ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ Kabila ມີຄະແນນນຳໜ້າ ໃນການເລືອກຕັ້ງຢູ່ ຄອງໂກ


ພວກສະໜັບສະໜຸນຜູ້ສະມັກປະທານາທິບໍດີຝ່າຍຄ້ານ ທ່ານ Etienne Tshisekedi ພາກັນແຫ່ສະແດງ ໃນ ອັນທີ່ພວກເຂົາເຈົ້າອ້າງວ່າເປັນສຳເນົາຂອງບັດທີ່ສໍ້ໂກງທີພົບເຫັນໃນເຂດປະຊາຄົມ Bandal ໃນນະຄອນຫຼວງ Kinshasa ໃນມື້ວັນຈັນທີ 28 ພະຈິກຜ່ານມາ (2 ທັນວາ 2011)
ພວກສະໜັບສະໜຸນຜູ້ສະມັກປະທານາທິບໍດີຝ່າຍຄ້ານ ທ່ານ Etienne Tshisekedi ພາກັນແຫ່ສະແດງ ໃນ ອັນທີ່ພວກເຂົາເຈົ້າອ້າງວ່າເປັນສຳເນົາຂອງບັດທີ່ສໍ້ໂກງທີພົບເຫັນໃນເຂດປະຊາຄົມ Bandal ໃນນະຄອນຫຼວງ Kinshasa ໃນມື້ວັນຈັນທີ 28 ພະຈິກຜ່ານມາ (2 ທັນວາ 2011)

ປະທານາທິບໍດີຂອງສາທາລະນະລັດປະຊາທິປະໄຕຄອງໂກທ່ານ Joseph Kabila ໄດ້ມີ
ຄະແນນສຽງນຳໜ້າໃນຕອນຕົ້ນໆໃນການນັບບັດຄະແນນສຽງໃນການເລືອກຕັ້ງປະທາ
ນາທິບໍດີໃນສັບປະດານີ້.

ທ່ານ Mathieu Mpita ໂຄສົກຂອງຄະນະກຳມາທິການເລືອກຕັ້ງແຫ່ງຊາດທີ່ເປັນອິດສະ
ຫຼະຂອງຄອງໂກກ່າວຕໍ່ວີໂອເອພາກພາສາຝຣັ່ງໄປຍັງອາຟຣິກາໃນມື້ວັນສຸກວານນີ້ວ່າ ມາ
ຮອດປັດຈຸບັນທ່ານ Kabila ໄດ້ຮັບ 1 ລ້ານ 5 ແສນຄະແນນຂະນະທີ່ຜູ້ນຳຝ່າຍຄ້ານອະ
ວຸໂສ ທ່ານ Etienne Tshisekedi ເປັນທີ 2 ໄດ້ຮັບຄະແນນ 996,000 ສຽງ.

ທ່ານ Mpita ກ່າວວ່າມາຮອດເວລານີ້ມີການນັບບັດຄະແນນສຽງແຕ່ພຽງ 15.2% ທໍ່ນັ້ນ.
ປະທານາທິບໍດີ Kabila ໄດ້ລົງສະມັກເອົາຕຳແໜ່ງຕື່ມອີກແຂ່ງກັບຜູ້ທ້າທາຍທັງໝົດ 10
ຄົນຊຶ່ງ 3 ຄົນໃນຈຳນວນດັ່ງກ່າວ ຮຽກຮ້ອງໃຫ້ປະກາດໃຫ້ການເລືອກໃນຄັ້ງນີ້ເປັນໂມຄະ ຍ້ອນມີການລະເມີດກົດລະບຽບເລືອກຕັ້ງແລະເປັນດ້ານພະລາທິການ.

ຄອງໂກ ຊຶ່ງເປັນປະເທດທີ່ກວ້າງໃຫຍ່ໄພສານໃນເຂດອາຟຣິກາກາງໄດ້ກຳນົດໃຫ້ມີການ
ເລືອກຕັ້ງເປັນເວລານຶ່ງມື້ໃນວັນຈັນຜ່ານມາ ແຕ່ການປ່ອນບັດຍັງດຳເນີນຢູ່ຕໍ່ມາຈົນຮອດ
ມື້ວັນພຸດຫຼັງຈາກຫີບບັດແລະລາຍຊື່ຜູ້ມີສິດປ່ອນບັດໄດ້ສົ່ງໄປຮອດໜ່ວຍປ່ອນບັດຕ່າງໆ.

ຄະນະກຳມາທິການເລືອກຕັ້ງ ກ່າວວ່າ ຈະມີການພິມເຜີຍແຜ່ຜົນການເລືອກຕັ້ງຊົ່ວຄາວ
ໃນວັນທີ 6 ທັນວາ ເວລາສະໄໝການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ Kabila
ສິ້ນສຸດລົງ.

ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຶ່ງຈັດຂຶ້ນໃນສັບປະດານີ້ຄືກັນນັ້ນ ບໍ່ຄາດ
ວ່າຈະມີການປະກາດໃຫ້ຊາບຈົນເດືອນມັງກອນປີໜ້າ.

XS
SM
MD
LG