ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຝ່າຍຄ້ານ ໃນປະເທດ ຄອງໂກ ລວມ ຕົວກັນ ເພື່ອຕໍ່ຕ້ານ ປະທານາທິບໍດີ Kabila


ພວກສະໜັບສະໜູນພັກຝ່າຍຄ້ານໃນປະເທດ ຄອງໂກ ເດີນຂະບວນປະທ້ວງ ຕໍ່ຕ້ານປະທະນາທິບໍດີ Joseph Kabila ສຳລັບການລົງຫາສຽງເພື່ອເອົາຕຳແໜ່ງ
ປະທານາທິບໍດີ ສະໄໝທີ 4 ໃນເມືອງ Kinshasa, ປະຊາທິປະໄຕ ສາທາລະນະລັດ ຄອງໂກ. 15 ກັນຍາ, 2015.
ພວກສະໜັບສະໜູນພັກຝ່າຍຄ້ານໃນປະເທດ ຄອງໂກ ເດີນຂະບວນປະທ້ວງ ຕໍ່ຕ້ານປະທະນາທິບໍດີ Joseph Kabila ສຳລັບການລົງຫາສຽງເພື່ອເອົາຕຳແໜ່ງ ປະທານາທິບໍດີ ສະໄໝທີ 4 ໃນເມືອງ Kinshasa, ປະຊາທິປະໄຕ ສາທາລະນະລັດ ຄອງໂກ. 15 ກັນຍາ, 2015.

ບັນດາພັກຝ່າຍຄ້ານຂັ້ນນຳໃນປະເທດ ປະຊາທິປະໄຕ ສາທາລະນະລັດ ຄອງໂກ ກ່າວວ່າ ພວກເຂົາເຈົ້າໄດ້ຈັດແຈງຕົນພາຍໃຕ້ການລວມຕົວເປັນໜຶ່ງດຽວກັນ ເອີ້ນວ່າ “Rassemblement” ຫຼື “ການຊຸມນຸມປະທ້ວງ” ເພື່ອບັງຄັບໃຫ້ປະທາ ນາທິບໍດີ Joseph Kabila ອອກຈາກການກຳອຳນາດ.

ກຸ່ມພັນທະມິດໃໝ່ໄດ້ຖືກກໍ່ຕັ້ງຂຶ້ນໃນສັບປະດາທີ່ຜານມາໃນປະເທດ ແບລຈຽມ ແລະ ລວມທັງສະຫະພາບເພື່ອປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ຫຼື UDPS ນຳໜ້າໂດຍຜູ້ອາວຸໂສກຸ່ມຝ່າຍຄ້ານທ່ານ Etienne Tsisekedi, ກຸ່ມ ຝ່າຍຄ້ານທີ່ມີອຳນາດ, ແລະ ກຸ່ມ G7 ເຊິ່ງເມື່ອບໍ່ດົນມານີ້ໄດ້ເລືອກເອົາຜູ້ປົກ ຄອງແຂວງ Katanga ທ່ານ Moise Katumbi ໃຫ້ເປັນຜູ້ລົງແຂ່ງຂັນເອົາຕຳ ແໜ່ງປະທານາທິບໍດີ.

ທ່ານ Vidiye Tshimanga ແມ່ນຮອງປະທານາທິບໍດີ ທີ່ສັບປ່ຽນໃນປີ 2016, ເຊິ່ງເປັນຜູ້ໜຶ່ງໃນກຸ່ມຕ່າງໆທີ່ໄດ້ສ້າງຕັ້ງພັນທະມິດກຸ່ມໃໝ່ຂຶ້ນ. ທ່ານກ່າວວ່າ ພັນທະມິດໃໝ່ຈະຖືກນຳພາໂດຍຜູ້ອາວຸໂສທາງດ້ານການເມືອງທ່ານ Tshisekedi.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG