ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນບໍ່​ມີ​ຄົນ​ຂັບ ໂຈມ​ຕີຫຼາຍ​ພື້ນ​ທີ່ ​ຂອງ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່ ຣັດ​ເຊຍ ສືບ​ຕໍ່​ການ​ໂຈມ​ຕີ​ທາງ​ອາ​ກາດ


ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ​ຕໍ່​ສະ​ພາ​ຢູ​ໂຣບ, ເມືອງ ສ​ຕ​ຣາ​ສບວກ, ປະ​ເທດ ຝ​ຣັ່ງ, 13 ຕຸ​ລາ 2022.
ປະ​ທານ​າ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ​ຕໍ່​ສະ​ພາ​ຢູ​ໂຣບ, ເມືອງ ສ​ຕ​ຣາ​ສບວກ, ປະ​ເທດ ຝ​ຣັ່ງ, 13 ຕຸ​ລາ 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ພາກ​ພື້ນ​ນະ​ຄອນຫຼວງ​ຂອງ​ປະ​ເທ​ດ​ຖືກ​ໂຈມ​ຕີ​ໂດຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ຫຼື ໂດ​ຣນ ທີ່​ຜະ​ລິດ​ໃນ​ປະ​ເທດ ອີ​ຣ່ານ ເຊິ່ງ​ຖືກ​ປັດ​ຕິ​ບັດ​ງານ​ໂດຍກອງ​ກຳ​ລັງ ຣັດ​ເຊຍ, ໃນ​ຂະ​ນະ​ທີ່ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໄດ້​ຕົກຖືກທີ່​ຕັ້ງຖິ່​ນ​ຖານ​ 40 ແຫ່ງ​ຕ່າງ​ກັນ ​ໃນ​ທົ່ວ​ປະ​ເທດ​ໃນມື້​ວານນີ້.

ຮອງ​ຫົວ​ໜ້າ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຢູ​ເຄ​ຣນ ທ່ານ ຄີ​ຣີ​ໂລ ທີ​ໂມ​ເຊັນ​ໂກ ໄດ້​ກ່າວ​ວ່າ​ໂດ​ຣນ​ໄດ້​ໂຈມ​ຕີ “ສະ​ຖານ​ທີ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​” ທົ່ວ​ນະ​ຄອນຫຼວງ ກີ​ຢິບ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ອະ​ທິ​ບາຍ​ໂດ​ຣນ​ທີ່​ວ່າ​ນັ້ນ​ດັ່ງ​ກັບ​ເຮືອ​ບິນ​ກ້າ​ຕາຍ, ເຊິ່ງ​ໄດ້​ບັນ​ຈຸ​ລະ​ເບີດ ແລະ ຕຳ​ມັນ​ໃສ່​ເປົ້າ​ໝາຍ.

ເຈົ້າ​ຄອງ​ເມືອງ ມີ​ໂຄ​ລາ​ອິບ ທ່ານ ໂອ​ລັກ​ແຊນ​ເດີ ຊຽນ​ໂຄວິດ​ຈ໌ ຍັງ​ໄດ້​ລາຍ​ງານ​ການ​ລະ​ດົມ​ຍິງ​ໃນ​ຂ້າມ​ຄືນ​ວັນ​ພະ​ຫັດ​ນີ້​ໃນ​ເມືອງ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ ທີ່​ໄດ້​ທຳ​ລາຍ​ຕຶກ​ອາ​ພາດ​ເມັ້ນ 5 ຊັ້ນຫຼັງ​ນຶ່ງ.

ການ​ໂຈມ​ຕີ​ທາງ​ອາ​ກາດ​ໄດ້​ມີ​ຂຶ້ນໃນ​ຂະ​ນະທີ່​ບັນ​ດາ​ຄູ່​ຮ່ວມ ຢູ​ເຄ​ຣນ ໄດ້​ເຮັດ​ວຽກ​ເພື່ອ​ສະ​ໜອງ​ອຸ​ປະ​ກອນ​ປ້ອງ​ກັນທາງອາ​ກາດ​ເພີ່ມ​ເຕີມ​ໃຫ້​ປະ​ເທດ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ຍິ່ງ​ຣັດ​ເຊຍ ໜ້າ​ດ້ານ ແລະ ໂຫດ​ຮ້າຍ​ຫຼາຍ​ຊ່ຳ​ໃດ, ມັນ​ຍິ່ງ​ເຫັນ​ໄດ້ຊັດ​ເຈນຫຼາຍ​ຂຶ້ນ​ທີ່​ໂລກ​ຈະ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ປົກ​ປ້ອງ​ທ້ອງ​ຟ້າ​ໃນ​ວຽກ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຢູ​ໂຣບ ໃນ​ຊ່ວງ​ເວ​ລາ​ຂອງ​ພວກ​ເຮົາ.

ອັງ​ກິດ ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ​ເຂົາ​ເຈົ້າ​ຈະ​ສົ່ງ​ຈະຫຼວດ​ທີ່​ມີ​ຄວາມ​ສາ​ມາດ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຕົກ, ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງ​ການ NATO ໄດ້​ເຕົ້າ​ໂຮມ​ກັນ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ເພື່ອ​ປຶກ​ສາ​ຫາ​ລື​ການ​ສະ​ໜັບ​ສະ​ໜູ​ນ​ສຳ​ລັບ​ກອງ​ທັບ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG