ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ຄອງໂກ ແລະ ຣວັນດາ ພົບປະກັນ (ສະໄລດ໌)


ໂຄສົກຂອງກຸ່ມກະບົດ M23 ທ່ານ Vianney Kazarama (ເຄິ່ງກາງ) ກ່າວຕໍ່ສື່ມວນຊົນ ຢູ່ສະໜາມກິລາ ໃນເມືອງ ໂກມາ ໃນວັນທີ 21 ພະຈິກ 2012 ວ່າ ກຸ່ມດັ່ງກ່າວຈະເຂົ້າຄອບຄອງເອົາໝົດປະເທດ ຄອງໂກ ລຸນຫລັງຍຶດເອົາ ເມືອງ Goma ໄດ້ແລ້ວ.
ໂຄສົກຂອງກຸ່ມກະບົດ M23 ທ່ານ Vianney Kazarama (ເຄິ່ງກາງ) ກ່າວຕໍ່ສື່ມວນຊົນ ຢູ່ສະໜາມກິລາ ໃນເມືອງ ໂກມາ ໃນວັນທີ 21 ພະຈິກ 2012 ວ່າ ກຸ່ມດັ່ງກ່າວຈະເຂົ້າຄອບຄອງເອົາໝົດປະເທດ ຄອງໂກ ລຸນຫລັງຍຶດເອົາ ເມືອງ Goma ໄດ້ແລ້ວ.
ພວກຜູ້ນໍາຂອງສາທາລະນະລັດປະຊາທິປະໄຕຄອງໂກ ແລະ
ຣວັນດາ ຊຶ່ງເປັນປະເທດເພື່ອບ້ານນັ້ນ ກໍາລັງພົບປະກັນ ເພື່ອ
ສົນທະນາຫາລື ກ່ຽວກັບສະຖານະການຢູ່ພາກຕາເວັນອອກ
ຂອງຄອງໂກ ບ່ອນທີ່ພວກກະບົດໄດ້ເຂົ້າຄວບຄຸມເມືອງ Goma ຊຶ່ງເປັນຫົວເມືອງທີ່ສໍາຄັນນັ້ນ.

ປະທານາທິບໍດີສາທາລະນະລັດປະຊາທິປະໄຕຄອງໂກທ່ານ
Joseph Kabila ແລະປະທານາທິບໍດີຣວັນດາ ທ່ານ Paul
Kagame ໄດ້ພົບ ປະກັນ ໃນຕອນກາງຄືນຂອງວັນອັງຄານ
ວານນີ້ ຢູ່ນະຄອນຫລວງ Kampala ຂອງອູການດາ ແລະກໍມີ ກໍານົດທີ່ຈະທໍການເຈລະຈາກັນ ອີກໃນວັນພຸດມື້ນີ້ ໂດຍມີຜູ້ນໍາ
ຂອງອູການດາ ທ່ານ Yoweri Museveni ເປັນຜູ້ໄກ່ເກ່ຍ.

ພວກເຈົ້າໜ້າທີ່ອູການດາເວົ້າວ່າ ທ່ານ Museveni ໄດ້ຊຸກຍູ້ໃຫ້ຜູ້ນໍາປະເທດທັງສອງ ພົບປະກັນ ໃນຂະນະທີ່ສະຖານະການຢູ່ໃນຄອງໂກຊຸດໂຊມລົງ.

ສາທາລະນະລັດປະຊາທິປະໄຕຄອງໂກ ກ່າວຫາຣວັນດາວ່າ ໃຫ້ການສະໜັບສະໜຸນແກ່ ກຸ່ມກະບົດ M23 ຊຶ່ງເປັນການກ່າວຫາ ທີ່ຖືກຮັບຮູ້ຢູ່ໃນລາຍງານຂອງອົງການສະຫະປະ ຊາຊາດ ແຕ່ວ່າຣວັນດາປະຕິເສດຕໍ່ການກ່າວຫານັ້ນ. ບັນດາຜູ້ນໍາຂອງຄອງໂກປະຕິເສດ ທີ່ຈະເຈລະຈາໂດຍກົງກັບພວກກະບົດ ເວັ້ນເສຍແຕ່ວ່າ ຈະມີຣວັນດາເຂົ້າຮ່ວມນໍາ.

ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ໄດ້ລົງຄະແນນສຽງເປັນເອກະສັນກັນ ໃນ ວັນອັງຄານວານນີ້ ວ່າໃຫ້ມີການລົງໂທດຕໍ່ພວກຜູ້ນໍາກຸ່ມກະບົດ M23. ຍັດຕິສະບັບນຶ່ງ ທີ່ໄດ້ຮັບການສະໜັບສະໜຸນໂດຍຝຣັ່ງນັ້ນ ຮຽກຮ້ອງໃຫ້ພວກກະບົດຖອຍອອກໄປຈາກ ເມືອງ Goma ທີ່ຕັ້ງຢູ່ຕິດກັບຊາຍແດນຂອງຣວັນດານັ້ນ ແລະໄດ້ປະນາມທຸກການ ສະໜັບ ສະໜຸນຂອງຕ່າງປະເທດຕໍ່ກຸ່ມດັ່ງກ່າວ.

ສະໄລດ໌ສະພາບການໃນເມືອງໂກມາຂອງຄອງໂກ ທີ່ຖືກຍຶດໂດຍພວກກະບົດ:

XS
SM
MD
LG