ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ​ອັຟກາ​ນິສຖານ ທີ່ຫລົບ​ໄພ ພາຍໃນປະເທດ ມີຈຳນວນເພີ່ມຂຶ້ນ ນັບມື້


Over 1 Million Afghans Internally Displaced
please wait

No media source currently available

0:00 0:01:11 0:00

ຈຳນວນ​ຊາວ​ອັຟກາ​ນິສຖານ​ທີ່​ໄດ້ຫລົບ​ໜີ​ຄວາ​ມຮຸນ​ແຮງ​ແລະ​ຍັງ​ສືບ​ຕໍ່ຕົກ​ຄ້າງ​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ມີ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ ​ໃນ​ຮອບ 3 ປີ ຜ່ານ​ມາ​ນີ້ ອີງ​ຕາມລາຍ​ງານ​ສະບັບໃໝ່​ຂອງອົງການ​ນິລະ​ໂທດ​ກຳ​ສາກົນ.

​ຜູ້ຫລົບ​ໄພ​ພາຍ​ໃນ​ອັຟກາ​ນິສຖານຈຳນວນ 1 ລ້ານ 2 ​ແສນ ຄົນ ແມ່ນສະ​ແດງ​ໃຫ້​ເຫັນວ່າ​ ເປັນ​ຈຳນວນ​ທີ່​ເພີ່ມ​ຂຶ້ນຢ່າງ​ຫຼວງຫຼາຍຈາກ 5 ​ແສນ ​ໃນ​ປີ 2013 ຊຶ່ງ ລາຍ​ງານ​ຍັງ​ກ່າວ​ອີກ​ວ່າ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຊ່ອຍແກ້​ໄຂ​ບັນຫາ​ຕ່າງ​ໆ ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຍ້ອນ​ສົງຄາມ​ຂອງປະ​ເທດ​ທີ່ຖືກ​ຫຼົງລືມ​ໄປ​ນັ້ນ. ມັນ​ມີ​ຂຶ້ນ​ທ່າມກາງ​ຄວາມ​ຢ້ານ​ກົວ​ຂອງການ​ເພີ້​ມ ການ​ບຸກ​ໂຈມ​ຕີຂອງ​ພວກ​ຫົວ​ຮຸນ​ແຮງ​ທີ່​ນຳພາ​ໂດຍກຸ່ມ​ກໍ່ການ​ຮ້າຍ Taliban ​ໃນ​ປີນີ້.

​“ເຖິງ​ແມ່ນ​ໄດ້ຫ​ລົບ​ໜີ​ອອກ​ໄປ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ ​ເພື່ອ​ຫາບ່ອນ​ທີ່ປອດໄພ ​ຊາວ​ອັຟກາ​ນິສຖານ​ໃນ​ຈຳນວນ​ທີ່​ເພີ້ມຂຶ້ນ ຍັງຕົກ​ຢູ່​ໃນສະພາບ ​ທີ່​ໜ້າ​ຕື່ນ​ຕົກ​ໃຈ​ ຢູ່ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ເອງ. ​ແລະ​ຕໍ່ສູ້ເພື່ອ​ຄວາມ​ຢູ່​ລອດຢ່າງ​ບໍ່​ມີ​ວັນ​ຈົບ​ສິ້ນ” ນັ້ນຄື​ຄຳ ​ເຕືອນ ​ຂອງ​ທ່ານ Champa Patel ຜູ້ອຳນວຍການ​ຂອງອົງການ​ນິລະ​ໂທດ​ກຳ​ສາກົນ ​ໃນ​ເຂດ​ເອ​ເຊຍ​ໃຕ້.

ພວກເດັກນ້ອຍອົບພະຍົບພາຍໃນປະເທດ ຢືນຢູ່ຂ້າງນອກ ທີ່ມີອາກາດໜາວ ນອກເມືອງ Herat, ອັຟການິສຖານ.
ພວກເດັກນ້ອຍອົບພະຍົບພາຍໃນປະເທດ ຢືນຢູ່ຂ້າງນອກ ທີ່ມີອາກາດໜາວ ນອກເມືອງ Herat, ອັຟການິສຖານ.

ອັຟກາ​ນິສຖານ ​ແມ່ນປະກອບ​ເປັນ​ຈຳນວນ​ຊາວ​ອົບ​ພະຍົບທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກປະ​ເທດ​ນຶ່ງ ​ໂດຍ​ປະມານ 2 ລ້ານ 6 ​ແສນ​ຄົນ ​ແມ່ນ​ໄດ້​ຫລົບ​ໄພ​ໃນ​ປະ​ເທດ​ເພື່ອນ​ບ້ານ ​ປາກິ​ສຖານ ​ແລະ​ອີຣ່ານ ອິງ​ຕາມອົງການອົບ​ພະຍົບສະຫະ​ປະຊາ​ຊາດ.

​ທ່ານ Patel ກ່າວ​ວ່າ “​ໃນ​ຂະນະ​ທີ່​ຄວາມສົນ​ໃຈ​ຂອງ​ໂລ​ກ ​ໄດ້​ຫັນ​ເຫ​ໄປຈາກ ອັຟກາ​ນິສ ຖານ ພວກ​ເຮົາ​ສ່ຽງ​ຕໍ່​ການ​ຫຼົງ​ລືມ​ພວກ​ທີ່​ຍັງ​ຕົກ​ຄ້າງຢູ່​ທີ່​ນັ້ນ ໂດຍ​ບັນຫາ​ຂັດ​ແຍ້ ງດັ່ງ ກ່າວ.”

​ເຖິງ​ແມ່ນ​ວ່າ ​ລັດຖະບານ ອັຟກາ​ນິສຖານ ​ໄດ້ຮັບປາກ​ກໍ​ຕາມ ພວກ​ອົບ​ພະຍົບຫລົບ​ໄພ​ພາຍ​ໃນ​ປະ​ເທດອັຟກາ​ນິສຖານ ຫຼື Internally Displace People ຍັງ​ສືບ​ຕໍ່ທົນ​ທຸກ​ໂດຍ​ປາດ​ສະ​ຈາກ​ທີ່ຢູ່​ອາ​ໄສ ​ເຂົ້າ​ປາ​ອາຫານ ນ້ຳ​ດື່ມ ນ້ຳ​ໃຊ້ ສຸ​ຂາ​ອະນາ​ໄມ ​ແລະ​ໂອກາດ​ອື່ນໆ ທີ່​ຈະ​ໄດ້​ສຶກສາ​ຮ່ຳຮຽນ ​ແລະ​ປ​ະກ​ອບອາຊີບ​ການ​ງານ ນີ້​ແມ່ນ ບັນ​ຫາ​ຕ່າງໆ ທີ່​ທາງອົງການ​ນິລະ​ໂທດ​ກຳ​ສາກົນ ພົບ​ເຫັນ​.

ການ​ຄົ້ນຄວ້າ​ພົບ​ວ່າ ສະຖານະ​ການ​ທີ່​ກຳລັງ​ປະ​ເຊີນ​ໜ້າກັບ​ຜູ້​ຫລົບ​ໄພ​ພາຍ​ໃນ​ ​ແມ່ນ​ໄດ້​ຊຸດ​ໂຊມ​ລົງ​ ໃນ​ຮອບ​ຫຼາຍໆ​ປີຜ່ານມາ ດ້ວຍ​ການ​ຊ່ອຍ​ເຫຼືອ​ທີ່​ຫຼຸດ​ໜ້ອຍ​ລົງ ​ແລະ​ຂາດ​ເຂີນ​ສິ່ງ​ທີ່​ຈຳ​ເປັນ​ໃນ​ການ​ດຳລົງ​ຊີວິດ ​ເຊັ່ນ ​ເຂົ້າປາ​ອາຫານ ​ເປັນ​ຕົ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG