ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

24 ຄົນເສຍຊີວິດ ນັບແຕ່ທ່ານ Kabila ໄດ້ຊະນະ ການເລືອກຕັ້ງ


ກຸ່ມປົກປ້ອງສິດທິມະນຸດ Human Rights Watch (HRW)
ກຸ່ມປົກປ້ອງສິດທິມະນຸດ Human Rights Watch (HRW)

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ລະຫວ່າງ​ປະ​ເທດກຸ່ມ​ນຶ່ງກ່າ​ວວ່າ ກຳລັງ​ຮັກສາ​ຄວາມປອດ​ໄພ​ຄອງ​
ໂກ​ໄດ້​ສັງຫານ​ຢ່າງ​ນ້ອຍ 24 ຄົນ ນັບ​ແຕ່​ໄດ້​ມີ​ການ​ປະກາດ​ວ່າ ປະທານາທິບໍດີ Joseph
Kabila ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງທີ່​ພວກ​ນັກ​ສັງເກດ​ການ​ນາໆ​ຊາດຖື​ວ່າ​ມີ​ການ​ຂາດ​ຕົກ
ບົກ​ຜ່ອງ​ຢ່າງ​ຮ້າຍ​ແຮງ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ຜູ້​ເຄາະ​ຮ້າຍ ແມ່ນ​ຮວມທັງ​
ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານຕະຫຼອດທັງ​ປະຊາຊົນ​ທີ່​ໂຮມ​ຊຸມນຸມກັນ​ຢູ່​ຕາມ​ຖະໜົນ​ຫົນ
ທາງ​ຫຼືຢູ່​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ. ລາຍ​ງານ ​ແຈ້ງວ່າ ກຳລັງ​ຮັກສາ​ຄວາມ​ສະຫງົບ
ໄດ້​ຍິງ​ປືນ​ເຂົ້າ​ໃສ່​ການ​ໂຮມ​ຊຸມນຸມ​ຂອງຝູງ​ຊົນ​ຂະໜາດນ້ອຍ​ໃນ​ອັນ​ທີ່​ປະ​ກົດ​ວ່າ​ເປັນຄວາມ
ພະຍາຍາມ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ ມີ​ການ​ປະ​ທ້ວງ.

ທ່ານ​ນາງ Anneke Van Woudenberg ຈາກ​ກຸ່ມ​ Human RightsWatch ກ່າວ​ວ່າ
ຍຸດທະວິທີ​ທີ່​ນອງ​ເລືອດ​ເຫຼົ່ານີ້ມີ​ແຕ່​ຈະບ່ອນ​ທຳລາຍການ​ເລືອ​ກຕັ້ງ​ເພີ່ມ​ຕື່ມ. ທ່ານ​ນາງ​ເວົ້າ
ວ່າ ພວກ​ເຂົາ​ເຈົ້າ​ເຊື່ອ​ໝັ້ນວ່າລັດຖະບານ​ຈະດຳ​ເນີນ​ການ​ທຸກ​ສິ່ງ​ຢ່າງ​ທີ່​ມີ​ຄວາມ​ຈຳ​ເປັນ​ເພື່ອ
ຮັກສາ ອຳນາດໄວ້.

ປະທານາທິບໍດີ Kabila ​ໄດ້​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ວັນ​ອັງຄານ​ແລ້ວນີ້​ໂດຍ​ໃຫ້​ຄຳ​
ໝັ້ນສັນຍາ​ວ່າ​ ຈະເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວກັນ. ​ແຕ່​ຜູ້ນຳ​ຝ່າຍ​ຄ້ານ
ທ່ານ Etienne Tshisekedi ​ໄດ້​ປະຕິ​ເສດ​ບໍ່​ຍອມຮັບ​ເອົາ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຍ້ອນມີ​
ການ​ສໍ້​ໂກງ​ຄະ​ແນນ​ສຽງ​ແລະ​ໄດ້​ປະກາດ​ໂຕ​ທ່ານ​ເອງ​ເປັນ​ປະທານາທິບໍດີໂດຍ​ເວົ້າວ່າທ່ານ
ຈະເຂົ້າຮັບ​ຕຳ​ແໜ່​ງ​ໃນ​ວັນ​ສຸກ​ມື້ອື່ນ​ນີ້.

ສະຫະລັດ​ກ່າວ​ໃນ​ມື້ວັນ​ອັງຄານ​ຜ່ານ​ມານີ້ວ່າ ຕົນ​ຮູ້ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດ​ກ່ຽວກັບການ​ຕັດ
ສິນ​ໃຈ​ຂອງ​ຄອງໂກ ທີ່ໄດ້​ເຫັນພ້ອມ​ກັບ​ຜົນຂອງ​ການ​ເລືອກ​ຕັ້ງ ​ໂດຍ​ທີ່ບໍ່​ໄດ້​ຊັ່ງຊາ​ຕີ​ລາຄາ
ໂດຍ​ເຕັມ​ເບິ່ງ​ລາຍ​ງານ ​ກ່ຽວ​ກັບ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ ທີ່​ໄດ້​ມີ​ການ​ກັນ​ໃນ​ຂອບ​ເຂດ​ທີ່​
ກວ້າງຂວາງ​ນັ້ນ.

XS
SM
MD
LG