ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ໄພ​ແຫ້ງ​ແລ້ງ ຢູ່​ພາກ​ໃຕ້ ອັງ​ໂກ​ລາ ເຮັດ​ໃຫ້ 2 ລ້ານ​ຄົນ ຂາດ​ແຄນ​ອາ​ຫານ


Angola's Record Drought Puts Millions at Food Security Risk
please wait

No media source currently available

0:00 0:02:26 0:00

ພາກ​ໃຕ້​ອັງ​ໂກ​ລາ ພວມ​ປະ​ເຊີນ​ກັບ​ໄພ​ແຫ້ງ​ແລ້ງ ທີ່​ຮ້າຍ​ແຮງ​ສຸດ ໃນ​ຮອບ​ຫຼາຍໆ​ທົດ​ສະ​ວັດ ຊຶ່​ງ​ອົງ​ການກອງ​ທຶນ​ເດັກ​ ກ່າວ​ວ່າ ມີ​ຫຼາຍກວ່າ 2 ລ້ານ​ຄົນ ຈະ​ຂາດ​ແຄນ​ອາ​ຫານ​ການ​ກິນ.

ພາກ​ໃຕ້​ຂອງ​ປະ​ເທດ​ອັງ​ໂກ​ລາ ພວມເກີດ​ໄພ​ແຫ້ງ​ແລ້ງທີ່​ຮ້າຍ​ແຮງ​ສຸດໃນ​ຮອບ​ຫຼາຍໆ​ທົດ​ສະ​ວັດ ອີງ​ຕາມ​ຄຳ​ຖະ​ແຫຼງ​ ຂອງ​ອົງ​ການກອງ​ທຶນ​ເດັກ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ຄົນ​ຫຼາຍກວ່າ 2 ລ້ານ 3 ແສນ​ຄົນ ມີ​ຄວາມ​ສ່ຽງ​ສູງ ທີ່​ຈະ​ປະເຊີນ​ໜ້າ​ ກັບ ​ວິ​ກິດ​ການ​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ​. Herculano Coroado ທີ່​ໄດ້​ເດີນ​ທາງ​ໄປ​ແຂວງ Cunene ຂອງ​ອັງ​ໂກ​ລາ ມີ​ລາຍ​ງານ ​ກ່ຽວກັບ​ເລື້ອງນີ້ ຊຶ່ງໄພ​ສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນ ດັບຕໍ່ໄປ.

ທ້າວ​ເອ​ດົວ​ໂດ ນູ​ກາ​ລາ ພໍ່​ນາ​ອາ​ຍຸ 58 ປີ ພວມດີ້ນ​ຮົນ ​ຊອກ​ຫາ​ຫຍ້າ​ແລະ​ນ້ຳ ມາ​ລ້ຽງ​ງົວ ທີ່​ຄອບ​ຄົວ​ຂອງ​ລາວ​ກາງ​ຕໍ່​ນຳ​ນັ້ນ.

​ໄພ​ແຫ້ງ​ແລ້ງ ທີ່​ຮ້າຍ​ແຮງ​ສຸດ ​ໃນ​ຮອບ​ຫຼາຍໆ​ທົດ​ສະ​ວັດ ໃນ​ພາກ​ໃຕ້​ຂອງ​ອັງໂກ​ລາ ໄດ້​ທຳ​ລາຍ​ຜົນ​ລະ​ປູກ​ຂອງ​ລາວ​ທັງ​ໝົດ.

ບໍ່​ມີ​ຝົນ​ຕົກ​ມາ​ແ​ຕ່​ເດືອນ​ພະ​ຈິກ​ປີ​ກາຍ ແລະ​ພວກ​ພໍ່​ໄຮ່​ພໍ່​ນາ​ຫຼາຍ​ພັນ​ຄົນ ຄື​ກັນ​ກັບ​ທ້າວ​ນູ​ກາ​ລາ ບໍ່​ມີ​ຫຍັງ​ເຫຼືອ​ໄວ້​ພໍ​ທີ່​ຈະ​ເກັບ​ກ່ຽວ ແລະ​ພວກ​ເຂົາ​ເຈົ້າ​ກໍ​ຮູ້​ສຶກໝົດ​ຫວັງ. ທ້າວ​ນູ​ກາ​ລາ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ມີ​ແຕ່​ພະ​ເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ​ກ່ຽວ​ກັບ​ໄພ​ແຫ້ງ​ແລ້ງ​ໃນ​ປີນີ້ ຍ້ອນ​ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ສະ​ພາບ​ການ​ແບບນີ້​ມາ​ກ່ອນ.”

ພວກທີ່​ມີ​ງົວ​ຕ້ອງ​ໄດ້​ຖືກ​ບັງ​ຄັບໃຫ້​ເດີນ​ທາງ ນຳ​ເອົາ​ງົວ​ຂອງ​ພວກ​ເຂົາ​ເຈົ້າ​ເປັນ​ເວ​ລາ​ສາມ​ເດືອນ​ລ່ວງ​ໜ້າ ເພື່ອ​ຊອກ​ຫາ​ບ່ອນ​ທີ່​ມີ​ຫຍ້າ​ຂຽວໆ​ໃຫ້​ງົວ​ເຂົາ​ເຈົ້າ​ກິນ.

ມີ​ງົວ​ຈຳ​ນວນ​ນຶ່ງ​ຄາດ​ວ່າຈະ​ລອດ​ຊີ​ວິດ​ມາ​ໄດ້ ສ່ວນ​ອີກ​ຫຼາຍ​ພັນ​ໂຕນັ້ນ​ແມ່ນ​ໄດ້​ຕາຍ​ໄປ​ແລ້ວ.

ອົງ​ການກອງ​ທຶນ​ເດັກ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ໄພ​ແຫ້ງ​ແລ້ງ​ດັ່ງ​ກ່າວນີ້​ໄດ້​ເຮັດ​ໃຫ້ 2 ລ້ານກວ່າ​ຄົນໃນ​ພາກ​ໃຕ້​ປະ​ເທດ​ອັງ​ໂກ​ລາສ່ຽງ​ຕໍ່​ກາ​ນ​ຂາດ​ແຄນ​ອາ​ຫານ​ການ​ກິນ.

ທ້າວ​ອາ​ໂຊ​ຣີ​ໂອ ເຊ​ເຕ​ເກ​ເລ ພໍ່​ນາ​ອີກ​ຄົນ​ນຶ່ງ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ເວ​ລານີ້​ພວກ​ເຮົາ​ບໍ່​ມີ​ອາ​ຫານ​ກິນ​ແລ້ວ ທີ່​ບ້ານ​ຂອງ​ພວກ​ເຮົາ ແລະ​ກໍ​ບໍ່​ມີ​ນ້ຳ​ໃຊ້ ຍ້ອນ​ໄພ​ແຫ້ງ​ແລ້ງ.”

ພວກ​ເດັກ​ນ້ອຍ​ທີ່​ຂາດ​ແຄນ​ອາ​ຫານ ​ໄດ້​ຖືກສົ່ງ​ໄປ​ປິ່ນ​ປົວ​ຮັກ​ສາ ຢູ່​ທີ່​ໂຮງ​ໝໍ ​ໂອນ​ຈີ​ວາ. ແຕ່​ ດ​ຣ. ແດນຽລ ຣີ​ຄາ​ໂດ ກ່າວ​ວ່າ ພວກ​ທີ່​ຂາດ​ອາ​ຫານ​ສ່ວນ​ໃຫຍ່ນັ້ນ ບໍ່​ມີ​ແຮງ​ພໍທີ່​ຈະ​ໄປ​ເຖິງ​ສະ​ຖານ​ທີ່​ປິ່ນ​ປົວ. ດ​ຣ. ຣີ​ຄາ​ໂດ ກ່າວ​ວ່າ:

“ອາ​ການ​ຂອງ​ພວກ​ເດັກ​ນ້ອຍ​ເຫຼົ່າ​ນີ້​ຈະ​ຮ້າຍ​ລົງ​ຕື່ມ ຍ້ອນ​ວ່າ​ໄພ​ແຫ້ງ​ແລ້ງນີ້​ບໍ່​ໄດ້​ມີ​ຜົນ​ກະ​ທົບ ​ຕໍ່​ຜູ້​ທີ່​ຂາດສານອາ​ຫານ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ມີ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຕໍ່​ສຸ​ຂະ​ພາບ​ຂອງ​ພວກ​ເດັກ​ນ້ອຍ ໃນ​ລະ​ດັບ​ປະ​ຊາ​ຄົມ​ນຳ​ດ້ວຍ.”

