ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອງໂກຄາດວ່າ ຈະປະກາດ ຜົນການເລືອກຕັ້ງ ໃນມື້ນີ້


ປະທານາທິບໍດີຄອງໂກທ່ານ Joseph Kabila ໄປປ່ອນບັດ ໃນການເລືອກຕັ້ງປະທານາທິບໍດີ ທີ່ໜ່ວຍປ່ອນບັດ ແຫ່ງນຶ່ງ ໃນນະຄອນຫຼວງ Kinshasa (28 ພະຈິກ 2011)
ປະທານາທິບໍດີຄອງໂກທ່ານ Joseph Kabila ໄປປ່ອນບັດ ໃນການເລືອກຕັ້ງປະທານາທິບໍດີ ທີ່ໜ່ວຍປ່ອນບັດ ແຫ່ງນຶ່ງ ໃນນະຄອນຫຼວງ Kinshasa (28 ພະຈິກ 2011)

ເປັນທີ່ຄາດກັນວ່າພວກເຈົ້າໜ້າທີ່ເລືອກຕັ້ງໃນສາທາລະນະລັດປະຊາທິປະໄຕຄອງໂກຈະນຳ
ອອກເຜີຍແຜ່ຜົນການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນໃນວັນສຸກມື້ນີ້ ສາມມື້ຊ້າກວ່າທີ່ໄດ້ມີ
ການກຳນົດໄວ້.

ຜູ້ສື່ຂ່າວຂອງວີໂອເອປະຈຳເຂດອາຟຣິກາຕາເວັນຕົກລາຍງານມາໃນຕອນແລງຂອງວັນພະ
ຫັດວານນີ້ວ່າ ພວກສະໜັບສະໜຸນປະທານາທິບໍດີ Joseph Kabila ແລະຜູ້ສະມັກຂອງ
ພັກຝ່າຍຄ້ານ ທ່ານ Etienne Tshisekedi ເລີ້ມພາກັນສະເຫຼີມສະຫຼອງ ກ່ຽວກັບການ ປະກາດທີ່ຄາດວ່າຜູ້ສະມັກຂອງຕົນເປັນຜູ້ຊະນະການເລືອກຕັ້ງໃນວັນທີ 28 ພະຈິກຜ່ານມາ.

ຜົນການນັບຄະແນນສຽງໃນຂັ້ນຕົ້ນຈາກປະມານ 90% ຂອງໜ່ວຍປ່ອນບັດຕ່າງໆສະແດງ
ໃຫ້ເຫັນວ່າປະທານາທິບໍດີ Kabila ໄດ້ຮັບເກືອບ 50% ຂອງຄະແນນສຽງທັງໝົດສົມທຽບ
ໃສ່ທ່ານ Tshisekedi ທີ່ໄດ້ຮັບ 33%.

ແຕ່ເລຂາທິການຂອງພັກທ່ານ Tshisekedi ກ່າວຕໍ່ພວກນັກຂ່າວໃນວັນພະຫັດວານນີ້ວ່າ ໂຕເລກທີ່ວ່ານັ້ນບໍ່ໄດ້ສະທ້ອນໃຫ້ເຫັນເຖິງການປ່ອນບັດຂອງປະຊາຊົນ.

ນອກນັ້ນແລ້ວ ໃນມື້ວານນີ້ ພວກທີ່ເຫັນເຫດການກ່າວວ່າ ໄດ້ມີການປະທະກັນເກີດຂຶ້ນລະ ຫວ່າງພວກປະທ້ວງແລະຕຳຫຼວດທີ່ນະຄອນຫຼວງ Kinshasa. ໃນລາຍງານສະບັບນຶ່ງນັ້ນ ພວກທີ່ເຫັນເຫດການເວົ້າວ່າ ຕຳຫຼວດໄດ້ໃຊ້ລະເບີດນໍ້າຕາແລະຍິງປືນຂຶ້ນຟ້າ ເພື່ອຂັບໄລ່
ພວກປະທ້ວງສະໜັບສະໜຸນທ່ານ Tshise kedi ຢູ່ຄຸ້ມ Limete ໃນນະຄອນຫຼວງ Kin-
shasa.

ສ່ວນໃຫຍ່ແລ້ວ ນະຄອນຫຼວງຍັງຢູ່ໃນຄວາມສະຫງົບ ແຕ່ພວກສະໜັບສະໜຸນຜູ້ສະມັກທັງ ສອງສະແດງຮ່ອງຮອຍໃຫ້ເຫັນວ່າ ຄວາມຮຸນແຮງສາມາດລະເບີດຂຶ້ນໄດ້ ຖ້າຜູ້ສະມັກຂອງ ພວກເຂົາເຈົ້າບໍ່ໄດ້ຖືກປະກາດໃຫ້ເປັນຜູ້ຊະນະ.

XS
SM
MD
LG