ເຊີນຊົມ ວີດີໂອ ເລື່ອງການພັດທະນາ Drone ເພື່ອນຳສົ່ງ ອຸປະກອນການແພດສຸກເສີນ
ຍານທີ່ບໍ່ມີຄົນຂັບ ຊຶ່ງເປັນທີ່ຮູ້ກັນໃນອີກຊື່ນຶ່ງວ່າ Drone ນັ້ນ ແມ່ນຖືກນຳມາໃຊ້ເພີ່ມຂຶ້ນ ໃນກໍລະນີສຸກເສີນຕ່າງໆ ເຊັ່ນ ການຊອກຄົ້ນຫາ ແລະການປະຕິບັດງານກູ້ໄພ ຫຼັງຈາກທີ່ໄດ້ເກີດໄພພິບັດຕ່າງໆແລ້ວ. ແຕ່ຄວາມເປັນຫວ່ງກັງວົນກ່ຽວກັບຄວາມແອອັດຈົນເກີນ ໄປຢູ່ໃນທ້ອງຟ້າທົ່ວໄປຂອງສະຫະລັດ ພາ ໃຫ້ອົງການຄຸ້ມຄອງການບິນຂອງລັດຖະບານ ກາງ ຫຼື FAA ຈະຈຳກັດການນຳໃຊ້ງານຍານດັ່ງກ່າວຢ່າງເຄັ່ງຄັດ. ພວກນັກຄົ້ນຄ້ວາຈາກມະຫາວິທະຍາໄລລັດ Maryland ຫວັງວ່າ ກົດລະບຽບຕ່າງໆ ຈະມີການຜ່ອນຜັນໃຫ້ແກ່ Drone ທີ່ ໃຊ້ໃນການຂົນສົ່ງ ອຸບປະກອນການແພດສຸກເສີນ. ນັກຂ່າວຂອງ VOA George Putic ມີລາຍງາຍງານກ່ຽວກັບເລື່ອງນີ້ ຊຶ່ງວັນນະສອນ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ.
ຕອນຕ່າງໆຂອງເລື້ອງ
-
ກັນຍາ ໒໐, ໒໐໒໓
ການາດາ ດໍາເນີນການຂັບໄລ່ນັກການທູດຂັ້ນສູງຂອງ ອິນເດຍ
-
ກັນຍາ ໑໒, ໒໐໒໓
ສະເປນ ກໍາລັງຈັດສົ່ງທີມກູ້ໄພໄປປະເທດໂມຣັອກໂກ
-
ກັນຍາ ໐໖, ໒໐໒໓
ທ່ານດິມິທຣີ ມູຣາຕອບ ຈະທໍາການຕ່າວປີ້ນທາງດ້ານກົດໝາຍ
-
ກັນຍາ ໐໑, ໒໐໒໓
ທ່ານພອລ ວີແລນ ຖືກສົ່ງໄປນິຄົມນັກໂທດ ຢູ່ຣັດເຊຍ
-
ສິງຫາ ໓໐, ໒໐໒໓
ການພົບປະກັນຂອງລັດຖະມົນຕີກະຊວງການຄ້າ ສະຫະລັດ ແລະ ຈີນ