ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສະ​ຖານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ ອາ​ເມ​ຣິ​ກັນ ໃນ ສ​ປ ​ຄອງ​ໂກ ປິດ​ລົງ ຍ້ອນການ​ຂົ່ມ​ຂູ່ ​ຂ​​ອງ​ ພ​ວກ​ກໍ່​ການ​ຮ້າຍ


ທ່ານ​ແລມ​ເບີ​ຣ໌ດ ແມນ​ເດ (Lambert Mende) ໂຄ​ສົກ​ຂອງ​ລັດ​ຖະ​ບານ​ຄອງ​ໂກ ກ່າວ ທີ່​ນະ​ຄອນ ກິນ​ຊາໆ, 8 ສິງ​ຫາ 2018.
ທ່ານ​ແລມ​ເບີ​ຣ໌ດ ແມນ​ເດ (Lambert Mende) ໂຄ​ສົກ​ຂອງ​ລັດ​ຖະ​ບານ​ຄອງ​ໂກ ກ່າວ ທີ່​ນະ​ຄອນ ກິນ​ຊາໆ, 8 ສິງ​ຫາ 2018.

ສະ​ຫະ​ລັດ ໄດ້​ປິດ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຕົນ​ລົງ ໃນ​ສາ​ທາ​ລະ​ນະ​ລັດ
ປະ​ຊາ​ທິ​ປະ​ໄຕ ​ຄອງ​ໂກ ຫຼື DRC ຍ້ອນ​ມີ​ຂໍ້​ມູນ “ທີ່​ໜ້າ​ເຊື່ອ​ຖືແລະ​ຢ່າງ​ສ​ະ​ເພາະ​
ເຈາະ​ຈົງ” ​
ກ່ຽວ​ກັບ​ການ​ຂົ່ມ​ຂູ່ ​ຂອງ​ການ​ກໍ່​ການ​ຮ້າຍ.

ສະ​ຖານທູດ ໃນ​ນະ​ຄອນ​ກິນ​ຊາໆ ຍັງ​ຈະ​ປິດ​ຢູ່ ຢ່າງ​ນ້ອຍ​ຮອດ​ວັນ​ອັງ​ຄານ​ມື້​ນີ້
ແລະ​ພວກ​ທີ່​ຖື​ສັນ​ຊາດ​ອາ​ເມ​ຣິ​ກັນ ໃນ DRC ແມ່ນ​ຖືກ​ແນະ​ນຳ​ “​ຢ່າງ​ແຂງ​ຂັນ”
ໃຫ້​ຢູ່​ຢ່າງ​ງຽບໆ.

ລັດ​ຖະ​ບານ DRC ແມ່ນ​ກ່າວ​ຫາ​ສະ​ຫະ​ລັດວ່າ ​ສ້າງ​ “ຄວາມຢ້ານ​ກົວ​ທີີ່ບໍ່ຈຳ​ເປັນ
​ແລະຄວາມບໍ່​ແນ່ນອນ”
​ໂດຍ​ອັດສະ​ຖານທູດ.

ລັດ​ຖະ​ບານ​ດັ່ງ​ກ່າວ ຍັງ​ໄດ້​ກ່າວ​ອີກວ່າ ວໍ​ຊີງ​ຕັນ ແລະ​ພວກ​ອື່ນໆ “ບໍ່​ໄດ້​ຄວບ​ຄຸມ​ຂັ້ນ
​ຕອນ​ການ​ເລືອກ​ຕັ້ງ”
ແລະ​ກຳ​ລັງ​ພະ​ຍາ​ຍາມ “ຫັນ​ເຫ​ຄວາມ​ສົນ​ໃຈ” ​ຂອງພວກ​ມີ​ສິດ
​ປ່ອນ​ບັດ ກ່ອນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ໃນວັນ​ທີ 23 ທັນ​ວາ ຈະ​ມາ​ເຖິງ​ນີ້.

