ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີ​ການ​ນຳ​ໃຊ້ເຮືອບິນບໍ່ມີຄົນຂັບ​ ເພື່ອສົ່ງອາຫານ, ຢາປົວພະຍາດ ແລະ ສິ່ງຂອງຈຳເປັນອື່ນໆ ໄປຫາເຮືອນຂອງຜູ້ຄົນ ໃນສະ​ຫະ​ລັດ


Drones Aim to Deliver Meals, Medicines to People’s Backyards
please wait

No media source currently available

0:00 0:02:00 0:00

ຮ້ານອາຫານ ແລະຮ້ານສະໜອງອຸປະກອນການແພດບາງແຫ່ງ ຢູ່ໃນສະຫະລັດ ກຳລັງຫັນໄປໃຊ້ເຮືອບິນບໍ່ມີຄົນຂັບ ເພື່ອຈັດສົ່ງອາຫານ, ຢາປົວພະຍາດ, ແລະສິນຄ້າທີ່ຈຳເປັນອື່ນໆ ໄປຫາເຮືອນຂອງຜູ້ຄົນ.

ຢູ່​ໃນສະຫະລັດນັ້ນ ຮ້ານອາຫານ ແລະຮ້ານສະໜອງອຸ​ປະ​ກອນການແພດບາງແຫ່ງ ກຳລັງຫັນໄປ​ໃຊ້ເຮືອບິນບໍ່ມີຄົນຂັບ ເພື່ອຈັດສົ່ງອາຫານ, ຢາປົວພະຍາດ, ແລະສິນຄ້າທີ່ຈຳເປັນອື່ນໆ ໄປຫາເຮືອນຂອງຜູ້​ຄົນ. Julie Taboh, ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ລະ​ອຽດເລື້ອງນີ້​ເພີ່ມ​ເຕີມ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ເຮືອບິນບໍ່ມີຄົນຂັບ ຫລືໂດ​ຣນ (drone) ລຳ​ນີ້ ບໍ່ໄດ້​ບິນອອກ​ໄປເພື່ອເຮັດພາ ລະກິດສອດແນມ ຫຼືເຮັດກິດຈະກໍາສືບລັບອັນອື່ນໃດໝົດ.

ມັນເອົາ​ຢາສົ່ງໄປ​ຫາເຮືອນຂອງໃຜຜູ້ນຶ່ງຢ່າງວ່ອງໄວ ແລະປອດໄພ.

ນັກສັງເກດການໃນອຸດສາຫະກໍານີ້ກ່າວວ່າ ການຈັດສົ່ງອາຫານ, ຢາປົວພະ ຍາດ ແລະເຄື່ອງໃຊ້ທີ່ຈໍາເປັນອື່ນໆ ໄປຫາບ້ານເຮືອນຂອງ​ຄົນອາດຈະກາຍ ເປັນເລື້ອງທຳ​ມະ​ດາ​ທີ່​ມີ​ຢູ່​ທົ່ວ​ໄປໃນໄວໆນີ້ ​ຢູ່ໃນສະຫະລັດຍ້ອນວ່າມີ​ຫລາຍ ບໍລິສັດເພີ່ມຂຶ້ນ ທີ່ໄດ້ຮັບການອະນຸມັດຈາກອົງການບໍລິຫານ ການບິນຂອງລັດຖະບານກາງຫລື FAA ທີ່ເຮັດວຽກກ່ຽວກັບກົດລະບຽບຄວາມປອດໄພທີ່ ຄຸ້ມຄອງໜ່ານຟ້າ.

​ທ່ານ​ນາງເອັມ​ມີ ເວັບ (Amy Webb) ເປັນຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງສະ​ຖາ​ບັນ Future Today ຊຶ່ງເປັນບໍລິສັດທີ່ປຶກສາດ້ານການຈັດ​ການ. ທ່າ​ນນາງກ່າວ​ຜ່ານທາງ Skype ວ່າ:
"ພວກເຮົາອາດຈະເຫັນເຄື່ອງຈັກທີ່ບິນຜ່ານໄປ​ມາຢູ່​ເທິງອາກາດຫລາຍ​ຂຶ້ນ."

ໃນຂະນະທີ່ຄວາມຕ້ອງການ ໃນ​ການຈັດສົ່ງ​ສິ່ງ​ຂອງ​ໄປ​ຫາເຮືອນຄົນ​ເພີ່ມຂຶ້ນສຳ​ລັບ​ພວກ​ທີ່​ອາ​ໄສຢູ່ໃນບັນດາຕົວເມືອງ ແລະເຂດຊານເມືອງຂອງສະຫະລັດ ແຕ່ ມັນແມ່ນຜູ້ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກທີ່ອາດຈະເຫັນວ່າໄດ້​ຮັບປະໂຫຍດ ຈາກ​ການ​ຈັດ​ສົ່ງແບບ​ນີ້​ຫລາຍທີ່ສຸດ.

ທ່ານ​ນາງເອັມ​ມີ ເວັບກ່າວຜ່ານທາງ Skype ອີກວ່າ:
"ເຈົ້າຈະຢາກໄດ້ບາງສິ່ງບາງຢ່າງ ເຊັ່ນເຮືອ​ບິນບໍ່​ມີ​ຄົນ​ຂັບທີ່ສາມາດຊອກຫາ ບ່ອນທີ່ເຈົ້າຢູ່ໄດ້, ໄປ​ເອົາ​ເຄື່ອງ ແລະກໍ​ເອົາ​ມາສົ່ງໃຫ້ເຈົ້າ, ອຸປະກອນການ ແພດທີ່ເຈົ້າອາດຈະຕ້ອງການ."

ຟ​ລາຍ​ເທ​ຣັກ​ສ໌ (Flytrex) ເປັນບໍລິສັດອິ​ສ​ຣາ​ແອ​ລ ຜະລິດແລະດຳ​ເນີນການບໍ​ລິ​ການ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບທີ່​ໃຊ້ໄຟຟ້າ ທີ່​ໄປ​ຮັບເອົາອາຫານຈາກຮ້ານອາຫານ ໃນທ້ອງຖິ່ນໄປຫາເຮືອນຄົນ.

ທ່ານ​ຢາ​ຣິ​ຟ ແບ​ສ (Yariv Bash) ເປັນຫົວ​ໜ້າ​ຜູ້​ບໍ​ລິ​ການ ຫລື CEO ແລະຜູ້ ຮ່ວມກໍ່ຕັ້ງບໍ​ລິ​ສັດ Flytrex. ທ່ານໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:
"ໃນ​ນາມວ່າເປັນລູກຄ້າ ເຈົ້າ​ກໍ​ມີ​ແຕ່ດາວໂຫລດແອັບພ​ລີ​ເຄ​ຊັນ, ແລ້ວກໍເລືອກ ເອົາສິ່ງທີ່ເຈົ້າຢາກກິນ, ແນ່ນອນ ຕ້ອງເອົາທີ່ຢູ່ເຮືອນຂອງເຈົ້າ ແລະຂໍ້ມູນບັດ ເຄຣດິດຂອງເຈົ້າໃສ່, ແລະ​ສ່ວນ​ທີ່ເຫລືອຈາກນັ້ນ​ ພວກເຮົາຈະດູແລເອງ."

ທ່ານ​ແບ​ສ (Bash) ປະກາດວ່າ ການຈັດສົ່ງສິ່ງ​ຂອງ​ໄປ​ຫາເຮືອນຄົນໂດຍໃຊ້ ໂດ​ຣນແມ່ນປອດໄພກວ່າການຈັດສົ່ງໂດຍໃຊ້ລົດ ຫຼື ລົດບັນທຸກ, ແລະປະ​ຢັດຄ່າໃຊ້ຈ່າຍກ່ວາ ການຂົນສົ່ງທີ່​ໃຊ້ຄົນຂັບ.

ກ່ອນທີ່ຈະສ້າງຕັ້ງບໍ​ລິ​ສັດ Flytrex, ທ່ານເປັນຜູ້ກໍ່ຕັ້ງບໍລິສັດເອກະຊົນແຫ່ງ ທໍາ ອິດທີ່ເລີ້ມເປີດການ​ປະ​ຕິ​ບັດງານຂອງຫຸ່ນຍົນທີ່ບິນລະ​ຫວ່າງດາວ​ພະ​ເຄາະ ເພື່ອ ບິນ​ໄປ​ຫາດວງຈັນ.