ອັງ​ໂກ​ລາ
ອັງ​ໂກ​ລາ

​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ World Vision ພວມ​ປິ່ນ​ປົວ​ເດັກ​ນ້ອຍ​ທີ່​ຂາດ​ອາ​ຫານ ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 5 ປີ ຈຳ​ນວນ 32,000 ຄົນ​ທີ່​ແຂວງ​ກູ​ເນ​ເນດ້ວຍ​ການ​ສົ່ງ​ອາ​ຫານ​ເສີມ​ໄປ​ໃຫ້ 11 ໂຕນ. ທ່ານ​ໂຣ​ເບີດ ບູ​ລ​ເທັນ ກ່າວ​ກ່ຽວ​ກັບ​ເລື້ອງນີ້ວ່າ:

“ນີ້​ແມ່ນ​ບໍ່​ພຽງ​ພໍ ພວກ​ເຮົາ​ຈຳ​ເປັນ ​ຕ້ອງ​ໄດ້​ຊອກ​ຫາ​ແຫຼ່ງ​ອື່ນໆ​ມາ​ເພີ້ມ ຍ້ອນ​ພວກ​ເຮົາ​ມອງ​ເຫັນ​ວ່າ ການ​ເກັບ​ກ່ຽວ​ໃນ​ປີນີ້ ພວກ​ເຮົາ​ຄາດ​ວ່າ ພວກ​ເຮົາ​ຈະ​ມີພວກ​ເດັກ​ນ້ອຍຂາດ​ແຄນ​ອາ​ຫານ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຢ່າງ​ໜ້ອຍ​ກໍໄປ​ຈົນ​ຮອດລະ​ດູ​ເກັບ​ກ່ຽວ​ປີ​ໜ້າ ຊຶ່ງ​ຈະ​ແມ່ນ​ເດືອ​ນ​ມີ​ນາ​ພຸ້ນ.”

ປະ​ທາ​ນາ​ທິ​ບໍ​ດີ​ອັງ​ໂກ​ລາ ທ່ານ Joao Lourenco ເດີນ​ທາງ​ໄປ​ຢ້ຽມ​ເຂດ​ດັ່ງກ່າວ​ໃນ​ເດືອນນີ້ ແລະ​ຮັບ​ຮູ້​ວ່າສະ​ຖາ​ນະ​ການ​ແມ່ນ​ມີ​ຄວາມ​ຮ້າຍ​ແຮງ​ແທ້. ປະ​ທາ​ນາ​ທິ​ບໍ​ດີ Lourenco ກ່າວ​ວ່າ:

“ແຕ່​ລັດ​ຖະ​ບານ​ກໍ​ບໍ່​ແຕກ​ຕ່າງ​ໄປ​ຈາກນີ້. ເຫດ​ຜົນ​ໃນ​ການ​ໄປ​ມີ​ໜ້າ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ໃນ 2 ແຂວງ​ນີ້​ກໍ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ແມ່ນ​ໄດ້​ຕິດຕາມ​ເບິ່ງ​ສະ​ຖາ​ນະ​ການ ທີ່​ເກີດ​ຂຶ້ນ​ຢູ່​ໃນ​ເຂດ​ພາກ​ໃຕ້​ຂອງ​ອັງ​ໂກ​ລາ.”

ອັງ​ໂກ​ລາ​ສັນ​ຍາ​ວ່າ ຈະ​ໃຫ້​ທຶນ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ແລະ​ໂຄງ​ການ​ພັດ​ທະ​ນາ​ຂອງ​ຕົນ ເປັນ​ເວ​ລາ 4 ປີ.

ໃນ​ຂະ​ນະ​ທີ່​ແຜນ​ການ​ດັ່ງ​ກ່າວ ສົມ​ຄວນ​ຈະ​ໄດ້​ຮັບ​ການ​ຍ້ອງ​ຍໍ ແຕ່​ກຸ່ມ​ຊ່ວຍ​ເຫຼືອ​ຕ່າງໆ​ເວົ້າ​ວ່າ ການ​ປະ​ກາດ​ກຸ້ມ​ຕົນ​ເອງ​ຂອ​ງ​ອັງ​ໂກ​ລາເຮັດ​ໃຫ້​ເປັນ​ການ​ຍາກ​ຂຶ້ນ​ຕື່ມ ທີ່​ຈະ​ດຶງ​ດູດ​ເອົາ​ການ​ບໍ​ລິ​ຈາກ​ເພື່ອ​ມາ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຊາວ​ອັງ​ໂກ​ລາ​ທີ່ພວມ​ປະ​ສົບ​ກັບ​ໄພ​ແຫ້ງ​ແລ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG