ການໂຈມຕີໃນວັນພຸດວານນີ້ທີ່ສະໜາມບິນເມືອງ ເອີບີລ (Irbil), ເມືອງເອກຂອງແຂວງ ເຄີດິສຖານ (Kurdistan) ໃນອີຣັກ, ເປັນປະຕິບັດງານຂອງເຮືອບິນບໍ່ມີຄົນຂັບ, ອີງຕາມກະຊວງພາຍໃນຂອງແຂວງເຄີດິສຖານ -ຊຶ່ງເປັນການໃຊ້ອາວຸດທີ່ແນເປົ້າໝາຍໃສ່ທະຫານສະຫະລັດ ທີ່ປະຈໍາການຢູ່ບ່ອນນັ້ນ, ເຊິ່ງມີຄວາມຮ້າຍແຮງເພີ້ມຂຶ້ນຢ່າງບໍ່ເຄີຍມີມາກ່ອນ, ອີງຕາມອົງການຂ່າວ AFP.
ກະຊວງນັ້ນກ່າວວ່າ "ເຮືອບິນບໍ່ມີຄົນຂັບທີ່ຖືກກ່າວຫາຂອງ TNT ໄດ້ແນເປົ້າ ໝາຍໃສ່ຖານທັບຂອງທະຫານປະສົມຢູ່ສະໜາມບິນຂອງເມືອງເອີບີລ,” ແລະກ່າວອີກວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ໃນເຫດລະເບີດແຕກນັ້ນ ແຕ່ວ່າອາຄານຕ່່າງໆໄດ້ຮັບຄວາມເສຍຫາຍ.
ຍັງບໍ່ທັນມີການອ້າງເອົາຄວາມຮັບຜິດຊອບໃນການໂຈມຕີທີ່ສົ່ງສຽງລະເບີດດັງກ້ອງໄປທົ່ວເມືອງນີ້ໃນທັນທີທັນໃດເທື່ອ.
ເຖິງຢ່າງໃດກໍ່ຕາມ, ກຸ່ມທີ່ສະໜັບສະໜູນ ອີຣ່ານ ທີ່ເຊື່ອງຊົ້ນໃນເງົາມືດທີ່ຖືກຖິ້ມໂທດໃສ່ວ່າທໍາການໂຈມຕີທີ່ຄ້າຍຄືກັນນີ້ ໃນກາງເດືອນກຸມພາທີ່ຜ່ານມາ, ໄດ້ກ່າວຊົມເຊີຍເຫດລະເບີດແຕກດັ່ງກ່າວ ໃນຊ່ອງຂອງແອັບພລີເຄຊັ້ນສໍາລັບສົ່ງຂໍ້ຄວາມທາງເຕເລແກຣມ (Telegram) ທີ່ສະໜັບສະໜຸນອີຣ່ານ.
ມີລາຍງານຈາກຜູ້ທີ່ເຫັນເຫດການວ່າ ໄດ້ມີການລ້ອມຮັກສາຄວາມປອດໄພ ຕັນທາງເຂົ້າໄປຫາສະໜາມບິນໄວ້ໝົດທຸກດ້ານ. ເຈົ້າແຂວງດັ່ງກ່າວເວົ້າວ່າ ການເຊື່ອມໂຍງທາງອາກາດບໍ່ໄດ້ຖືກລົບກວນ.
ການໂຈມຕີດ້ວຍລະເບີດ ຫຼືຈະຫລວດປະມານ 20 ລູກ ໄດ້ແນເປົ້າໝາຍໃສ່ຖານທັບທີ່ເປັນທີ່ພັກຂອງທະຫານອາເມຣິກັນ ຫຼືນັກການທູດຂອງສະຫະລັດໃນອີຣັກນັບຕັ້ງແຕ່ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນໄດ້ເຂົ້າຮັບຕຳແໜ່ງ ໃນທ້າຍເດືອນມັງກອນເປັນຕົ້ນມາ.
ມີການໂຈມຕີຫລາຍ 10 ຄັ້ງອີກເກີດຂຶ້ນໃນໄລຍະກ່ອນ 18 ເດືອນຜ່ານມານີ້, ໂດຍວໍຊິງຕັນໄດ້ຖິ້ມໂທດໃສ່ກຸ່ມປະກອບອາວຸດທີ່ສະໜັບສະໜູນອີຣ່ານຢູ່ສະເໝີ.
ທັງວໍຊິງຕັນ ແລະ ເຕຫະຣ່ານລ້ວນແຕ່ແມ່ນພັນທະມິດຂອງແບກແດັດແຕ່ກໍຍັງມີຄວາມເຫັນແຕກຕ່າງກັນຫລາຍກ່ຽວກັບໂຄງການນິວເຄຼຍຂອງອີຣ່ານ.
ໃນວັນທີ 15 ກຸມພາຜ່ານມາ, ລູກສອນໄຟສິບກວ່າລູກທີ່ແນເປົ້າໝາຍໃສ່ຄຸ້ມຄ້າຍທະຫານຢູ່ພາຍໃນສະໜາມບິນເອີບີລ ໄດ້ສັງຫານພົນລະເຮືອນອີຣັກ ແລະຜູ້ຮັບເໝົາຕ່າງປະເທດຄົນນຶ່ງທີ່ເຮັດວຽກກັບທະຫານທີ່ນຳພາໂດຍສະຫະລັດ.
ເຂດຄຸ້ມດັ່ງກ່າວເປັນບ່ອນຢູ່ອາໄສຂອງກອງກຳລັງທະຫານຕ່າງປະເທດທີ່ເປັນສ່ວນນຶ່ງຂອງທະຫານພັນທະມິດທີ່ນຳພາໂດຍສະຫະລັດ ເພື່ອຊ່ວຍອີຣັກຕໍ່ສູ້ກັບກຸ່ມລັດອິສລາມ, ຊຶ່ງເປັນການຕໍ່ສູ້ທີ່ ແບກແດັດ ໄດ້ປະກາດໄຊຊະນະໃນທ້າຍປີ 2017.
ກຸ່ມທີ່ເຊື່ອງຊ້ອນໃນເງົາມືດທີ່ເອີ້ນຕົວເອງວ່າ ອໍລີຢາ-ອາລດາມ (Awliyaa al-Dam) ຊຶ່ງແປວ່າການພິທັກເລືອດນັ້ນ ໄດ້ອ້າງເອົາການໂຈມຕີໃນເດືອນກຸມພາທີ່ເມືອງເອີບີລ ແລະໃນຖະແຫຼງການທີ່ຕໍ່ມາໄດ້ປະຕິຍານວ່າ ຈະສືບຕໍ່ແນໃສ່ກຳ ລັງທະຫານຂອງ ສະຫະລັດໃນອີຣັກ.