ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ສປ ຄອງໂກ ວ່າ 36 ຄົນ ຫາຍສາບສູນ ຫຼັງຈາກ ເຮືອຂົນສົ່ງ ຫຼົ້ມຈົມ ໃນແມ່ນ້ຳ


ຊາຍຄົນນຶ່ງ ກຳລັງພາຍເຮືອຍາວ ຜ່ານເຮືອຂົນສົ່ງ ທີ່ເອີ້ນວ່າ ເຮືອປາວານ ໂດຍບັນຈຸສິນຄ້າ ແລະພວກຜູ້ໂດຍສານ ຢູ່ທີ່ທ່າເຮືອ ບາຣາໂມໂຕ ໃນນະຄອນຄິນຊາຊ້າ, ຂອງ ສປ ຄອງໂກ ວັນຈັນ ທີ 6 ກັນຍາ 2010.
ຊາຍຄົນນຶ່ງ ກຳລັງພາຍເຮືອຍາວ ຜ່ານເຮືອຂົນສົ່ງ ທີ່ເອີ້ນວ່າ ເຮືອປາວານ ໂດຍບັນຈຸສິນຄ້າ ແລະພວກຜູ້ໂດຍສານ ຢູ່ທີ່ທ່າເຮືອ ບາຣາໂມໂຕ ໃນນະຄອນຄິນຊາຊ້າ, ຂອງ ສປ ຄອງໂກ ວັນຈັນ ທີ 6 ກັນຍາ 2010.

36 ຄົນຫາຍສາບສູນ ຫຼັງຈາກທີ່ ກຳປັ່ນລຳນຶ່ງ ຫຼົ້ມຈົມໃນແມ່ນໍ້າຂອງຄອງໂກ ຢູ່ຊານ
ເມືອງຂອງຄິນຊາຊ້າ ອີງຕາມການກ່າວຂອງຕຳຫຼວດສາທາລະນະລັດປະຊາທິປະໄຕ
ຄອງໂກ ໃນວັນອາທິດວານນີ້.

ເຮືອບັນທຸກລຳດັ່ງກ່າວ ຊຶ່ງກຳລັງແລ່ນເດີນທາງໄປຍັງນະຄອນຫຼວງ ໄດ້ຫຼົ້ມຈົມລົງ
ເມື່ອຕອນຂ້າມຄືນ ໃນຊຸມຊົນເມືອງມາລູກ ຕັ້ງຢູ່ປະມາດ 100 ກິໂລແມັດ ຈາກໃຈກາງ
ນະຄອນຫຼວງ.

ຕຳຫຼວດຄອງໂກ ໄດ້ຂຽນລົງທວີເຕີ້ ວ່າ 76 ຄົນລອດຊີວິດມາໄດ້.

ໂຄສົກຕຳຫຼວດ ພັນເອກ ປີແອຣອດ-ຣອມບາວຕ໌ ເອັມວານາມປູຕູ ໄດ້ກ່າວຕໍ່ ອົງການ
ຂ່າວ AFP ວ່າ “ສາເຫດທີ່ພາໃຫ້ເກີດອຸບັດຕິເຫດນັ້ນ ແມ່ນຍັງບໍ່ທັນຮູ້ຈັກເທື່ອ.”

ການຂົນສົ່ງທາງທະເລສາບ ແລະແມ່ນ້ຳ ເປັນທີ່ນຳໃຊ້ກັນຢ່າງກວ້າງຂວາງ ຢູ່ໃນ
ປະເທດ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ໃນຂະນະທີ່ ລະບົບເສັ້ນທາງ
ຫຼວງຂອງປະເທດ ແມ່ນຂີ້ຮ້າຍຫຼາຍ ແຕ່ອຸບັດຕິເຫດທັງຫຼາຍ ເປັນເລື້ອງທີ່ເກີດຂຶ້ນ
ເປັນປະຈຳ ສ່ວນຫຼາຍເກີດຂຶ້ນຍ້ອນການບັນຈຸເກີນກຳນົດ ແລະສະພາບຂອງກຳປັ່ນ
ຂົນສົ່ງ ທີ່ບໍ່ປອດໄພ.

ກຳປັ່ນຂົນສົ່ງທີ່ກ່ຽວຂ້ອງນັ້ນ ແມ່ນໄດ້ຖືກເອີ້ນວ່າ “ບາເລນີແອຣ baleiniere” ຫຼື
“ປາວານ” -- ຊຶ່ງເປັນຄຳທີ່ໃຊ້ກັນໂດຍທົ່ວໄປ ສຳລັບ ກຳປັ່ນທ້ອງແບນ ຂະໜາດ
ຄວາມຍາວ ລະຫວ່າງ 15 ຫາ 30 ແມັດ ແລະລວງກວ້າງ 2 ຫາ 6 ແມັດ.

ອຸບັດຕິເຫດທີ່ເກີດຂຶ້ນ ໂດຍສ່ວນໃຫຍ່ແລ້ວ ພວກຜູ້ໂດຍສານ ແມ່ນບໍ່ມີອຸປະກອນ
ຊ່ອຍເຫຼືອ ເຊັ່ນເສື້ອຊູຊີບ ແລະໂດຍພວກເຂົາເຈົ້າ ສ່ວນຫຼາຍ ລອຍນ້ຳບໍ່ເປັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG