ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຊາ ຄ້າຢາເສບຕິດ ປະເຊີນກັບ ການດຳເນີນຄະດີ ທີ່ ເມັກຊິໂກ ( ວີດີໂອ )


ນາຍ Joaquin Guzman (ຄົນກາງ) ຖືກທະຫານຄວບຄຸມໂຕ ທີ່
ນະຄອນ Mexico City ວັນທີ 22 ກຸມພາ, 2014.
ນາຍ Joaquin Guzman (ຄົນກາງ) ຖືກທະຫານຄວບຄຸມໂຕ ທີ່ ນະຄອນ Mexico City ວັນທີ 22 ກຸມພາ, 2014.
ຜູ້​ພິພາກສາ​ສານ​ລັດຖະບານ​ກາງທ່ານ​ນຶ່ງ​ຂອງ​ເມັກ​ຊິ​ໂກ
​ໄດ້​ຕັດສິນ​ວ່າ ​ລາຊາ​ຄ້າ​ຢາ​ເສບ​ຕິດ Joaquin “El Cha
po” Guzman ຈະ​ຕ້ອງຢູ່​ໃນ​ເມັກ​ຊິ​ໂກ ​ເພື່ອ​ປະ​ເຊີນ​ກັບ​
ຂໍ້​ກ່າວ ຫາ​ຕ່າງໆ ຖານ​ລັກລອບ​ຄ້າ​ຢາ​ເສບ​ຕິດ.

ບັນດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ ​ໄດ້​ປະກາດ​ອອກ​ມາ​ຢ່າງ​ຈະ​
ແຈ້ງ​ຂຶ້ນ​ວ່າ ພວກ​ເຂົາ​ເຈົ້າ​ຢາກ​ໃຫ້ ນາຍ Guzman ປະ​
ເຊີນ​ກັບ​ຂໍ້​ກ່າວ​ຫາ​ທຸກ​ຢ່າງ​ພາຍ​ໃນ​ປະ​ເທດ ຕະຫຼອດ​ທັງ​
ການ​ສອບ​ຖາມ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ
​ຂອງ​ເມັກ​ຊິ​ໂກ ທີ່​ກຳລັງ​ຊອກ​ຫາ​ທາງ​ເພື່ອທັບ​ມ້າງ​ກຸ່ມ​ລັກ
ລອບ​ຄ້າ​ຢາ​ເສບ​ຕິດ​ຂອງ​ຜູ້ກ່ຽວ ກ່ອນ​ພວກ​ເຂົາ​ເຈົ້າ​ຈະ​ພິຈາລະນາ​ເລື້ອງ​ສົ່ງ​ຜູ້ກ່ຽວ​
ມາໃຫ້ສະຫະລັດ​ນັ້ນ.

ນາຍ Guzman ​ໄດ້​ຖືກ​ຟ້ອງ​ຮ້ອງ​ຢ່າງ​ໜ້ອຍ ​ຢູ່ໃນ​ເຂດ​ອຳນາດ​ສານ 7 ​ແຫ່ງ​ໃນ​ສະ
ຫະລັດ​ກ່ຽວ​ກັບ​ອາ​ຊະ​ຍາ​ກຳ​ທີ່​ຜູ້ກ່ຽວ​ໄດ້​ທຳ​ຜິດ​ໄປ​ໃນ​ຂະນະ​ທີ່​ເປັນ​ຫົວໜ້າ​ກຸ່ມ​ລັກ
ລອບຄ້າ​ຢາ​ເສບ​ຕິດ Sinaloa ທີ່ກວມ​ແຕ່​ພາກ​ພື້ນທະວີບອາ​ເມຣິກາ​ເໜືອ ໄກ​ໄປ​
ຮອດ​ທະວີບຢູ​ໂຣບ ​ແລະ​ອອສ​ເຕຣ​ເລຍ.

ນາຍ Guzman ຖືກ​ຈັບ​ກຸມ​ໃນ​ວັນ​ເສົາ​ສັບປະດາ​ແລ້ວ​ນີ້ ​ໃນເມືອງ Mazatlan ​ແຄມ​
ຝັ່ງມະຫາ​ສະມຸດ​ປາຊີ​ຟິກ ຫຼັງ​ຈາກ​ເອົາ​ໂຕ​ຫຼົບໜີ​ພວກເຈົ້າ​ໜ້າ​ທີ່​ມາ​ໄດ້ 13 ປີ.

ມີ​ປະຊາຊົນ​ປະມານ 80 ພັນ​ຄົນ​ເສຍ​ຊີວິດ ທີ່​ພົວພັນ​ກັບ​ຄວາມ​ຮຸນ​ແຮງ​ດ້ານ​ຢາ​ເສບ
​ຕິດ ນັບ​ແຕ່​ຕົ້ນ​ຊຸມ​ປີ 2000 ເປັນຕົ້ນມາ ຮວມທັງ​ການ​ຄາດ​ຕະກຳ​ ແລະ​ຂ້າ​ແບບ​ຕັດ​
ຫົວ​ຫຼື​ຕັດ​ຄໍ. ອະດີດ​ປະທາ​ນາ​ທິບໍດີ Felipe Calderon ​ແຫ່ງ​ເມັກ​ຊິ​ໂກໄດ້​ສົ່ງ​ກອງທັບ ​
ເພື່ອ​ພະຍາຍາມປາບ​ຄວາມ​ຮຸນ​ແຮງ​ນີ້.

ວາລະສານ Forbes ໄດ້ບົາງຊື່ນາຍ Guzman ຢູ່ໃນບັນດາຜູ້ຄົນທີ່ມີອຳນາດຫຼາຍທີ່
ສຸດໃນ​ໂລກ ​ໂດຍ​ກ່າວ​ວ່າ ຜູ້ກ່ຽວ​ມີ​ເງິນ​ຫຼາຍ​ກວ່າ 1 ພັນ​ລ້ານ​ໂດ​ລາ.

Mexico US Drug Lord
please wait
Embed

No media source currently available

0:00 0:01:07 0:00
XS
SM
MD
LG