ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານຄອງໂກ ປະນາມ ຜູ້ສະມັກຝ່າຍຄ້ານທີ່ປະກາດ ເປັນປະທານາທິບໍດີ (ເບິ່ງວີດີໂອ)


ປະທານາທິບໍດີຄອງໂກ ທ່ານ Joseph Kabila ຂະນະປ່ອນບັດເລືອກ ຕັ້ງທີ່ເມືອງຫລວງ Kinshasa
ປະທານາທິບໍດີຄອງໂກ ທ່ານ Joseph Kabila ຂະນະປ່ອນບັດເລືອກ ຕັ້ງທີ່ເມືອງຫລວງ Kinshasa

ລັດຖະບານສາທາລະນະ​ລັດ​ປະຊາທິປະ​ໄຕ​ຄອງ​ໂກ ​ໄດ້​ປະນາມທ່ານ Etienne Tshise
kedi ຄູ່ແຂ່ງ ທີ່ໄດ້​ປະກາດ​ຕົນ​ເອງເປັນ​ປະທານາທິບໍດີ ຫລັງ​ຈາກທ່ານ Joseph Kabila ​ທີ່ກຳຕຳແໜ່ງປະທານາທິບໍດີຢູ່ໃນ ເວລານີ້ ຖືກ​ປະກາດ​ເປັນ​ຜູ້ຊະນະ​ການ​ເລືອກ​ຕັ້ງ​ເມື່ອ​
ອາທິດ​ຜ່ານ​ມາ.

ທ່ານ Lambert Mende ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ກ່າວ​ວ່າທ່ານ Tshiseke
di ມີ​ພຶດຕິການ​ທີ່​ຂາດ​ຄວາມ​ຮັບຜິດຊອບ ​ແລະ​ຝ່າຝືນລັດຖະທໍາ​ມະນູນ ​ໂດຍ​ພະຍາຍາມ
ບ່ອນທໍາລາຍ​ການ​ຕັດສິນ​ໃຈ​ຂອງ​ພວກ ​ເຈົ້າໜ້າ​ທີ່ເລືອກ​ຕັ້ງ.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ຂອງ​ຄອງ​ໂກ ປະກາດ​ເມື່ອ​ວັນ​ສຸກ​ນີ້​ວ່າທ່ານ ຄາ​ບິ​ລາ ຊະນະ
ທ່ານ Tshisekedi ດ້ວຍຄະແນນສຽງ 49 ​ເປີ​ເຊັນ ຕໍ່ 32 ​ເປີ​ເຊັນ ​ແລະພວກ​ສະໝັກ​
ເລືອກ​ຕັ້ງ​ຄົນ​ອື່ນໆ ໄດ້​ຄະ​ແນນ​ຕໍ່າ​ຫລາຍ. ການ​ປະກາດ​ຜົນການ​ເລືອກຕັ້ງ​ໄດ້​ກໍ່​ໃຫ້​ເກີດ
ການ​ປະ​ທ້ວງ​ທີ່​ໂກ​ດແຄ້ນຢ່າງ​ໃຫຍ່​ໃນ​ປະ​ເທດ ທີ່​ມີ​ຄົນ​ຖືກ​ຂ້າ​ຕາຍ​ໄປ​ສີ່​ຄົນ​ນັ້ນ.

ເມື່ອ​ວັນເສົາ​ວານ​ນີ້ ສະຖານະ​ການ​ຍັງ​ເຄັ່ງ​ຕຶງ​ຢູ່​ໃນ​ຫລາຍໆ​ຫົວ​ເມືອງ​ໃນຄອງ​ໂກ ພ້ອມທັງ
ເກີດ​ມີ​ການ​ຍິງ​ປືນໃສ່​ກັນ​ເປັນຄັ້ງ​ຄາວ​ໃນ​ນະຄອນຫລວງ Kinshina ຂອງ​ຄອງ​ໂກ​ນັ້ນ.

ອົງການ​ສະຫະ​ປະຊາ​ຊາດ ສະຫະລັດ ສະຫະພາບ​ຢູ​ໂຣບ ​ແລະ​ສະຫະພາບ​ອາ​ຟຣິກາ ​ໄດ້
ຮ້ອງ​ຂໍ​ໃຫ້​ສະຖານະ​ການສະຫງົບລົງ.

ເບິ່ງວີດີໂອການປະທ້ວງການເລືອກຕັ້ງຢູ່ຄອງໂກ ທີ່ສະຫະລັດ

XS
SM
MD
LG