ທ່ານ​ແບ​ສ (Bash) ກ່າວຜ່ານທາງ Skype ​ອີກວ່າ:
“ສະ​ນັ້ນ ແທນ​ທີ່​ຈະ​ບິນ​ໄປ​ເຖິງ​ດວງ​ຈັນທີ່​ຢູ່​ໄກ 2 ແສນໄມ​ລ໌, ພວກ​ເຮົາ​ບິນ​ໄປ​ຫາ​ເດີ່ນ​ຫລັງ​ບ້ານ ​ຂອງ​ຜູ້​ຄົນຢູ່​ເທິງໜ້າ​ດິນໄກ 200 ຟຸດ ຫລື 60 ແມັດ. ​ມັນ​ຄ້າຍຄືກັນຫຼາຍ!”

ຢູ່ໃນສະຫະລັດນັ້ນ ເຮືອບິນບໍ່​ມີ​ຄົນ​ຂັບ​ຂອງ​ບໍ​ລິ​ສັດ Flytrex ປັດຈຸບັນກຳ​ລັງປະ ຕິບັດງານຢູ່ສາມແຫ່ງ ໃນລັດ​ຄາ​ໂຣ​ໄລ​ນາ​ເໜືອ.

ທ່ານ​ແບ​ສ (Bash) ກ່າວ​ມ້ວນ​ທ້າຍຜ່ານທາງ Skype ວ່າ:
“ສະ​ນັ້ນ, ມັນ​ມີປະຊາກອນປະມານ 10,000 ຄອບຄົວຢູ່ໃນສະ​ຖານ​ທີ່ສາມແຫ່ງ ນັ້ນ. ແລະໃນ​ຂະ​ນະ​ທີ່ພວກເຮົາ ຂະຫຍາຍການບໍລິການຂອງພວກເຮົາ ໄປສູ່ຫລາຍສະຖານີຂຶ້ນ ແລະໄດ້ຮັບການອະນຸມັດຈາກ FAA ຢູ່ນີ້, ມີ​ແຕ່ ທ້ອງຟ້າເທົ່າ​ນັ້ນ ທີ່​ຈະເປັນຂອບເຂດຈໍາກັດໄດ້.”

ອ່ານ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

U.S., some restaurants and medical supply stores are turning to drones to deliver food, medicine, and other essential goods to people’s homes.

This drone isn’t off on a spying mission or any other clandestine activity.

It’s delivering medicine quickly and safely to someone’s home.

Industry observers say drone deliveries of food, medicine and other essential goods to homes may soon become more common in the U.S. as more companies gain approval from the Federal Aviation Administration ((FAA)), which works on the safety rules governing the skies.

Amy Webb is CEO of the Future Today Institute, a management consulting firm. She spoke:
“We’re probably going to see more machines flying through the air.”
As demand for home delivery increases among U.S. city and suburban dwellers, it’s people who live in remote areas who may see the biggest benefit.

Amy Webb, Future Today Institute CEO via Skype:
“You're going to want something like a drone that is capable of locating you, picking up and dropping off to you, the medical supplies that you might need.”

Flytrex, an Israeli company, manufactures and operates electric drones that deliver meals from local restaurants to people’s homes.

Yariv Bash is the CEO and co-founder of Flytrex. He spoke with VOA via Skype:
“All you have to do as the customer is download the app, select what you want to eat, input your home address and your credit card information of course, and we take care of the rest.”

Bash pitches home deliveries by drone as safer than deliveries by car or truck, and more cost effective than human couriers.

Prior to founding Flytrex, he was the founder of a company that launched the first private interplanetary robotic mission to the moon.
Yariv Bash, Flytrex CEO, via Skype:
“So instead of flying to the moon 200,000 miles, we fly to people's backyards, 200 feet above the ground. Pretty similar!”

In the U.S., Flytrex drones, are currently operating in three locations in North Carolina.

Yariv Bash, Flytrex CEO via Skype: “So that's a population of roughly 10,000 families in those three locations. And as we expand our service to more stations and receive more approvals from the FAA, the sky's the limit.”

XS
SM
MD
LG