ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອງໂກ ຮຽກຮ້ອງໃຫ້ ກຸ່ມ M23 ຍຸຕິ ການກໍ່ກະບົດ (ວີດີໂອ)


ລັດຖະບານ ສາທາ​ລະນະ​ລັດ ປະຊາທິປະ​​​ໄຕ ຄອງ​ໂກ ຮ້ອງ​ການຢຸດ​ຍິງ ​ຂອງພວກ​ກະບົດ M23 ບໍ່​ໄດ້​ກ້າວໜ້າ​ໄປ​ໄກ​ພໍ
ລັດຖະບານ ສາທາ​ລະນະ​ລັດ ປະຊາທິປະ​​​ໄຕ ຄອງ​ໂກ ຮ້ອງ​ການຢຸດ​ຍິງ ​ຂອງພວກ​ກະບົດ M23 ບໍ່​ໄດ້​ກ້າວໜ້າ​ໄປ​ໄກ​ພໍ
ລັດຖະບານ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ຄອງ​ໂກ ກ່າວ​ວ່າ
ການ​ຮຽກຮ້ອງ​ຢຸດ​ຍິ່ງ​ຈາກ ພວກ​ກະບົດ M23 ບໍ່​ໄດ້​ກ້າວໜ້າ​ໄປ​
ໄກ​ພໍ ​ທັງ​ໄດ້ຮຽກຮ້ອງໃຫ້ ກຸ່​ມດັ່ງກ່າວ​ຍຸຕິການ​ກະບົດ​ຂອງ​ເຂົາ​
ລົງ​ນຳ.

ຜູ້​ນໍາ​ກຸ່ມ M23 ທ່ານ Bertrand Bisimwa ກ່າວ​ໃນ​ວັນ​ອາທິດ​
ວານ​ນີ້ວ່າ​ ຫລັງ​ຈາກ​ພວກ​ນັກ​ລົບຂອງ​ຕົນ ​ໄດ້​ຖືກໂຈມ​ຕີ​ອອກ
​ຈາກ​ນຶ່ງໃນ​ຈໍານວນທີ່​ໜັ້ນ ລ້າ​ສຸດແລ້ວຜູ້ກ່ຽວກໍ​ຢາກ​ໃຫ້​ການ​
ເຈຣະ​ສັນຕິພາບຢຸດ​ຍິ່ງທີ່ຢຸດ​ສະ​ງັກມາ​ນັ້ນ ​ກ້າວໜ້າຕໍ່​ໄປ.

ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ ຄອງ​ໂກ ທ່ານ Lambert Mende ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ໃນ​ວັນ​ຈັນມື້​ນີ້​ວ່າ ກຸ່ມ​ກະບົດຈະ​ຕ້ອງ​ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ເອົາ​ບາດກ້າວ​ຕ່າງໆ​ໄປ​ສູ່​ການ​ຖອນ​ທະຫານ ບໍ່​ແມ່ນ​ພຽງ​ແຕ່​ຈະ​ທຳທ່າວ່າມີ​ການ​ຢຸດ​ຍິງ​ຊື່ໆ.

ທ່ານ ກ່າ​ວ​ເພີ້​ມ​ເຕີມ​ອີກ​ວ່າ ດ້ວຍຄວາມ​ຄືບ​ໜ້າ​ທາງ​ທະຫານຂອງ​ທ່ານຫວ່າງ​ມໍໆ​ມາ​ນີ້ ທ່ານ​ຄາດ​ວ່າ ການ​ສູ້​ລົບ​ຈະ​ສີ້​ນສຸດ​ລົງ​ພຽງ​ບໍ່​ເທົ່າ​ໃດ​ມື້ຂ້າງ​ໜ້າ​ນີ້.

ລວມຢູ່​ໃນກຸ່ມ​ກະບົດດ່ັງກ່າວ ມີນັກ​ລົບ​ຜູ້​ທີ່​ເຂົ້າ​ຮ່ວມ​ໃນ​ໜ່ວຍ​ທະ​ຫານ​ຄອງ​ໂກ ​ໃນສັນ
ຍາ​ສະຫງົບ​ເສິກ ປີ 2009 ​ແຕ່ຕໍ່​ມາ ​ໄດ້ໂຕນ​ໜີ ຫລັງ​ຈາກ​ຈົ່ມ​ວ່າ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ທີ່ບໍ່​ດີ. ​ໃນ​ເດືອນ​ພະ​ຈິກແລ້ວ​ນີ້ ​ເຂົາ​ເຈົ້າ ຍຶດ​ໄດ້ຫລາຍ​ຫົວ​ເມືອງ ໃນ​ປະ​ເທດ ທີ່​ອຸ​ດົມ​ສົມ​ບຸນ​ດ້ວຍ​ແຫ່​ທາດ ທາງ​ທິດ​ຕາ​ເວັນ​ອອກ.

congo
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG