ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນຂັບລົດ ແລ່ນຕຳຄົນຍ່າງ ຢູ່ ບາເຊໂລນາ ອາດຍັງຈັບ ບໍ່ໄດ້ເທື່ອ


ພວກເຈົ້າໜ້າທີ່ ຕິດອາວຸດ ກຳລັງລາດຕະເວນ ຢູ່ຕາມຫາດຊາຍ La Barceloneta ໃນນະຄອນ Barcelona ປະເທດ Spain.
ພວກເຈົ້າໜ້າທີ່ ຕິດອາວຸດ ກຳລັງລາດຕະເວນ ຢູ່ຕາມຫາດຊາຍ La Barceloneta ໃນນະຄອນ Barcelona ປະເທດ Spain.

ຕຳຫລວດຢູ່ໃນ​ປະ​ເທດສະ​ເປ​ນກ່າວ​ວ່າ ຄົນ​ຂັບ​ລົດ​ຕູ້​ທີ່​ໄດ້​ແລ່ນ​ຕຳ​ພວກຄົນຍ່າງຢູ່​
ຖະໜົນ ໃນ​ນະຄອນ Barcelona ​ໃນ​ວັນພ​ະຫັດ​ ທີ່​ຜ່ານ​ມານີ້ ອາດ​ຍັງຈັບໂຕ​ບໍ່​ໄດ້
​ເທື່ອ ຊຶ່ງຂັດ​ແຍ້​ງ​ກັບ​ລາຍ​ງານ ກ່ອນ​ໜ້ານີ້ທີ່​ວ່າ ຄົນ​ຂັບລົດ ແມ່ນຮວມ​ຢູ່​ໃນພວກ​ທີ່
ເສຍ​ຊີວິດ ຫລັງ​ຈາກ​ມີ​ການ​ໂຈມ​ຕີ ​ທີ່​ຄ້າຍ​ຄື​ກັນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ​ ຢູ່​ໃນ​ເມືອງ​
ໃກ້​ຄຽງກັນ​ນັ້ນ.

ທ້າວ Younes Abouyaaqoub ອາຍຸ 22 ປີ ຜູ້​ຊາຍຊາ​ວ​ໂມຣົກ​ໂກທີ່ຕຳຫຼວດ​ຊອກ
​ຫາ​ໂຕ​ຢູ່​ນັ້ນ ​ເວລາ​ນີ້​ໄດ້ພົບ​ເຫັນແລ້ວວ່າ ອາດ​ເປັນ​ຫົວໜ້າ​ກຸ່ມທີ່​ທຳການໂຈມ​ຕີ​ຢູ່​ນະ
ຄອນ Barcelona ​ແລະ​ ເມືອງ Cambrils ປະມານ 120 ກິ​ໂລ​ແມັດ ຫ່າງ​ຈາກ​ນະ
ຄອນ Barcelona ​ໄປ​ທາງ​ທິດ​ໃຕ້ ຕາມແຄມ​ຝັ່ງ​ທະ​ເລ​ຂອງສະເປ​ນ.

ມີ​ທັງ​ໝົດ 14 ຄົນ ​ໄດ້​ເສ​ຍຊີວິດ ​ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ສອງ​ເທື່ອ 13 ຄົນ​ ຢູ່​ນະ
ຄອນ Barcelona ​ແລະອີກ​ນຶ່ງ​ຄົນ​ ຢູ່​ເມືອງ Cambrils ບ່ອນ​ທີ່​ໄດ້ມີ​ຂັບ​ລົດແລ່ນ​ເຂົ້າ​
ຕຳ​ພວກ​ຄົນ​ຍ່າງ ກ່ອນທີ່​ຕຳຫລວດ​ຍິງ ​ແລະ​ສັງຫານ​ຜູ້​ຕ້ອງ​ສົງ​ໄສ​ຫ້າ​ຄົນ ຫລັງ​ຈາ​ກ​
ເຂົາ​ເຈົ້າ​ໄດ້​ອອກ​ມາຈາກ​ລົດ​.

ສື່ມວນຊົນຂອງ​ສະເປ​ນ ​ໄດ້​ລາຍ​ງານ​ວ່າ ນຶ່ງ​ໃນ​ຈຳນວນ​ຜູ້​ຕ້ອງ​ສົງ​ໄສ ທີ່​ໄດ້​ຖືກ​ຍິງ​ຕາຍ
​ຢູ່​ເມືອງ Cambrils ຄືທ້າວ Moussa Oukabir ອາຍຸ 17 ປີ ​ເປັນ​ທີ່​ເຊື່ອ​ກັນວ່າ ​ເປັນ​ຜູ້​
ຂັບ​ລົດ​ຕູ້​ຢູ່ໃນ​ນະ​ຄອນ Barcelona ​ແຕ່ໃນການໃຫ້ສຳພາດ​ກັບ​ໂທລະ​ພາບ​ທ້ອງ​ຖິ່ນ
​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຄົນ​ນຶ່ງ ​ກ່າວ​ວ່າ ປາກົດ​ວ່າ ອາດຈະບໍ່
​ແມ່ນ​ທ້າວ Oukabir ​ເປັນ​ຄົນຂັບ​ລົດ​ຕູ້.

ຕຳຫລວດກຳລັງຍົກຍ້າຍຝູງຊົນ ຫລັງຈາກລົດຕູ້ແລ່ນຕຳເອົາຄົນຍ່າງໃກ້ກັບ ຖະໜົນ Las Ramblas ພາກກາງຂອງນະຄອນ Barcelona ປະເທດ Spain.
ຕຳຫລວດກຳລັງຍົກຍ້າຍຝູງຊົນ ຫລັງຈາກລົດຕູ້ແລ່ນຕຳເອົາຄົນຍ່າງໃກ້ກັບ ຖະໜົນ Las Ramblas ພາກກາງຂອງນະຄອນ Barcelona ປະເທດ Spain.

ຕຳຫລວດ​ຍັງ​ເ​ຊື່​ອວ່າ​ກຸ່ມ​ດັ່ງກ່າວ​ອາດ​ມີ​ແຜນ​ໂຈມ​ຕີຄັ້ງໃຫຍ່ ​ແຕ່​ວ່າເຫດ​ລະ​ເບີດ​ແຕກ
ຢູ່​ທີ່​ເຮືອນ​ຜູ້​ຕ້ອງ​ສົງ​ໄສທີ່ຈະ​ນຳໃຊ້​ໂດຍ​ພວກ​ສະມາຊິກ​ຂອງ​ກຸ່ມ ອາດເຮັດແຜນການ
​ແຕກ. ຢ່າງ​ໜ້ອຍມີ​ນຶ່ງ​ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ​ເຫດ​ລະ​ເບີດ​ແຕກ ​ແລະ​ຕຳຫລວດ​ໄດ້​ຈັບ​
ອີກ​ຄົນ​ນຶ່ງ.

ອີກສີ່​ຄົນ​ໄດ້​ຖືກ​ຈັບ​ຫລັງ​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້​ແລະ​ຕຳຫຼວດ ​ຍັງ
​ຊອກ​ຫາ​ຜູ້​ຕ້ອງ​ສົງ​ໄສ​ອີກ​ສີ່​ຄົນ ຮວມທັງ​ທ້າວ Abouyaaqoub.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Spain Attacks
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG