ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລະບາດຂອງຢາເສບຕິດ ຍັງມີຢູ່ໃນຫຼາຍໆລັດຂອງຊາວເຜົ່າໃນມຽນມາ


Drug Epidemic Persists in Myanmar's Ethnic States
please wait

No media source currently available

0:00 0:02:01 0:00

ມຽນມາ ​ເປັນ​ປະ​ເທດ​ຜະລິດ​ຢາ​ຝິ່ນອັນ​ດັບ​ສອງ​ຂອງ​ໂລກ. ​ໃນ​ຂະ ນະທີ່​ສະພາ​ຊຸດ​ໃໝ່ ​ຂອງ​ມຽນມາ ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍທີ່​ສຳຄັນໃນ​ການປະຕິ​ຮູບ ການລະບາດຂອງ ຢາ​ເສບ​ຕິດ ​ຍັງ​ສືບ​ຕໍ່​ເປັນ​ບັນຫາ​ທີ່​ຝັງ​ເລິກຢູ່​ໃນ​ບາງລັດຂອງ​ຊົນ​ເຜົ່າຕ່າງໆ ທີ່​ອະນຸຍາດ ​ໃຫ້ມີ​ການ​ປູກຝິ່ນ​ ​ໂດຍ​ທີ່​ບໍ່​ໄດ້​ຮັບ​ການ​ລົງ​ໂທດ. Steve Sandford ລາຍ​ງານ​ຈາກ ລັດ Kachin ຂອງ​ປະ​ເທດ​ມຽນມາ ຊຶ່ງ ກິ່ງ​ສະຫວັນ ຈະນຳ​ມາສະ​ເໜີ​ທ່ານ.

ທີ່ເມືອງ Myitkyina ​ຮາ​ກຖານ​ອັນ​ແຂງ​ແກ່ນ​ທາງດ້ານ​ສາສະໜາ​ ໄດ້​ສະໜອງການ​ປິ່ນ ປົວຂັ້ນພື້ນຖານ​ ໃຫ້​ແກ່​ບັນດາ​ຜູ້​ຕິດ​ຢາ​ເສບຕິດ ຢູ່​ໃນ​ຂົງ​ເຂດ ບ່ອນ​ທີ່​ຢາ​ຝິ່ນປູກ​ກັນ​ຢ່າງແຜ່​ກວ້າງ.

​ບັນດາເພງສາສະໜາແມ່ນເປັນແຮງ​ດົນ​ໃ​ຈ. ​ແຕ່​ວ່າ ​ເໜືອ​ໄປ​ກວ່າ​ໃບ​ໜ້າ​ອັນ​ແຈ່ມໃສນັ້ນ ຜູ້ເຄາະ​ຮ້າຍ​ແມ່ນກຳລັງ​ເພີ້​ມຂຶ້ນ.

ຢູ່​ໃນ​ເງົາ​ທີ່​ຖືກ​ບົດ​ບັງ​ນັ້ນ ບັນດາ​ຜູ້​ຕິດ​ຢາ​ເສບ​ຕິດ ຄື​ດັ່ງ​ທ້າວ Yeing Bawm ປະ​ເຊີນ​ໜ້າ​ ຢ່າງ​ໜັກໜ່ວງ​ກັບ​ການ​ປິ່ນປົວ. ​ແຕ່​ວ່າ​ມີທາງ​ເລືອກນ້ອຍ​ຢູ່​ໃນ​ມຽນມາ ທີ່​ຈະ​ປ່ຽນ​ແປງພື້ນ ທີ່​ທາງ​ເສດຖະກິດໄດ້.

ທ້າວ Yeing Bawm ອະດີດ​ຜູ້​ຕິດ​ຢາ​ເສບ​ຕິດ ກ່າວ​ວ່າ “​ເວລາ​ທະຫານ​ບ້ານປົກຄອງນັ້ນ ພວກ​ເຮົາ​ສາມາ​ດຊອກ​ຫາ​ເຮັດ​ວຽກ​ໄດ້​ດ້ວຍ​ການ​ລັກ​ລອບ​ສົ່ງໄມ້ສັກ. ​ແຕ່​ວ່າ​ບັດ​ນີ້ ພວກ ເຮົາ​ບໍ່​ມີ​ໂອ​ກາດ​ດັ່ງກ່າວ ​ເພາະສະ​ນັ້ນ​ພວກ​ເຮົາ​ຈຳນວນ​ນຶ່ງ​ຈຶ່ງພາກັນ​ປູກ​ຢາ​ຝິ່ນ ໃນ​ຂະນະ​ທີ່​ຄົນ​ອື່ນໆ​ພາ ກັນ​ບໍ່​ມີ​ວຽກ​ເຮັດ.”

ອົງການ​ອາສາ​ສະມັກ​ພົນລະ​ເຮືອນແຫ່ງ​ໜຶ່ງທີ່​ຮ້ອງ​ວ່າ Pat Ja San ​ໄດ້ປະ​ກອບ​ຂຶ້ນ​ໃນ​ ປີ 2014 ​ເພື່ອ​ລົບ​ລ້າງ​ການ​ປູກ​ຝິ່ນທີ່​ກວມ​ເອົາ​ຂົງ​ເຂດທີ່ ​ເປັນ​ພູຜາດັ່ງກ່າວ. ​

​ອີງ​ຕາມ​ຜູ້ນຳ​ອົງການ Pat Ja San ທ່ານ Tang Gun ​ແລ້ວ ສະມາຊິກ​ຄົນ​ນຶ່ງ​ໄດ້ຕັດທຳ ລາຍຕົ້ນຝິ່ນ​ຖິ້ມ ໄດ້​ຖືກ​ຍິງ​ຕາຍ​ເມື່ອ​ຕົ້ນປີນີ້ ​ໂດຍ​ພວກ​ແກ່ງ​ຢາ​ເສບ​ຕິດເຖິງ​ແມ່ນ​ວ່າ​ກຳລັງ​ ຂອງລັດຖະບານໄດ້​ຢູ່​ທີ່​ນັ້ນ​ຍາມ​ເຂົາ ​ເຈົ້າ.

ທ່ານ Tang Gun ຜູ້ນຳອົງການ Pat Ja San ​ໃນ​ລັດ Kachin ກ່າວ​ວ່າ “ພວກ​ເຮົາ​ໄດ້ ​ຮ້ອງຂໍໃຫ້​ລັດຖະບານ ​ເພື່ອໃຫ້ການ​ຊ່ວຍ​ເຫລືອປ້ອງ​ກັນພວກ​ເຮົາ ​ແຕ່​ວ່າອັນ​ທີ່​ບັນດາ ເຈົ້າ​ໜ້າ​ທີ່​ເອົາ​ໃຫ້​ພວກ​ເຮົາ​ ບໍ່ແມ່ນການຮັກສາ​ຄວາມ​ປອດ​ໄພ​ອີ່ຫລີ. ​ເຂົາ​ເຈົ້າ​ບໍ່​ໄດ້​ປ້ອງ​ ກັນ​ພວກ​ເຮົາ​ແທ້ ​ມີແຕ່​ພຽງ​ເດີນທາງ​ຜ່ານ​ໄປນຳ​ເທົ່າ​ນັ້ນ.”

​ໃນ​ຂະນະ​ທີ່ວິ​ກິດ​ການ​ເພີ້ມຄວາມ​ຮ້າຍ​ແຮງຂຶ້ນ ຄລິ​ນິກປິ່ນປົວປະ​ເຊີນໜ້າ​ກັບ​ວຽກ​ງານ​ ອັນ​ລຳ​ບາກ ​ເພື່ອ​ໃຫ້ການ​ປິ່ນປົວ​ເປັນ​ທີ່​ໄດ້ຜົນ​ກັບ​ງົບ ປະມານອັນ​ຈຳກັດ​ຈາກພາກສ່ວນ ເອກ​ກະ​ຊົນ.

​ແຕ່​ວ່າ ຜູ້ອຳນວຍການ​ສູນ​ກາງ​ປິ່ນ​ປົວ​ແຫ່ງ​ນຶ່ງ ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ວ່າ ບັນດາ​ຜູ້ນຳ ​ປະ​ເທດຊຸດ​ໃໝ່​ ຈະ​ເພີ້​ມການ​ໃຫ້​ຄວາມ​ສະໜັບສະໜູຸນ​ໃນ​ການ​ຕໍ່ສູ້​ກັບ​ບັນ​ຫາ.

ທ່ານ Peter Hkun Aung ​ຫົວໜ້າ​ສູນ​ກາງ​ເກີດ​ໃໝ່ ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ລັດຖະ ບານຊຸດ​ໃໝ່​ຈະ​ຖືເອົາ​ບັນຫາ​ນີ້​ຢ່າງ​ແທ້​ຈິງ ​ເພາະວ່າ​ເຂົາ​ເຈົ້າ​ຮູ້​ແລ້ວ​ວ່າມັນ​ເປັນ​ອັນ​ຕະ ລາຍ ​ແລະ​ປະຊາຊົນ​ໄດ້​ຮັບ​ຄວາມທຸກ​ທໍ ລະມານຫລາຍ​ປານ​ໃດ​ ຈາກການ​ແຜ່​ລະ ບາດ ​ຂອງຢາ​ເສບ​ຕິດ ​ເພາະສະ​ນັ້ນ ລັດຖະບານ​ຈະ​ໃຫ້ການ​ເບິ່ງ​ແຍງ ​ແລະ​ເຂົາ​ເຈົ້າ ​ຈະ​ຊ່ວຍພວກ​ເຮົາ​.”

​ໃນ​ຂະນະ​ທີ່​ມີຮ່ອງ​ຮອຍ​ທຸລະ​ກິດ​ໃໝ່ ກຳລັງ​ເກີດ​ຂຶ້ນ​ຢູ່​ໃນ​ມຽນມາ ຫລາຍ​ຄົນ​ຫວັງ​ວ່າ ທຸລະ​ກິດ​ເກົ່າ​ຈຳນວນ​ນຶ່ງ​ ຈະ​ຖືກ​ປິ​ດລົງ​ ຢ່າງເປັນ​ການຖາ ວອນ.

XS
SM
MD
LG