ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ສູງ​ສຸດ​ອິນ​ເດຍ ບໍ່ອະນຸມັດ ສິດທິ​ບັດ ໃຫ້ບໍລິສັດ​ຜະລິດ​ຢາ ຈາກສະວິສ (ວີດິໂອ)


ຜູ້ຄົນໄປໂຮມຊຸມນຸມກັນ ຢູ່ໜ້າສໍານັກງານໃຫຍ່ ຂອງບໍລິສັດ Novartis ສາຂາອິນເດຍ ໃນເມືອງ Mumbai, ວັນທີ 1ເມສາ 2013.
ຜູ້ຄົນໄປໂຮມຊຸມນຸມກັນ ຢູ່ໜ້າສໍານັກງານໃຫຍ່ ຂອງບໍລິສັດ Novartis ສາຂາອິນເດຍ ໃນເມືອງ Mumbai, ວັນທີ 1ເມສາ 2013.
ສານ​ສູງ​ສຸດຂອງ​ອິນ​ເດຍ ​ໄດ້​ປະຕິ​ເສດ ​ການຂໍຈົດ​ທະບຽນເອົາ
​ສິດທິ​ບັດ ຫລື ​ປາ​ຕັງ ​ໃນການ​ຜະລິ​ດຢາ​ປິ່ນປົວ​ມ​ະ​ເຮັງ ຂອງ
​ບໍລິສັດ​ຜະລິດ​ຢາ Novartis ຈາກ​ສະ​ວິສ​ເຊີ​ແລນ.​

​ໃນ​ການ​ຕັດສິນ​ຄັ້ງ​ປະຫວັດ​ສາດ ​ໃນ​ວັນ​ຈັນ​ມື້​ນີ້ ສານ​ບໍ່​ຮັບ​ພິຈາ
ລະນາ ຄໍາ​ຮ້ອງ​ຂໍສິດທິ​ບັດ​ ຄຸ້ມ​ຄອງ​ຢາ Gilvec ທີ່​ໄດ້​ຮັບ​ການ​
ປັບປຸງ​ໃໝ່​ນັ້ນ.

​ເທື່ອ​ນີ້​ແມ່ນ​ເປັນ​ເທື່ອ​ທໍາອິດ ທີ່​ສານ​ສູງ​ສຸດ​ຂອງ​ອິນ​ເດຍ​ ໄດ້​ອອກຄໍາ​ຕັດສິນ​ດັ່ງກ່າ​ວ ທີ່​ປ້ອງ​ກັນບໍ່​ໃຫ້​ບໍລິສັດ​ຜະລິດ​ຢາ​ຈາກ​ຕ່າງປະ​ເທດ ມີ​ສິດ​ຂໍ​ຈົດ​ທະບຽນເອົາປາ​ຕັງ​ໃໝ່ ຢູ່​ໃນ​ອິນ​ເດຍ ສໍາລັບຢາ​ທີ່​ຜະລິດ​ອອກ​ແລ້ວ ​ແຕ່​ໄດ້​ຮັບ​ການ​ປັບປຸງ​ໃໝ່.

ກົດ​ໜາຍ​ອິນ​ເດຍຫ້າມ​ບັນດາ​ບໍລິສັດຜະລິດ​ຢາ ບໍ່​ໃຫ້​ຈົດ​ທະບຽນ
​ປາ​ຕັງ ສໍາລັບ​ຢາ​ທີ່​ມີ​ຢູ່​ແລ້​ວ ​ແລະ​ໄດ້​ຮັບ​ການ​ດັດແປງໃໝ່ພຽງ
ເລັກ​ນ້ອຍເທົ່ານັ້ນ.

ສານ​ສູງ​ສຸດ​ໄດ້ຕັດ​ສິນ​ໃນ​ຈັນ​ມື້​ນີ້ ວ່າ​ຢາ Gilvec ລຸ້ນ​ໃໝ່​ນັ້ນ ບໍ່ໄດ້​ຮັບ​ການ​ປັບ​ປຸ​ງ​ໃໝ່
ຢ່າງ​ພຽງພໍ ກັບ​ມາດຕະຖານ​ທີ່​ກໍານົດ​ໄວ້​ໃນ​ກົດໝາຍ​ສິດທິບັດ​ຂອງອິນເດຍ.

India Drug
please wait
Embed

No media source currently available

0:00 0:00:41 0:00

ການ​ຕັດສິນດັ່ງກ່າວ ​ແມ່ນເປັນ​ໄຊຊະນະ ສໍາລັບອຸດສາ​ຫະກໍາຜະລິດ​ຢາຂາຍ​ທົ່ວໄປ
ມູນ​ຄ່າ​ຫລາຍພັນລ້ານ​ໂດ​ລາຂອງ​ອິນ​ເດຍ ທີ່​ສະໜອງ​ຢາລາຄາ​ຖືກໆ ​ໃຫ້ແກ່ຫລາຍໆ​
ລ້ານ​ຄົນຢູ່​ທົ່ວ​ໂລ​ກ​.

ບໍລິສັດ Novartis ຂອງ​ສະ​ວິສ ​ໄດ້​ຕໍ່ສູ້​ມາ​ແຕ່​ປີ 2006 ​ເພື່ອໃຫ້​ໄດ້ປາ​ຕັງ ສໍາລັບຢາ Gilvec ລຸ້ນປັບປຸງ​ໃໝ່​ນັ້ນ.
XS
SM
MD
LG