ຕາມທີ່ໄດ້ຄາດຄະເນມາດົນນານແລ້ວວ່າ ມີແນວໂນມທີ່ເທັກໂນໂລຈີ ໃນດ້ານຄວາມກ້າວໜ້າຂອງເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ໃນຢູເຄຣນ ຈະເລັ່ງລັດຢ່າງວ່ອງໄວ ທີ່ອາດນຳເອົາພວກຫຸ່ນຍົນລົບລະບົບອັດໂຕໂນມັດຢ່າງເຕັມສ່ວນມາ ສູ່ສະໜາມລົບແຫ່ງທຳອິດຂອງໂລກ ໃນໄວໆນີ້ ໂດຍເປັນການເປີດສາກຂອງສົງຄາມໃນຍຸກໃໝ່.
ສົງຄາມຈະແກ່ຍາວໄປດົນປານໃດນັ້ນ ມັນເປັນໄປໄດ້ສູງທີ່ໂດຣນຈະຖືກນຳໃຊ້ເພື່ອລະບຸ ເລືອກເອົາ ແລ້ວໂຈມຕີເປົ້າໝາຍຕ່າງໆ ໂດຍປາດສະຈາກການຊ່ອຍເຫຼືອຂອງມະນຸດ ອີງຕາມບັນດານັກວິເຄາະດ້ານການທະຫານ, ພວກນັກລົບແລະພວກນັກຄົ້ນຄວ້າດ້ານປັນຍາປະດິດ ຫຼື AI (artificial intelligence).
ສິ່ງທີ່ກ່າວມານັ້ນ ເປັນຂີດໝາຍຂອງການປະຕິວັດໃນດ້ານເທັກໂນໂລຈີການທະ ຫານ ອັນເປັນສິ່ງທີ່ຍິ່ງໃຫຍ່ ຄືກັບການນຳສະເໜີຂອງປືນກົນ. ຢູເຄຣນໄດ້ດຳ ເນີນການໂຈມຕີແບບເຄິ່ງອັດໂຕໂນມັດດ້ວຍໂດຣນແລະໃຊ້ອາວຸດຕໍ່ຕ້ານໂດຣນ ທີ່ຕິດຕັ້ງດ້ວຍປັນຍາປະດິດ ມາແລ້ວ. ຣັດເຊຍ ຍັງອ້າງວ່າ ຕົນກໍມີອາວຸດປັນ ຍາປະດິດ ແຕ່ການກ່າວອ້າງທັງຫຼາຍນັ້ນ ຍັງບໍ່ໄດ້ພິສູດໃຫ້ເຫັນ. ແຕ່ກໍບໍ່ມີເຫດການໃດໆທີ່ຢືນຢັນໄດ້ວ່າ ປະເທດໃດນຶ່ງສົ່ງຫຸ່ນຍົນນັກລົບ ໄປຕໍ່ສູ້ທີ່ໄດ້ສັງຫານສັດຕູດ້ວຍພວກມັນເອງ.
ບັນດານັກຊ່ຽວຊານກ່າວວ່າ ມັນອາດເປັນພຽງແຕ່ເວລາເທົ່ານັ້ນ ກ່ອນທີ່ຣັດເຊຍ ຫຼືວ່າ ຢູເຄຣນ ຫຼື ທັງສອງປະເທດນີ້ ຈະສົ່ງພວກມັນໄປປະຈຳການ. ຄວາມຮູ້ສຶກການຫລີກລ່ຽງບໍ່ໄດ້ນັ້ນ ຂະຫຍາຍໄປເຖິງພວກນັກເຄື່ອນໄຫວ ຜູ້ທີ່ໄດ້ພະຍາຍາມມາເປັນເວລາຫຼາຍປີເພື່ອຫ້າມການເຂັ່ນຂ້າດ້ວຍໂດຣນ ແຕ່ໃນປັດຈຸ ບັນນີ້ ພວກເຂົາເຊື່ອວາ ຕ້ອງຢຸດເຊົາສຳລັບການພະຍາຍາມ ທີ່ຈະຈຳກັດການໃຊ້ອາວຸດດັ່ງກ່າວ ໃນດ້ານການໂຈມຕີ.
ລັດຖະມົນຕີດ້ານການຫັນປ່ຽນລະບົບດິຈິໂຕລຂອງຢູເຄຣນ ທ່ານມິແຄລໂລ ແຟໂດຣັອຟ ເຫັນດີທີ່ໂດຣນສັງຫານແບບອັດໂຕໂນມັດເຕັມສ່ວນ ເປັນ “ບາດກ້າວຕໍ່ໄປທີ່ ສົມເຫດສົມຜົນ ແລະຫລີກເວັ້ນບໍ່ໄດ້” ໃນການພັດທະນາອາວຸດ. ທ່ານ ໄດ້ກ່າວວ່າ ຢູເຄຣນໄດ້ເຮັດເຊັ່ນນັ້ນມາ “ຫຼາຍແລ້ວໃນທິດທາງດ້ານ R&D ນີ້.”
ທ່ານແຟໂດຣັອຟ ໄດ້ກ່າວໃນການໃຫ້ສຳພາດກັບອົງການຂ່າວເອພີ ເມື່ອມໍ່ໆມານີ້ ວ່າ “ຂ້າພະເຈົ້າຄິດວາ ຄວາມບົ່ມຊ້ອນສຳລັບອັນນີ້ແມ່ນຍິ່ງໃຫຍ່ ໃນໄລຍະຫົກເດືອນຂ້າງໜ້າ.”
ພັນໂທ ຢາໂຣສລາບ ຮອນຊາຣ ຂອງຢູເຄຣນ ຄູ່ຮ່ວມສ້າງຕັ້ງອົງການທີ່ບໍ່ຫວັງຜົນກຳໄລ Aerorozvidka ດ້ານນະວັດຕະກຳໂດຣນລົບ ໄດ້ກ່າວວ່າ ໃນການໃຫ້ສຳພາດເມື່ອມໍ່ໆມານີ້ ຢູ່ໃກ້ໆແນວໜ້າ ວ່າ ພວກນັກລົບມະນຸດທັງຫຼາຍ ບໍ່ສາມາດໄຕ່ຕອງຂໍ້ມູນໄດ້ຢ່າງງ່າຍດາຍແລະການຕັດສິນໃຈກໍບໍ່ໄວເທົ່າກັບເຄື່ອງຈັກ.
ທ່ານກ່າວອີກວ່າ ພວກຜູ້ນຳໃນດ້ານການທະຫານຂອງຢູເຄຣນ ໃນປັດຈຸບັນນີ້ ຫ້າມການນຳໃຊ້ອາວຸດຮ້າຍແຮງ ທີ່ມີລະບົບອິດສະຫຼະ ຫາກແຕ່ວ່າ ອັນນັ້ນ ອາດມີການປ່ຽນແປງ.