ອາທິດນີ້ ໃສ່ເກາະດອນ ແຫ່ງນຶ່ງໃນເຂດແນວໜ້າ ຂອງ
ຕົນນັ້ນ ແມ່ນເປັນຂອງເກົາຫລີເໜືອ.
ເຮືອບິນນ້ອຍ ທີ່ບໍ່ມີຄົນຂັບດັ່ງກ່າວ ໄດ້ຖືກພົບເຫັນຢູ່ທີ່
ເກາະ Baengnyeong ໃນວັນອັງຄານວານນີ້ບໍ່ເທົ່າໃດ
ຊົ່ວໂມງຫລັງຈາກທີ່ທັງສອງຝ່າຍໄດ້ຍິງປືນໃຫຍ່ໃສ່ເຂດ
ທະເລຂອງກັນແລະກັນ.
ໂຄສົກກະຊວງທ້ອນໂຮມຊາດເກົາຫລີ ທ່ານ Park Soo-jin
ໄດ້ກ່າວໃນວັນພຸດມື້ນີ້ວ່າ ການສືບສວນໄດ້ລົງຄວາມເຫັນວ່າ
ເຮືອບິນນີ້ແມ່ນຂອງພຽງຢາງ ທ່ານກ່າວເພີ້ມອີກວ່າ:
“ພະແນກການທີ່ກ່ຽວຂ້ອງ ຂອງລັດຖະບານເກົາຫຼີໃຕ້ ໄດ້ໃຫ້ການຢືນຢັນວ່າ ເກົາຫລີ
ເໜືອ ເປັນຜູ້ຮັບຜິດຊອບຫຼືເປັນເຈົ້າຂອງເຮືອບິນທີ່ບໍ່ມີຄົນຂັບລຳນີ້.”
ທ່ານ Park ບໍ່ໄດ້ໃຫ້ຄຳເຫັນໃດໆກ່ຽວກັບຈຸດປະສົງຂອງເກົາຫລີເໜືອໃນການນຳໃຊ້
ເຮືອບິນທີ່ບໍ່ມີຄົນຂັບ ເຖິງແມ່ນວ່າສື່ມວນຊົນຂອງເກົາຫລີໃຕ້ໄດ້ລາຍງານວ່າ ຕົນໄດ້
ປະຕິບັດງານສັງເກດການໃນຂະນະທີ່ມີການຍິງປືນໃຫຍ່ໃສ່ກັນຢູ່ນັ້ນ.
ໃນວັນຈັນຜ່ານມານີ້ເກົາຫລີເໜືອໄດ້ຍິງປືນໃຫຍ່ 100 ລູກເຂົ້າໄປໃສ່ເຂດທະເລຂອງ
ເກົາຫລີໃຕ້ ເຮັດໃຫ້ເກົາຫລີໃຕ້ ຍິງປືນໃຫຍ່ຂອງຕົນຕອບໂຕ້ຄີືນໄປໃສ່ ເຂດນ່ານນໍ້າ
ຂອງເກົາຫຼີເໜືອ. ບໍ່ມີໃຜໄດ້ຮັບບາດເຈັບໃນການຍິງໂຈມຕີກັນດັ່ງ ກ່າວ.
ຄວາມເຄັ່ງຕືງລະຫວ່າງ ສອງເກົາຫລີ ໄດ້ເພີ້ມທະວີຂື້ນຫວ່າງບໍ່ເທົ່າໃດອາທິດທີ່ຜ່ານ
ມາ ເພາະວ່າການຊ້ອມລົບຮ່ວມປະຈຳປີ ລະຫວ່າງສະຫະລັດແລະເກົາຫລີໃຕ້ ພ້ອມ
ທັງການຍິງຈະຫຼວດ ແລະລູກສອນໄຟຂີປະນາວຸດ ທີ່ມີມາເປັນລຳດັບ ຂອງພຽງຢາງ.