ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ສັງຫານ ຜູ້​ບັນຊາ​ການ ​​ກຸ່ມ​ຫົວ​ຮຸນ​ແຮງ​ ໃນປາກີສຖານ


ທ້າວ Maulvi Nazir ຜູ້ບັນຊາການກຸ່ມຫົວຮຸນແຮງ ປາກີສຖານ ທີ່ຖືກສັງຫານ ໂດຍເຮືອບິນບໍ່ມີຄົນຂັບ.
ທ້າວ Maulvi Nazir ຜູ້ບັນຊາການກຸ່ມຫົວຮຸນແຮງ ປາກີສຖານ ທີ່ຖືກສັງຫານ ໂດຍເຮືອບິນບໍ່ມີຄົນຂັບ.
ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ປາ​ກີ​ສຖານ​ເວົ້າວ່າ ການ​ໂຈມ​ຕີ​ໂດຍເຮືອ ບິນບໍ່​ມີ​ຄົນ​ຂັບ​ໃນ​ເຂດ​ຊົນ​ເຜົ່າ​ທີ່​ຕິດ​ກັບ​ຊາຍ​ແດນ​ອັຟກາ​ນີສຖານ​ນັ້ນ ​ໄດ້​ສັງຫານ​ຢ່າງ​ໜ້ອຍ​ແປດ​ຄົນ ​ໂຮມ​ທັງທ້າວ Maulvi Nazir ຜູ້​ບັນຊາ​ການ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ໃນເຂດ Warziristan ​ໃຕ້

ທາງ​ການ​ປາ​ກີ​ສຖານ​ເວົ້າ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ທ້າວ NAZIR ​ທີ່​ຮູ້​ກັນ​ໃນ ອີກ​ຊື່​ນຶ່ງ​ວ່າ MULLAH NAZIR ນັ້ນ ​ເປັນ​ຜູ້​ນຶ່ງ ​ໃນ​ກຸ່ມ​ທີ່​ສົງ​ໄສ​ວ່າ​ເປັນ ພວກ​ຫົວຮຸນ​ແຮງທີ່​ຖືກ​ສັງຫານ​ໃນ​ລະຫວ່າງ​ການ​ໂຈມ​ຕີ​ດັ່ງກ່າວ ​ທີ່​ບ້ານ Angoor Adda ​ເມື່ອ​ຕອນ​ບ່າຍ​ວັນ​ພຸດ​ວານ​ນີ້.

ທາງ​ການປາກິສຖານ​ຍັງ​ເວົ້າ​ອີກ​ວ່າ ມີ​ການ​ໂຈມ​ຕີ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຢ່າງ​ໜ້ອຍນຶ່ງ ຄັ້ງ ຕໍ່​ເຂດ Warziristan ເໜືອ. ໜັງສືພິມ Dawn News ​ເວົ້າ​ວ່າ ມີ​ສາມ​ຄົນ​ໄດ້​ຖືກ​ສັງຫານທີ່​ນັ້ນ.

ທ້າວ Nazir ​ເປັນຜູ້​ບັນຊາ​ການ​ຄົນ​ສຳຄັນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຢູ່​ໃນ​ເຂດ Warziristan ​ໃຕ້. ມີ​ລາຍ​ງານ​ວ່າພວກ​ນັກ​ລົບ​ຂອງ​ທ້າວ Nazir ມີ​ຄວາມ​ສົນ​ໃຈຢາ​ກ​ໂຈມ​ຕີ​ກໍ​າລັງ​ທະຫານ ​ທີ່​ນໍາ​ໂດຍ​ສະຫະລັດ ​ໃນ​ອັຟການີສຖານ ນັ້ນຫຼາຍກວ່າ​ຈະ​ໂຈມ​ຕີ​ກໍາລັງ​ຮັກສາ​ຄວາ​ມປອດ​ໄພ​ປາ​ກີ​ສຖານ. ກ່າວກັນ​ ວ່າ ກຸ່ມ​ຂອງທ້າວ Nazir ​ເປັນ​ພັນທະ​ມິດ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ອື່ນໆ​ທີ່​ເປັນ ​ເຄືອ​ຂ່າຍ​ຂອງກຸ່ມ​ກໍ່ການ​ຮ້າຍອາລ-ຄາ​ອີ​ດາ.

ທ້າວ Nazir ​ໄດ້​ເຊັນ​ສັນຍາ​ສັນຕິພາ​ບສະບັບ​ນຶ່ງ​ກັບ​ລັດຖະບານ​ປາ​ກີ​ສຖານ​ໃນ​ປີ​ 2007. ມີ​ລາຍ​ງານ​ອີກ​ວ່າ ທ້າວ Nazir ມີ​ຄວາມ​ສໍາພັນ​ທີ່ບໍ່​ລົງ​ຮອຍ​ກັນ​ປານ​ໃດ​ກັບ​ກຸ່ມ​ຕາ​ລິ​ບານ​ປາ​ກີ​ສຖານ ທີ່​ໄດ້​ທໍາ​ການ​ໂຈມ​ຕີ​ກໍາລັງ​ຂອງ​ປາ​ກີ​ສຖານຫຼາຍໆ​ຄັ້ງ​ນັ້ນ.

​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ​ນີ້ ທ້າວ Nazir ​ໄດ້​ຮັບ​ບາດ​ເຈັບ​ໃນເຫດການ​ລະ​ເບີດ​ສະຫຼະຊີບ​ບັ້ນ​ນຶ່ງ​ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍຫົກ​ຄົນ​.

​ໃນ​ເດືອນ​ພະຈິກ​ປີ 2011 ການໂຈມ​ຕີທີ່​ສົງ​ໄສ​ວ່າ​ມາ​ຈາກ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະຫະ ລັດ ​ໄດ້​ສັງຫານທ້າວ Khan Mohammed ​ຮອງ​ຜູ້​ບັນຊາ​ການ​ຂອງ​ທ້າວ Nazir ພ້ອມ​ທັງເປັນນ້ອງ​ຊາຍຂອງ​ຜູ້ກ່ຽວ​ນັ້ນ​ນໍາດ້ວຍ.
XS
SM
MD
LG