ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳລັງ ສປຊ ແລະ ​ຄອງ​ໂກ ພວມກຽມໂຈມຕີ ກຸ່ມ​ກະບົດ Rwanda


ກຳລັງຮັກສາສັນຕິພາບ​ສະຫະ​ປະຊາ​ຊາດ ຈົດບັນທຶກອາວຸດ ຂອງກຸ່ມ​ກະບົດ Rwanda.
ກຳລັງຮັກສາສັນຕິພາບ​ສະຫະ​ປະຊາ​ຊາດ ຈົດບັນທຶກອາວຸດ ຂອງກຸ່ມ​ກະບົດ Rwanda.

ປະທານາທິບໍດີ​ຂອງສາທາລະນະ​ລັດປະຊາທິປະໄຕຄອງ​ໂກ
ຫຼື DRC ທ່ານ Joshep Kabila ກ່າວ​ວ່າ ກອງທັບ​ຂອງ​ທ່ານນັ້ນ
​ແມ່ນ​ພ້ອມ​ແລ້ວ ທີ່​ຈະ​ຊ່ອຍກຳລັງຮັກສາສັນຕິ ພາບ​ສະຫະ​ປະ
ຊາ​ຊາດ ​ໃນ​ການ​ຕໍ່ສູ້​ກັບກຸ່ມ​ກະບົດ Rwanda ຢູ່ໃນບັນດາ
ແຂວງທາງພາກຕາ​ເວັນ​ອອກ​ຂ​ອງປະ​ເທດຂອງ​ທ່ານ.

ການ​ໃຫ້​ຄຳໝັ້ນສັນຍາທີ່​ວ່າ​ນີ້ ມີຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ການ
​ໂອ້​ລົມ​ສົນທະນາ​ທາງ​ໂທລະ ສັບ​ລະຫວ່າງ​ທ່ານ Kabila ​ແລະ
​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ​ທ່ານ Ban Ki-
moon. ​ໂຄສົກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ
ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດໄດ້​ເນັ້ນ​ໃຫ້ເຫັນວ່າ ບັນດາ​ຜູ້ນຳ​ຂອງ​ພວກ​ກະບົດ Hutu ຈາກ Rwanda ແມ່ນ​ຜິດ​ຕໍ່ຄຳ​ໝັ້ນ​ສັນຍາ​ທີ່ໃຫ້​ໄວ້ວ່າ ຈະ​ປົດ​ອາວຸດ ພາຍ​ໃນ​ວັນ​ທີ 2 ມັງກອນ​ຜ່ານ​ມາ​ນີ້.

ອົງການສະຫະປະຊາຊາດ ​ກ່ອນ​ໜ້າ​ນີ້ ໄດ້​ເນັ້ນ​ເຖິງ​ຄວາມ​ຈຳເປັນ ໃນການ​ຊ່ອຍ​ເຫຼືອຈາກ​ກອງທັບ​ຄອງ​ໂກ ​ເພື່ອຮັບ​ມື​ກັບ​ກຸ່ມ​ກະບົດ​ ທີ່​ຮູ້​ກັນ​ໃນ​ນາມ ກອງ​ກຳລັງ​ປະຊາທິປະ​ໄຕ​ເພື່ອ​ປະປົດປ່ອຍ Rwanda ຈາກ​ເຂດ​ທີ່​ອຸດົມສົມບູນ​ດ້ວຍໄປດ້ວຍ​ຊັບພະ​ຍາກ​ອນທຳ​ມະ​ຊາດ ທາງ​ພາກ​ຕາ​ເວັນ​ອອກຂອງຄອງໂກ​ນັ້ນ.

​ເຈົ້າ​ໜ້າ​ທີ່ອາວຸ​ໂສຄົນນຶ່ງຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ພຸດ​ວານ​ນີ້ວ່າ ການປະຕິບັດງານຂອງ​ສະຫະ​ປະຊາ​ຊາດ ທີ່ເອີ້ນຫຍໍ້ວ່າ MONUSCO ນັ້ນ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງໃນໄວໆນີ້ກັບລັດຖະບານ​ຂອງ​ທ່ານ Kabila ເພື່ອໃຫ້ການອະນຸມັດ ຕໍ່ການ​ປະຕິບັດ​ງານ​ດັ່ງກ່າວ.​

XS
SM
MD
LG