ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ໃນຄອງໂກ ແມ່ນ​​ຂາດ​ຄວາມ​ເຊື່ອ​ຖື


ໃນວັນທີ 9 ທັນວາ ຢູ່ນະຄອນຫລວງ Kinshasa ຜູ້ສະໜັບສະໜູນ ປະທານາທິບໍດີຄົນປັດຈຸບັນ ທ່ານ Joseph Kabila ໄດ້ຊູປ້າຍຮູບຂອງ ທ່ານຂຶ້ນ ພາຍຫລັງທີ່ໄດ້ມີການປະກາດ ຜົນການເລືອກຕັ້ງວ່າ ທ່ານຊະນະການເລືອກຕັ້ງແລ້ວ.
ໃນວັນທີ 9 ທັນວາ ຢູ່ນະຄອນຫລວງ Kinshasa ຜູ້ສະໜັບສະໜູນ ປະທານາທິບໍດີຄົນປັດຈຸບັນ ທ່ານ Joseph Kabila ໄດ້ຊູປ້າຍຮູບຂອງ ທ່ານຂຶ້ນ ພາຍຫລັງທີ່ໄດ້ມີການປະກາດ ຜົນການເລືອກຕັ້ງວ່າ ທ່ານຊະນະການເລືອກຕັ້ງແລ້ວ.

ທີ​ມສັງ​ເກດ​ການ​ການ​ເລືອກ​ຕັ້ງຂອງ​ນາໆ​ຊາດ​ທີ​ມນຶ່ງກ່າວ​ວ່າ ຜົນການ​ເລືອກ​ເອົາ​ປະ
ທານາທິບໍດີ​ທີ່​ເກີດ​ມີ​ຂໍ້​ຂັດ​ແຍ້​ງ​ເມື່ອ​ເດືອນ​ຜ່ານ​ມາໃນ ສາທາລະນະ​ລັດ​ປະຊາທິປະ​ໄຕ
ຄອງ​ໂກ​ ​ແມ່ນ​ເປັນ​ການ​ບໍລິຫານ​ທີ່​ບໍ່​ຖືກ ບໍ່​ຕ້ອງ ​ແລະ​ຂາດ​ຄວາມ​ເຊື່ອ​ຖື.

ສູນ​ກາງ​ຄາ​ເທີ ທີ່​ມີ​ສໍານັກງານ​ໃນ​ສະຫະລັດ​ກ່າວ​ວ່າ ​ຄະ​ແນນສຽງທີ່​ໃຫ້ປະທານາທິບໍດີ
Joseph Kabila ຖືກ​ເລືອກ​ຕັ້ງ​ອີກ​ສະ​ໄໝ​ນຶ່ງ​ນັ້ນ ​ແມ່ນຖືກ​ເຮັດ​ໃຫ້​ເສຍ​ຫາຍ​ໂດຍ​ຄຸນ​ນະ
ພາ​ບຂອງ​ການ​ນັບ​ບັດ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ອອກເມື່ອ​ຕອນ​ບ່າຍ​ວັນ​ເສົາ​ຜ່ານ​ມາ ສູນກາງ​ຄາ​ເທີເວົ້າ
ວ່າ ມີ​ຫລັກ​ຖານ​ວ່າ​ຜົນ​ຄະ​ແນນ​ປ່ອນ​ບັດ​ຈາກ​ບ່ອນ​ປ່ອນບັດ​ເກືອບ​ສອງ​ພັນ​ແຫ່ງ​ໃນ​ເມືອງ
ຫລວງ Kinshasa ຖືກ​ເສຍ​ໄປ ​ແລະກ່າວ​ອີກ​ວ່າ ມີ​ລາຍ​ງານ​ວ່າ ສະຖານ​ປ່ອນ​ບັດ​ໃນ​ທົ່ວ​
ປະ​ເທດ​ ​ມີ​ຜູ້​ມາ​ປ່ອນບັດ 99 ຫາ 100 ​ເປີ​ເຊັນ ຊຶ່ງ​ບັດ​ຄະ​ແນນ​ສຽງ​ສ່ວນ​ຫລາຍ​ ຫລື​ທັງ
ໝົດ ​ແມ່ນ​ເປັນ​ຂອງ​ປະທານາທິບໍດີ​ຄາ​ບິ​ລາ.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ຄອງ​ໂກ ​ໄດ້​ປະກາດ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ທ່ານ ຄາ​ບິ​ລາ
ຊະນະ​ການ​ເລື​ອກຕັ້ງ​ຄັ້ງ​ວັນ​ທີ່ 28 ​ເດືອນ​ພະຈິກ ​ແຕ່​ແນວ​ໃດ​ກໍ​ດີຜູ້​ທ້າ​ຊິ​ງລະດັບ​ສູງ​ຂອງ
ທ່ານ ​ແລະ​ຜູ້​ນໍາ​ຝ່າຍ​ຄ້ານມາ​ເປັນ​ເວລາ​ດົນນານຄື​ທ່ານ Etienne Tshisekedi ​ບໍ່​ຍອມ
ຮັບ​ຜົນ​ການ​ເລື​ອກຕັ້ງ ​ແລະ​ປະກາດຕົນ​ເອງ​ເປັນ​ປະທານາທິບໍ​ດີ.

ໂຄສົກ​ຂອງ​ທ່ານ Tshisekedi ກ່າວ​ເມື່ອ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ຫວັງຢ່າງ​ຍິ່ງ​ວ່າ ປະ
ຊາ​ຄົມ​ໂລກ​ຈະ​ຊ່ວຍ​ໄກ່​ເກ່ຍ​ເພື່ອ​ແກ້​ໄຂ​ບັນຫາ​ວິ​ກິດ​ການ​ນີ້ ​ໂດຍ​ກ່າວ​ຍໍ້າວ່າການ​ປະ​ທ້ວງ
ໃດໆ​ນັ້ນ​ຈະ​ປອດ​ການ​ກໍ່​ຄວາມ​ຮຸນ​ແຮງ.

XS
SM
MD
LG