ພວກເຈົ້າ​ໜ້າ​ທີ່​ ບໍ່​ໄດ້ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ຄິດວ່າພວກຜູ້​ຄົນ​ຂ້າງນອກຫວັງ​ທີ່​ຈະ​ໄດ້​ຮັບ
​ຜົນ​ປະ​ໂຫຍດ​ຫຍັງ ໂດຍ​ສ້າງ​ຄວາມ​ຫັນ​ເຫ ​ຕໍ່​ປະ​ຊາ​ຊົນ. ແຕ່​ ​ພວກ​ເຂົາ​ເຈົ້າກ່າວ​ວ່າ
ພວກ​ນັກ​ສັງ​ເກດ​ການ​ການ​ເລືອກ​ຕັ້ງ ຈາກ​ສະ​ຫະ​ພາບ​ຢູ​ໂຣບ ແລະຈາກສູນ​ກາງຄາ​ເຕີ
​ໃນ​ສະ​ຫະ​ລັດ ແມ່ນ​ບໍ່​ໄດ້​ຖືກ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ ມີ​ພຽງ​ແຕ່​ພວກ​ໜ່ວຍ​ງານ ​ຈາກ​ບັນ​ດາ
​ປະ​ເທດ​ອາຟ​ຣິ​ກາ​ເທົ່າ​ນັ້ນ.

DRC ແມ່ນ​ໄດ້​ພະ​ຍາ​ຍາມ​ມາ​ເປັນ​ເວ​ລາ 2 ປີ​ແລ້ວ ທີ່​ຈະຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ ເພື່ອ​ທີ່
​ຈະ​ສັບ​ປ່ຽນ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ​ເຊັບ ຄາ​ບີ​ລາ ທີ່​ຄອງ​ອຳ​ນາດ​ມາ​ເປັນ​ເວ​ລາ​ດົນ​ນານ​
ແລ້ວ​ນັ້ນ.

ແຕ່​ຄວາມ​ຮຸນ​ແຮງ, ​ກຳ​ລັງ​ທະ​ຫານບ້ານ​ຕິດ​ອາ​ວຸດ ແລະ​ບັນ​ຫາ​ທີ່​ມີ​ການ​ຈັດ​ຕັ້ງ​ວາງ​ແຜນ
ຕໍ່​ພວກ​ທີ່​ຈະ​ລົງ​ປ່ອນ​ບັດ​ໃໝ່​ນີ້ ໄດ້​ຍັງ​ຜົນ​ໃຫ້​ມີ​ການເລື່ອນ​ການ​ປ່ອນ​ບັດ​ອອກ​ໄປ
ສອງ​ຄັ້ງ​ສອງ​ຄາວ.

ທ່ານ ຄາ​ບີ​ລາ ແມ່ນ​ຄວນ​ຈະ​ລົງ​ຈາກ​ອຳ​ນາດ ໃນ​ປີ 2016 ຕອນ​ທີ່​ການ​ຄອງສະ​ໄໝ
​ທີ 2 ຂອງທ່ານໄດ້​ສິ້ນ​ສຸດ​ລົງ​ນັ້ນ. ແຕ່​ວ່າ ທ່ານ​ໄດ້​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ໃນ​ບາງ​ມາດ​
ຕາ ເພື່ອ​ອະ​ນຸ​ຍາດ​ໃຫ້​ທ່ານ ຢູ່​ໃນ​ຕຳ​ແໜ່ງໄດ້​ຕໍ່​ໄປ​ອີກ ຈົນ​ກວ່າ​ວ່າ ຈະ​ມີ​ຜູ້​ທີ່​ຖືກ​ເລືອກ​
ຂຶ້ນ​ມາ​ແທນ​ທ່ານ.

ຝ່າຍ​ຄ້ານ​ໄດ້​ກ່າວ​ຫາ​ທ່ານ ການ​ກະ​ທຳ​ທຸກ​ສິ່ງ​ຢ່າງ​ເພື່ອ​ຮັກ​ສາ​ອຳ​ນາດ​ໄວ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG