ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ໃນຄອງໂກ ຍັງດຳເນີນຢູ່ຕໍ່ມາ (ເບິ່ງວີດີໂອແລະສະໄລດ໌)


ຜູ້ໄປອອກສຽງພາກັນໄປຊອກຊື່ກ່ອນຈະມີການປ່ອນບັດ ໃນວັນທີ 28 ພະຈິກ, 2011 ທີ່ນະຄອນຫລວງ Kinshasa ຂອງຄອງໂກ
ຜູ້ໄປອອກສຽງພາກັນໄປຊອກຊື່ກ່ອນຈະມີການປ່ອນບັດ ໃນວັນທີ 28 ພະຈິກ, 2011 ທີ່ນະຄອນຫລວງ Kinshasa ຂອງຄອງໂກ

ການເລືອກ​ຕັ້ງ​ໃນ​ສາທາລະນະ​ລັດ ປະຊາ​ທິປະ​ໄຕ​ຄອງ​ໂກ ​ຍັງສືບຕໍ່ດໍາ​ເນີນໄປ​ໃນ​ວັນ​ອັງ
ຄານມື້ນີ້ ຢູ່​ໃນ​ເຂດ​ທີ່​ມີ​ການກໍ່ຄວາມຮຸນ​ແຮງ ​ແລະເຂດ​ທີ່​ສົ່ງຫີບປ່ອນ​ບັດ​ເລືອກ​ຕັ້ງໄປ​ບໍ່
ຮອດ ຊຶ່ງເຮັດ​ໃຫ້ປະຊາຊົນ​ບໍ່ສາມາດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ ​ໃນວັນ​ຈັນວານ​ນີ້​ໄດ້.

ເຈົ້າໜ້າທີ່​ໃນ​ຄະນະ​ກໍາມະການ​ເລືອກ​ຕັ້ງ ໄດ້​ເລີ້ມຕົ້ນນັບ​ຄະ​ແນນ​ສຽງ ຢູ່ບ່ອນ​ທີ່​ການ​
ປ່ອນ​ບັດໄດ້​ດໍາ​ເນີນ​ໄປ​ຢ່າງ​ສັນຕິ ​ແລະ​ສິ້ນສຸດ​ລົງໄວ​ຫລືຊ້າ​ກ່ອນ​ເວລາ​ກໍານົດ​ໄວ້.

ປະທານາທິບໍດີ​ທີ່ຢູ່​ໃນ​ຕໍາ​ແໜ່​ງ ທ່ານ Joseph Kabila ຄາດ​ວ່າ​ຈະ​ໄດ້​ຮັບ​ໄຊຊະນະ​ໃນ
ການເລືອກຕັ້ງຕື່ມອີກສະໄໝນຶ່ງ ​ທັງ​ນີ້ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ວ່າ ລະບົບການເລືອກຕັ້ງໃໝ່
ບໍ່ມີການ​ເລືອກ​ຕັ້ງໃນຮອບຕັດສິນ​ຊີ້ຂາດ ຊຶ່ງ​ກໍໝາຍຄວາມ​ວ່າ ຜູ້​ສະ ໝັກ​ເລືອກ​ຕັ້ງຜູ້​ໃດ
ທີ່​ໄດ້ຮັບຄະ​ແນນ​ສຽງສູງ​ສຸດຈະ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ ​ໂດຍ​ບໍ່ຕ້ອງ​ໃຫ້​ມີ​ການ​ບັນລຸ
ກົດ​ເກນ​ໃດ​ນຶ່ງ.

ບັນ​ຫາ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ຈັນ​ວານ​ນີ້ ລວມມີການ​ສົ່ງ​ເອກະສານ​ເພື່ອ​ໃຊ້​ໃນ​ການ​
ເລືອກ​ຕັ້ງ​ໄປ​ເຖິງ​ຊ້າ ຫລືບໍ່ກໍ​ໄປບໍ່​ເຖິງ​ເລີຍ ຢູ່​ໃນເຂດ​ຕ່າງໆຢູ່​ທົ່ວ​ປະ​ເທດ.

ສະຖານ​ທີ່​ປ່ອນ​ບັດ​ບາງ​ບ່ອນ ກໍ​ໄດ້ຮັບຜົນ​ກະທົບ​ຈາກ​ການກໍ່ຄວາມຮຸນ​ແຮງ, ​ໂດຍ​ສ່ວນ
ໃຫຍ່​ແມ່ນຢູ່ໃນເຂດ​ເມືອງ ລູບໍາບາ​ຊີ (Lubumbashi) ທາງພາກໃຕ້ຂອງປະເທດບ່ອນ​ທີ່​
ພວກ​ມືປືນໄດ້​ພາກັນ​ ໂຈມ​ຕີຂະ​ບວນລົດ​ຂົນ​ສົ່ງ​ບັດ​ເລືອກ​ຕັ້ງ ​ແລະສະ​ຖານ​ທີ່​ປ່ອນ​ບັດ​
ແຫ່ງ​ນຶ່ງ ຢູ່​ຄຸ້ມ​ແບ​ລ​ແອ (Bel-Air). ພວກ​ເຈົ້າໜ້າທີ່ຄອງ​ໂກ​ເວົ້າວ່າ ມີ​ຫລາຍ​ຄົນ​ຖືກ​ຂ້າ​
ຕາຍ​ໃນ​ການກໍ່ຄວາມຮຸນແຮງເຫຼົ່ານີ້.

XS
SM
MD
LG