ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ເລື່ອງການພັດ​ທະ​ນາ Drone ເພື່ອ​ນຳ​ສົ່ງ ​​ອຸປະກອນການ​ແພດສຸກ​ເສີນ


ຍານທີ່ບໍ່ມີຄົນຂັບ ຊຶ່ງເປັນທີ່ຮູ້ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Drone ນັ້ນ ແມ່ນຖືກນຳມາໃຊ້ເພີ່ມຂຶ້ນ ໃນກໍລະນີສຸກເສີນຕ່າງໆ ເຊັ່ນ ການຊອກຄົ້ນຫາ ແລະການປະຕິບັດງານກູ້​ໄພ ຫຼັງຈາກທີ່ໄດ້​ເກີດ​ໄພພິບັດ​ຕ່າງໆແລ້ວ. ແຕ່ຄວາມເປັນຫວ່ງກັງວົນ​ກ່ຽວ​ກັບຄວາມ​ແອ​ອັດ​ຈົນ​ເກີນ ໄປຢູ່ໃນທ້ອງຟ້າທົ່ວ​ໄປ​ຂອງສະຫະລັດ ພາ ໃຫ້ອົງການຄຸ້ມ​ຄອງການບິນຂອງລັດຖະບານ ກາງ ຫຼື FAA ຈະ​ຈຳກັດການນຳໃຊ້ງານຍານ​ດັ່ງກ່າວ​ຢ່າງເຄັ່ງ​ຄັດ. ພວກນັກຄົ້ນຄ້ວາຈາກມະຫາວິທະຍາໄລລັດ Maryland ຫວັງວ່າ ກົດລະບຽບ​ຕ່າງໆ ຈະມີ​ການ​ຜ່ອນຜັນໃຫ້​ແກ່ Drone ທີ່ ​ໃຊ້​ໃນ​ການ​ຂົນສົ່ງ ອຸບປະກອນ​ການ​ແພດ​ສຸກ​ເສີນ. ນັກ​ຂ່າວຂອງ VOA George Putic ມີລາຍງາຍງານກ່ຽວ​ກັບ​ເລື່ອງ​ນີ້ ​ຊຶ່ງວັນນະ​ສອນ ຈະນຳ​ເອົາ ລາຍ​ລະອຽດ ມາສະ​ເໜີ​ທ່ານ.

XS
SM
MD
LG