ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິທະຍາ​ສາ​ດວ່າ ຈະຕ້ອງໄດ້ຜະລິດຢາ ຕ້ານເຊື້ອ ຊະນິດໄໝ່ ຢ່າງວ່ອງໄວ


Doctors Alarmed by a Post-Antibiotic Future
please wait

No media source currently available

0:00 0:02:37 0:00

ເຊີນຊົມວີດິໂອກ່ຽວກັບເລື່ອງນີ້

ອົງການອະນາໄມໂລກ ຫລື WHO ໄດ້ຮຽກຮ້ອງໃຫ້ພວກນັກວິທະຍາ​ສາ​ດ ພາກັນ ພັດທະນາຢາຕ້ານເຊື້ອໂຣກ ຫຼືປະຕິຊີວະນະຊະນິດໃໝ່ຢ່າງວ່ອງໄວ ແລະຂໍໃຫ້ບັນ
ດາລັດຖະບານປະເທດຕ່າງໆ ໃຫ້ທຶນສະໜັບສະໜຸນ ແກ່ການຄົ້ນຄວ້າກ່ຽວກັບຢາ
ດັ່ງກ່າວ ຖ້າບໍ່ດັ່ງນັ້ນແລ້ວ ຜູ້ຄົນກໍຈະເສຍຊີວິດໄປຍ້ອນການຕິດເຊື້ອແບບທໍາມະດາໆ
ນີ້ ເປັນຈໍານວນຫລວງຫລາຍອີກຄັ້ງນຶ່ງ. Carol Peason ມີລາຍງານກ່ຽວກັບເລື່ອງນີ້​
ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ:

ປັດຈຸບັນນີ້ ໂລກກໍາລັງກ້າວເຂົ້າໄປສູ່ຊ່ວງເວລາທີ່ວ່າ ການຕິດເຊື້ອພະຍາດແບບທໍາ
ມະດາ ທີ່ເກີດຈາກເຊື້ອບັກທີເຣຍກໍພາໃຫ້ເສຍຊີວິດໄດ້ ແລະບັນດາທ່ານໝໍທັງຫລາຍ ພາກັນຕື່ນຕົກໃຈ ຕໍ່ສະພາບການດັ່ງກ່າວ ດັ່ງທີ່ ດຣ. Trish Perl ທີ່ສູນການແພດ ພາກຕາເວັນຕົກສຽງໃຕ້ ຂອງມະຫາວິທະຍາໄລ Texas ກ່າວວ່າ:

“ໃນທັນທີທັນໃດ ພວກເຮົາທຸກຄົນຈະເຂົ້າໃຈວ່າ ຕົນເອງປະຕິບັດວຽກງານການ
ແພດ ແບບໃດ ຖ້າເປັນສະໄໝ ເມື່ອ 50, 70, 80 ປີກ່ອນ ຕອນທີ່ພວກເຮົາຍັງ ບໍ່ທັນມີຢາປະຕິຊີວະນະພຸ້ນ.”

ພວກເຮົາມີຄວາມຕ້ອງການຢາປະຕິຊີວະນະຊະນິດໃໝ່ ຢ່າງຮີບດ່ວນ ເພື່ອຕ້ານຢັນ ເຊື້ອບັກທີເຣຍ ທີ່ເປັນໄພນາບຂູ່ຢ່າງໃຫຍ່ຫລວງ ຕໍ່ສຸຂະພາບຂອງມວນມະນຸດເຮົາ. ໃນບັນດາກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດກໍໄດ້ແກ່ ຜູ້ຢູ່ອາໄສໃນເຮືອນຄົນຊະລາ, ຄົນ ເຈັບທີ່ນອນຢູ່ໂຮງໝໍ ແລະອື່ນໆ..

ຕະຫຼອດທັງພວກເດັກນ້ອຍ ຊຶ່ງອາດມີລະບົບພູມຕ້ານທານທີ່ອ່ອນແອກວ່າຜູ້ໃຫຍ່ ແລະກໍໄດ້ຮັບຢາຕ້ານເຊື້ອໃນລະດັບຄວາມແຮງທີ່ຕໍ່າກວ່າຜູ້ໃຫຍ່. ດຣ. Michael
Bell, ຈາກສູນຄວບຄຸມພະຍາດອະທິບາຍວ່າ:

“ພວກເຮົາມີຢາຕ້ານເຊື້ອຊະນິດຕ່າງໆ ຫລາຍອັນກຽມໄວ້ຢູ່ໃນລະບົບຂອງເຮົາ ເພື່ອຈະຜະລິດອອກມາໃຊ້ ໃນແຕ່ລະໄລຍະ ມາເປັນເວລາດົນນານທີ່ສຸດແລ້ວ
ສະນັ້ນ ເມື່ອໃດພວກເຮົາຫາກບໍ່ມີຄວາມສາມາດທີ່ຈະໃຊ້ມັນໄດ້ແລ້ວ ພວກເຮົາ ກໍຈະກ້າວໄປໃຊ້ອັນໃໝ່.”

ຫາກແຕ່ວ່າດຽວນີ້ ແມ່ນເປັນໄປບໍ່ໄດ້ແລ້ວແບບນັ້ນ. ໃນປີ 2010 ສະຫະລັດໄດ້ເລີ້ມ
ພັດທະນາຢາປະຕິຊີວະນະຊະນິດໃໝ່. ທ່ານ Joe Larsen ປຣິນຍາເອກ ປະຈຳກະ ຊວງສາທາລະນະສຸກ ແລະສັງຄົມສົງເຄາະກ່າວວ່າ:

ພວກເຮົາມີຢາຕ້ານເຊື້ອໂຣກກຽມພ້ອມໄວ້ຢູ່ ແຕ່ວ່າ ຈໍານວນຂອງມັນແມ່ນບໍ່ພຽງພໍ. ມັນບໍ່ພຽງພໍທີ່ຈະໃຊ້ຮັບມືກັບເຊື້ອບັກທີເຣຍທີ່ຕ້ານທານກັບຢາຕ້ານເຊື້ອໂຣກທີ່ມີ ອັດຕານັບມື້ ນັບສູງຂຶ້ນນັ້ນ.

ແລະຢາເຫລົ່ານີ້ ກໍບໍ່ພຽງພໍ ກັບການປ່ຽນແປງຮູບຮ່າງຂອງເຊື້ອບັກທີເຣຍ ທີ່ມີການປ່ຽນ ແປງໂດຍຕະຫລອດ ເພື່ອຊອກຫາຊ່ອງທາງ ຕ້ານທານກັບຢາທີ່ຈະຂ້າພວກມັນ. ເມື່ອ ໃດພວກມັນຫາກໄດ້ພັດທະນາຄວາມສາມາດຂອງຕົນໄດ້ແລ້ວ ມັນກໍສົ່ງຕໍ່ໃຫ້ເຊື້ອບັກ ເທເຣຍໂຕອື່ນ ເພື່ອໃຫ້ເຊື້ອບັກເທເຣຍໂຕນັ້ນ ສາມາດຕ້ານທານຢາໄດ້ເຊັ່ນກັນ. ດຣ. Laurie Hicks, ຈາກສູນຄວບຄຸມພະຍາດເວົ້າວ່າ:

“ພຽງແຕ່ຢູ່ໃນສະຫະລັດ ເທົ່ານັ້ນ ພວກເຮົາກໍຮູ້ວ່າ ມີສະພາບການຕິດເຊື້ອຍ້ອນມີ ການຕ້ານທານຢາຕ້ານເຊື້ອ ຫລາຍກວ່າ 2 ລ້ານກໍລະນີ ໃນແຕ່ລະປີ. ໃນຈໍານວນນີ້ ຊາວສາມພັນກໍລະນີ ໄດ້ເສຍຊີວິດ.”

ສູນຄວບຄຸມແລະປ້ອງກັນພະຍາດ ໄດ້ຂໍໃຫ້ໂຮງໝໍ ແລະທ່ານໝໍທັງຫລາຍລະ ມັດລະວັງ ບໍ່ໃຫ້ໃຊ້ຢາຕ້ານເຊື້ອຫລາຍເກີນຄວນ. ແຕ່ວ່າ ນອກຈາກການໃຊ້ທີ່ເກີນຂອບເຂດແລ້ວ ຍັງມີເຫດຜົນອັນອື່ນອີກ ທີ່ເຮັດໃຫ້ຢາເຫລົ່ານີ້ ຍອມຈໍານົນ ບໍ່ມີລິດຫຍັງເລີຍ. ດຣ. Michael Bell, ຈາກສູນຄວບຄຸມພະຍາດໃຫ້ເຫດຜົນວ່າ:

ການຕ້ານທານຢາຕ້ານເຊື້ອໂຣກ ບໍ່ພຽງແຕ່ເກີດຈາກການໃຊ້ຢາຕ້ານເຊື້ອຫລາຍ
ເກີນຄວນ ມັນຍັງເກີດມາຈາກການແຜ່ລາມຂອງການຕິດເຊື້ອ ຍ້ອນຂາດສຸຂະອະ
ນາໄມ, ຈາກການສໍາພັດໂດຍບໍ່ຮູ້ຕົວ ກັບພື້ນຜີວທີ່ມີຂີ້ຝຸ່ນ, ສະນັ້ນ ດ້ານການ ຄວບຄຸມການຕິດເຊື້ອພະຍາດ ກໍມີຄວາມສໍາຄັນຄືກັນ.

ຄົນປ່ວຍກໍສາມາດຊ່ວຍປ້ອງກັນບັນຫານີ້ໄດ້ຄືກັນ. ຢູ່ໃນເວັບໄຊຂອງຕົນນັ້ນ ສູນ
CDC ເວົ້າວ່າ ໃຫ້ກິນຢາຕ້ານເຊື້ອຕາມໃບສັ່ງຂອງໝໍ ແລະກໍກິນໃຫ້ມັນໝົດຕາມ
ກໍານົດ ເຖິງແມ່ນວ່າ ທ່ານຈະຮູ້ສຶກໄຄຂຶ້ນແດ່ແລ້ວກໍຕາມ. ຫາກແຕ່ວ່າ ກໍຍັງຕ້ອງການ ການກະທໍາອັນຮີບດ່ວນໃນລະດັບໂລກຢູ່ ເພື່ອໃຫ້ປ້ອງກັນຄວາມຫາຍຍະນະ ທີ່ຈະ ເກີດຂຶ້ນມາຈາກຫລັງສະໄໝ ທີ່ມີຢາຕ້ານຢາຕ້ານເຊື້ອໂຣກ ໄດ້.

ເຊີນອ່ານເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG