ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກຸ່ມ M23 ເວົ້າວ່າ ທ່ານສົນໃຈ ຢາກໃຫ້ມີ ສັນຕິພາບ


An aerial view of a flooded orchard near city of Brcko, Bosnia and Herzegovina.
An aerial view of a flooded orchard near city of Brcko, Bosnia and Herzegovina.
ຜູ້ນຳກຸ່ມກະບົດໃນຄອງໂກທ່ານ Jean-Marie Runiga ກ່າວວ່າ
ກຸ່ມ M23 ຂອງທ່ານ ມີຄວາມສົນໃຈໃນການສ້າງສັນຕິພາບແລະ
ຈະໃຫ້ໂອກາດແກ່ສັນຕິພາບອີກຄັ້ງນຶ່ງໃນວັນເສົາມື້ນີ້ເວລາການ
ເຈລະຈາ ກັບລັດຖະບານຄອງໂກ ເລີ້ມຄືນອີກ ທີ່ປະເທດອູການ
ດາ.

ທ່ານ Runiga ໃຫ້ຄວາມເຫັນດັ່ງກ່າວຕໍ່ວີໂອເອພະແນກພາສາ
Swahili ໃນມື້ວັນສຸກວານນີ້. ແຕ່ແນວໃດກໍຕາມທ່ານ Runiga ຈະບໍ່ໄດ້ໄປຮ່ວມການເຈ ລະຈາຢູ່ທີ່ນັ້ນ.

ທ່ານ Fred Opolot ໂຄສົກ ຂອງລັດຖະບານອູການດາ ບໍ່ໄດ້ໃຫ້
ຄວາມສຳຄັນ ຕໍ່ຄວາມຈິງທີ່ວ່າ ທ່ານ Runiga ຈະບໍ່ໄດ້ໄປຮ່ວມ
ການເຈລະຈາ. ທ່ານເວົ້າວ່າ ການບໍ່ໄດ້ໄປຮ່ວມຂອງທ່ານ Runi-
ga ບໍ່ຄວນຈະມີຜົນກະທົບຫຍັງຫຼາຍ ຕໍ່ຂັ້ນຕອນຂອງການເຈລະຈາ.

ກຸ່ມກະບົດ M23 ແລະລັດຖະບານສາທາລະນະລັດປະຊາທິປະໄຕຄອງໂກ ມີແຜນທີ່ຈະ ເປີດການເຈລະຈາສັນຕິພາບ ຄືນໃໝ່ ຊຶ່ງການເຈລະຈາ ໄດ້ຖືກໂຈະ ເປັນການຊົ່ວຄາວ ເນື່ອງ ໃນໂອກາດວັນພັກບຸນຄຣິສມາສ. ທ່ານ Opolot ເວົ້າວ່າ ເລື່ອງດຽວທີ່ຖືກຍົກຂຶ້ນ ມາຫາລືກັນກ່ອນການຢຸດພັກກໍຄືຫົວຂໍ້ໃນການປະຊຸມແລະລະບຽບການຂອງຂັ້ນຕອນ.

ໃນວັນພະຫັດ ຜ່ານມານີ້ ທ່ານ Runiga ປະກາດວ່າ ກຸ່ມ M23 ຈະຖອນຕົວອອກຈາກ ການເຈລະຈາ ນອກຈາກວ່າລັດຖະບານຄອງໂກຕົກລົງທີ່ຈະທຳການຢຸດຍິງ. ລັດຖະບານ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການຮຽກຮ້ອງຂອງພວກກະບົດໂດຍເວົ້າວ່າມັນເປັນເລື່ອງທີ່ບໍ່ຈຳ ເປັນ.
XS
SM
MD
LG