ອນໄຫວທີ່ສາມາດຂະຫຍາຍໄດ້ຢ່າງໃຫຍ່ຫຼວງ ໃນຄວາມພະຍາຍາມ
|ເພື່ອການສັກຢາວັກຊີນ. ເດັກນ້ອຍສະຫະລັດປະມານ 28 ລ້າຄົນ ແມ່ນຮວມຢູ່ໃນກຸ່ມ
ອາຍຸນີ້ ແລະພວກຜູ້ໃຫຍ່ຫຼາຍລ້ານຄົນຍັງພາກັນບໍ່ ໄປສັກຢາເທື່ອ.

ສູນກາງປ້ອງກັນ ແລະຄວບຄຸມພະຍາດ ກ່າວວ່າ ຫຼາຍກວ່າ 181 ລ້ານຄົນ ໄດ້ສັກຢາ
ວັກຊີນຢ່າງເຕັມທີ່ແລ້ວຢູ່ໃນສະຫະລັດ ແຕ່ຍັງມີ 70 ລ້ານຄົນ ທີ່ມີອາຍຸ 12 ປີ ແລະແກ່
ກວ່ານັ້ນ ຍັງບໍ່ທັນໄດ້ສັກຢາເທື່ອ.

ບໍລິສັດຟາຍເຊີຣ ກ່າວວ່າ ຕົນໄດ້ສຶກສາເບິ່ງການຫຼຸດປະລິມານຂອງຢາລົງ ນຶ່ງ ສ່ວນ
ສາມຂອງຄວາມແຮງທີ່ໃຊ້ກັບຜູ້ໃຫຍ່ ທີ່ຢູ່ໃນການທົດລອງ ພົວພັນພວກ ເດັກນ້ອຍອະ
ນຸບານ ແລະພວກນັກຮຽນໂຮງຮຽນປະຖົຫຼາຍກວ່າ 2,200 ຄົນ. ສອງສ່ວນສາມຂອງ
ພວກເດັກນ້ອຍແມ່ນໄດ້ຮັບການສັກຢາວັກຊີນ ແລະນຶ່ງສ່ວນສາມ ທີ່ຍັງເຫຼືອຢູ່ນັ້ນ ໄດ້
ຮັບການສັກນໍ້າເກືອ. ບໍລິສັດກ່າວວ່າ ການສັກຢາວັກ ຊີນໃຫ້ແກ່ພວກເດັກນ້ອຍ ແມ່ນ
ໄດ້ພັດທະນາລະດັບພູມຕ້ານທານຂອງຮ່າງກາຍ ໃຫ້ມີຄວາມແຂງແຮງ” ເທົ່າກັບທີ່ໄດ້
ເຫັນໃນໝູ່ພວກຊາວໜຸ່ມແລະພວກຊາຍສະ ກັນທັງຫຼາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG