ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການປະກາດ ໃຫ້ທ່ານ Kabila ເປັນຜູ້ຊະນະ ການເລືອກຕັ້ງ ປະທານາທິບໍດີ ຂອງຄອງໂກ


People try to rescue a buffalo which was trapped in mud in Allahabad, India.
People try to rescue a buffalo which was trapped in mud in Allahabad, India.

ປະທານາທິບໍດີຂອງສາທາລະນະລັດປະຊາທິປະໄຕຄອງໂກທ່ານ Joseph Kabila ໄດ້ຖືກ
ປະກາດຊື່ ໃຫ້ເປັນຜູ້ຊະນະການເລືອກຕັ້ງໃນອາທິດແລ້ວ ແຕ່ຄູ່ແຂ່ງຄົນສຳຄັນຂອງທ່ານໄດ້ ປະຕິເສດບໍ່ຍອມຮັບເອົາຜົນຂອງການເລືອກຕັ້ງແລະປະກາດໂຕເອງວ່າເປັນຜູ້ນຳຂອງປະເທດ.

ຄະນະກຳມາທິການເລືອກຕັ້ງຂອງຄອງໂກໄດ້ນຳອອກເຜີຍແຜ່ຜົນການເລືອກຕັ້ງຂັ້ນສຸດທ້າຍ
ຊົ່ວຄາວໃນມື້ວັນສຸກວານນີ້ ໂດຍເວົ້າວ່າ ທ່ານ Kabila ໄດ້ຊະນະຄູ່ແຂ່ງຂອງທ່ານຄືທ່ານ
Etienne Tshisekedi ດ້ວຍຄະແນນສຽງ 49 ຕໍ່ 32% ແລະຜູ້ສະມັກຄົນອື່ນມີຄະແນນ
ຕິດຕາມລົງໄປ.

ເກືອບວ່າໃນທັນທີໂລດ ທ່ານ Tshisekedi ກ່າວຕໍ່ວີໂອເອພະແນກພາສາຝຣັ່ງໄປຍັງອາ
ຟຣິກາວ່າ ທ່ານຖືວ່າຜົນຂອງການເລືອກຕັ້ງທີ່ວ່ານີ້ ແມ່ນເປັນການກະຕຸກຊຸກຍູ້ ໃຫ້ເກີດ
ຄວາມໂກດແຄ້ນ. ທ່ານເວົ້າວ່ານັບແຕ່ມື້ນີ້ໄປທ່ານມອງເຫັນໂຕທ່ານເອງເປັນປະທານາທິ
ບໍດີທີ່ຖືກເລືອກຂອງສາທາລະນະລັດປະຊາທິປະໄຕຄອງໂກ.

ສ່ວນຜູ້ສະມັກເປັນປະທານາທິບໍດີອີກຄົນນຶ່ງ ຄືທ່ານ Vital Kamhe ກໍກ່າວຕໍ່ວີໂອເອວ່າ
ທ່ານເຊື່ອວ່າທ່ານ Tshisekedi ເປັນປະທານາທິບໍດີຂອງສາທາລະນະລັດປະຊາທິປະໄຕ
ຄອງໂກ.

ລຸນຫຼັງທີ່ໄດ້ມີການປະກາດຜົນການເລືອກຕັ້ງແລ້ວ ມີລາຍງານວ່າປະຊາຊົນໃນນະຄອນຫຼວງ
Kinshasa ໄດ້ຍິນສຽງປືນດັງຂຶ້ນຢ່າງກະຈັດກະຈາຍ. ຜູ້ສື່ຂ່າວຂອງວີໂອເອລາຍງານວ່າໄດ້
ເຫັນມີການຈູດຕີນລົດ ຢູ່ທີ່ຄຸ້ມສະໜັບສະໜຸນທ່ານ Tshisekedi ໃນນະຄອນຫຼວງ Kin-
shasa ແຕ່ເປັນທີ່ປາກົດວ່າບໍ່ໄດ້ມີການປະທ້ວງຂະໜາດໃຫຍ່ໃນຕອນແລງຂອງວັນສຸກວານ
ນີ້.

XS
SM
MD
LG