ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຂອງກຸ່ມ ລັດອິສລາມ ຢູ່ອັຟການິສຖານ ຖືກຂ້າຕາຍ ໂດຍຍົນ ບໍ່ມີ ຄົນຂັບ


ພວກເຈົ້າໜ້າທີ່ທ້ອງຖິ່ນຂອງອັຟການິສຖານ ພາກັນຫລຽວ
ເບິ່ງ ໃນຂະນະທີ່ມີຄວັນພຸ່ງຂຶ້ນ ພາຍຫລັງທີ່ມີການໂຈມຕີ
ທາງອາກາດຕໍ່ຄ້າຍຂອງນັກລົບ ກຸ່ມລັດອສິລາມ ຢູ່ໃນເຂດ
ດ່ານ ຊາຍແດນ ທີ່ແຂວງນານກາຮາ ຢູ່ທາງຕາເວັນອອກ
ຂອງປະເທດ ໃນວັນທີ 7 ກໍລະກົດ 2018
ພວກເຈົ້າໜ້າທີ່ທ້ອງຖິ່ນຂອງອັຟການິສຖານ ພາກັນຫລຽວ ເບິ່ງ ໃນຂະນະທີ່ມີຄວັນພຸ່ງຂຶ້ນ ພາຍຫລັງທີ່ມີການໂຈມຕີ ທາງອາກາດຕໍ່ຄ້າຍຂອງນັກລົບ ກຸ່ມລັດອສິລາມ ຢູ່ໃນເຂດ ດ່ານ ຊາຍແດນ ທີ່ແຂວງນານກາຮາ ຢູ່ທາງຕາເວັນອອກ ຂອງປະເທດ ໃນວັນທີ 7 ກໍລະກົດ 2018

ການໂຈມຕີໂດຍຍົນບໍ່ມີຄົນຂັບ ໄດ້ສັງຫານທ້າວອາບູ ຊາອາດ ເອີຮາບີ (Abdu
Saad Erhabi) ຜູ້ນໍາຂອງກຸ່ມລັດອິສລາມຢູ່ອັຟການິສຖານ.

ການໂຈມຕີໃນຄືນວານນີ້ ໄດ້ມີຂຶ້ນຢູ່ເມືອງໂຄຢານີ (Khogyani) ຂອງແຂວງ ນານ
ກາຮາ (Nangarhar) ທີ່ມີບັນຫາ ຊຶ່ງເປັນທີ່ຕັ້ງຂອງສໍານັກງານໃຫຍ່ ຂອງກຸ່ມກໍ່ການ
ຮ້າຍທີ່ພວກທ້ອງຖິ່ນເອີ້ນກັນວ່າ ISK-P ນັ້ນ.

ໂຄສົກປະຈໍາຫ້ອງການປົກຄອງແຂວງດັ່ງກ່າວ, ທ່ານ ແອັດທວາລລາ ໂຄຢານີ
(Attaullah Khogyani), ກ່າວຕໍ່ວີໂອເອວ່າ ການໂຈມຕີນັ້ນ ຍັງໄດ້ທໍາລາຍຄ້າຍ
ສອງແຫ່ງໃນຈຳນວນຫລາຍໆບ່ອນ ຂອງກຸ່ມດັ່ງກ່າວອີກດ້ວຍ.

ພວກເຈົ້າໜ້າທີ່ສືບລັບຂອງອັຟການິສຖານເວົ້າວ່າ ກໍາລັງຂອງຝ່າຍສາກົນ ໄດ້ໃຫ້
ການຊ່ວຍເຫລືອ ໃນການດໍາເນີນງານ ເພື່ອຕ້ານການກໍ່ການຮ້າຍຄັ້ງນີ້.

ໂຄສົກປະຈໍາກອງທັບຂອງສະຫະລັດຄົນນຶ່ງ, ພັນໂທ ມາກຕິນ ໂອ ດັນແນລ ໄດ້ຢືນ
ຢັນກັບວີໂອເອວ່າ ກໍາລັງທະຫານຂອງສະຫະລັດ ໄດ້ດໍາເນີນການໂຈມຕີ ເພື່ອຕ້ານ
ກັບການກໍ່ການຮ້າຍໃນວັນເສົາຜ່ານມາ ຊຶ່ງໄດ້ "ແນເປົ້າໝາຍໃສ່ຜູ້ນໍາຂັ້ນສູງຄົນນຶ່ງ
ຂອງອົງການກໍ່ການຮ້າຍທີ່ຖືກກໍານົດໄວ້ນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG