ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມ​ຮຸນ​ແຮງ​ ຫຼັງ​ການ​ເລືອກ​ຕັ້ງ​ໃນ ຄອງ​ໂກ ມີ​ຜູ້​ເສຍ​ຊີ​ວິດ ນຶ່ງ​ຄົນ


ແຜ​ນ​ທີ່​ປະ​ເທດ ຄອງ​ໂກ.
ແຜ​ນ​ທີ່​ປະ​ເທດ ຄອງ​ໂກ.

ຢ່າງ​ໜ້ອຍ​ນຶ່ງ​ຄົນ​ຖືກລາຍ​ງານ​ວ່າ​ເສຍ​ຊີ​ວິດ ຫຼັງ​ຈາກ​ການ​ປະ​ທ້ວງ​ ກ່ຽວ​ກັບ ​ການ​
ເລືອກຕັ້ງໃນທ້ອງຖິ່ນ ຢູ່ປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ.

ບັນ​ດາ​ສະ​ມາ​ຊິກ​ພັກ​ປົກ​ຄອງ ​ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ ແລະ​ ພັກສັງ​ຄົມ​ກ້າວ​ໜ້າ
ໄດ້ເລີ້ມພາກັນປະທ້ວງຢູ່ຕາມຖະໜົນໃນວັນສຸກທີ່ຜ່ານມາ ເພື່ອສະແດງບໍ່ພໍໃຈ ຕໍ່ຜົນ
ການລົງຄະແນນສຽງຢູ່ສະພາຂອງເຂດ. ສຽງສ່ວນຫຼາຍຈາກຜົນການເລືອກຕັ້ງໄດ້
ເປັນຂອງຝ່າຍຄ້ານເຊິ່ງແມ່ນພັກ ແນວໜ້າທົ່ວໄປ ສຳລັບ ຄອງໂກ, ເປັນພັກຂອງປະທານາທິບໍດີ ໂຈເຊັຟ ຄາບີລາ.

ມີ​ລາຍ​ງານ​ວ່າ ຕຳ​ຫຼວດ​ຄົນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ ໃນ​ແຂວງ​ ກາ​ໄຊ-ອໍ​ຣຽນ​ຕາ​ລ.

ໃນ​ນະ​ຄອນ ​ຄິນ​ຊາ​ຊາ ມີ​ລາຍ​ງານ​ວ່າ ພວກ​ປະ​ທ້ວງ​ໄດ້ໂຈມ​ຕີສຳ​ນັກ​ງານ​ໃຫຍ່​ພັກ​
ຂອງທ່ານ ຄາບີລາ.

ທ່ານ​ ຄາ​ບີລາ ໄດ້​ອອກ​ຈາກ​ຕຳ​ແໜ່ງ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ ຫຼັງ​ຈາກ​ການ​ ​ຊະ
ນະການເລືອກຕັ້ງ ໂດຍຫົວໜ້າສະຫະພັນເພື່ອປະຊາທິປະໄຕ ແລະ ສັງຄົມກ້າວໜ້າ
ທ່ານ ເຟລິກສ໌ ຊິເຊເກດີ.

ຜົນ​ການ​ເລືອກ​ຕັ້ງ​ໃນ​ວັນ​ເສົາ​ວານນີ້ ໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ອຳ​ນາດ​ຂອງ ລັດ​
ຖະບານທ່ານ ຊິເຊເກດີ. ປະທານາທິບໍດີຄົນໃໝ່ໄດ້ໃຫ້ຄຳໜັ້ນສັນຍາ ທີ່ຈະແຍກຕົວ
ຈາກປະເພນີການປົກຄອງດົນ 18 ປີຂອງທ່ານ ຄາບີລາ.


ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG