ບັນດານັກຜູ້ອອກກົດລະບຽບຢູ່ໃນລັດຖະບານກາງໄດ້ເປີດການສືບສວນ ສອບສວນ ຕໍ່ເລື້ອງເປັນພະຍາດປອດທີ່ກ່ຽວຂ້ອງກັບການສູບກອກຢາໄຟຟ້າ ໃນສະຫະລັດ.
ມີຄົນເສຍຊີວິດແລ້ວ 7 ຄົນ ແລະມີ 530 ຄົນ ທີ່ໄດ້ຮັບການຢືນຢັນວ່າເປັນ ແລະ ສົງໄສວ່າເປັນພະຍາດຮ້າຍແຮງທີ່ກ່ຽວຂ້ອງກັບການສູບກອກຢາໄຟຟ້າ ໃນຕອນແລງຂອງວັນພະຫັດວານນີ້.
ອົງການຄຸ້ມຄອງອາຫານແລະຢາ ເວົ້າວ່າ ຕົນບໍ່ມີເຈດຕະນາທີ່ຈະດຳເນີນຄະດີຕໍ່ພວກທີ່ໃຊ້ຢາສູບໄຟຟ້າ ແຕ່ກໍເວົ້າວ່າ ພະແນກສືບສວນດ້ານອາດຊະຍາກຳ ຂອງຕົນອາດສາມາດຊ່ວຍພວກເຈົ້າໜ້າທີ່ລັດຖະບານກາງຄົ້ນຄິດຫາສາເຫດທີ່ພາໃຫ້ຄົນປ່ວຍໄດ້.
ສູນກາງຄວບຄຸມ ແລະປ້ອງກັນພະຍາດ ກຳລັງຊຸກຍູ້ໃຫ້ຄົນເຊົາສູບກອກຢາໄຟຟ້າ. ແຕ່ສູນກາງດັ່ງກ່າວກໍເວົ້າວ່າ ຜູ້ໃດກໍຕາມ ບໍ່ຄວນກັບຄືນໄປຫາສູບຢາສູບທຳມະດາອີກ, ໂດຍຊຸກຍູ້ໃຫ້ພວກສູບຢາໄປເຂົ້າຮັບຄຳປຶກສາທາງຈິດໃຈ ຫລື ບໍ່ກໍໃຫ້ໃຊ້ຜະລິດຕະພັນທີ່ໄດ້ຮັບອະນຸມັດຈາກ ອົງການຄຸ້ມຄອງອາຫານແລະຢາ ເພື່ອຊ່ວຍໃຫ້ເຊົາສູບຢາໄດ້.
ພວກນັກຊ່ຽວຊານດ້ານການແພດ ບໍ່ສາມາດທີ່ຈະຊີ້ບອກໄດ້ ຢ່າງຊັດເຈນວ່າ ແມ່ນຫຍັງຄືສາເຫດພາໃຫ້ເປັນພະຍາດປອດທີ່ກ່ຽວພັນກັບການສູບກອກຢາໄຟຟ້າ ຊຶ່ງລວມມີ ຫຍີ່ຫໍ້ ຫລື ສານປະສົມທີ່ສະເພາະເຈາະຈົງໃດນຶ່ງຢູ່ໃນກອກຢາໄຟຟ້ານັ້ນ. ແຕ່ວ່າ ມີການສົງໄສບາງຢ່າງຕໍ່ການໃຊ້ສ່ວນທີ່ມີທາດ THC ຂອງກັນຊາຢູ່ໃນອຸປະກອນຢາສູບໄຟຟ້າ.
ອຸປະກອນຢາສູບໄຟຟ້າໄດ້ຖືກໂຄສະນາວ່າ ເປັນຜະລິດຕະພັນທາງເລືອກ ທີ່ປອດໄພກວ່າຢາສູບທຳມະດາ. ພວກນັກວາງກົດລະບຽບໃນລັດຖະບານກາງ ເຕືອນບໍລິສັດຜະລິດຢາສູບໄຟຟ້າທີ່ໃຫຍ່ກວ່າໝູ່ ຄື ຈູລ (JUUL) ວ່າບໍ່ໃຫ້ກ່າວອ້າງເຊັ່ນນັ້ນ ໂດຍເວົ້າວ່າມັນບໍ່ໄດ້ຮັບການພິສູດໃຫ້ເຫັນເລີຍ.
ໃນອາທິດນີ້ ນິວຢອກໄດ້ເປັນລັດທຳອິດ ທີ່ໃນທັນທີທັນໃດ ໄດ້ທຳການເກືອດຫ້າມບໍ່ໃຫ້ໃຊ້ຢາສູບໄຟຟ້າ ໂດຍກ່າວວ່າ ກອກຢາສູບໄຟຟ້າທີ່ມີກິ່ນຫອມຄືໝາກໄມ້ ແລະເຂົ້າໜົມທີ່ໃຊ້ຢູ່ໃນກອກຢາສູບໄຟຟ້ານັ້ນ ມີຈຸດປະສົງທີ່ເຮັດໃຫ້ຊາວໜຸ່ມຕິດໃຈ.
ມີແຕ່ໃຫ້ໃຊ້ກອກຢາສູບໄຟຟ້າທີ່ມີກິ່ນຄືຢາສູບ ແລະກິ່ນຫອມແບບຮຶນໆ ຂາຍ ຢູ່ໃນລັດນິວຢອກໄດ້. ລັດມິຊິແກນກໍໄດ້ອະນຸມັດໃຫ້ມີການຫ້າມໃຊ້ກອກຢາສູບໄຟຟ້າທີ່ມີກິ່ນຕ່າງໆໄດ້ ເຊັ່ນກັນ ແຕ່ວ່າ ມັນກໍຍັງບໍ່ທັນມີຜົນບັງຄັບໃຊ້ໄດ້ເທື່ອ. ລັດອື່ນໆ ກໍໄດ້ພິຈາລະນາທຳການເກືອດຫ້າມແບບນັ້ນເຊັ່ນກັນ.