ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານ Dragon ມຸ່ງໜ້າສູ່ ສະຖານີ ອະວະກາດ ນາໆຊາດ (ວີດີໂອ)


Dragon Resupply Capsule Launched; Heads to Space Station
please wait

No media source currently available

0:00 0:00:59 0:00
ລິງໂດຍກົງ
ຍານອະວະກາດທີ່ເອກກະຊົນເປັນເຈົ້າຂອງ ຊຶ່ງພວມມຸ່ງໜ້າໄປ
ຍັງສະຖານີອະວະກາດນາໆຊາດໄດ້ປະສົບກັບບັນຫາບໍ່ດົນຫຼັງ ຈາກຖືກສົ່ງຂຶ້ນສູ່ອະວະກາດ ໃນມື້ວັນສຸກວານນີ້.

ບໍ່ເທົ່າໃດນາທີ ຫຼັງຈາກໄດ້ຖືກສົ່ງຂຶ້ນສູ່ອະວະກາດ ທ່ານ Elon
Musk ຜູ້ກໍ່ຕັ້ງບໍລິສັດ Space X ລາຍງານວ່າຈັກຈະຫຼວດນ້ອຍ
3 ເຄື່ອງ ຂອງຈຳນວນທັງໝົດ 4 ເຄື່ອງທີ່ຢູ່ເທິງຍານອະວະກາດ
Dragon ບໍ່ໄດ້ເຮັດໜ້າທີ່ ຢ່າງເປັນປົກກະຕິ. ແຕ່ເປັນທີ່ປະກົດ
ວ່າ ພວກນັກວິສະວະກອນ ຂອງຄະນະປະຕິບັດງານໄດ້ ແກ້ໄຂ ບັນຫາດັ່ງກ່າວເປັນບາງສ່ວນໄປແລ້ວແລະເຄື່ອງຮັບແສງອາທິດ
ສອງແຜ່ນ ທີ່ສະໜອງໄຟຟ້າ ໃຫ້ແກ່ຍານອະວະກາດ ກໍໄດ້ກາງ ອອກເປັນທີ່ຮຽບຮ້ອຍແລ້ວ.

ຈະຫຼວດ Falcon 9 ໄດ້ຂັບດັນຍານອະວະກາດ Dragon ຂຶ້ນ
ຈາກແຫຼມ Canaveral ລັດ Florida ເພື່ອລຳລຽງສຳພາລະໄປ ໃຫ້ສະຖານີອະວະກາດນາໆຊາດ.

ຍານອະວະກາດ Dragon ທີ່ບໍ່ມີຄົນຂັບ ມີກຳນົດທີ່ຈະເຊື່ອມຕໍ່ ກັບສະຖານີອະວະກາດນາໆຊາດທີ່ໂຄຈອນອ້ອມໂລກຢູ່ນັ້ນໃນຕອນເຊົ້າຂອງວັນເສົາມື້ນີ້ ແລະຈະຈອດຢູ່ທີ່ສະຖານີອະວະກາດນາໆຊາດ ເປັນເວລາ 3 ອາທິດ ອັນເປັນພາກສ່ວນ ນຶ່ງໃນການປະຕິບັດງານຈັດສົ່ງສຳພາລະຄັ້ງທີສອງ ຂອງບໍລິສັດ Space X ໄປໃຫ້ສະຖາ ນີອະວະກາດນາໆຊາດ.

ຍານ Dragon ໄດ້ລຳລຽງສຳພາລະແລະອຸບປະກອນຕ່າງໆ ໄປໃຫ້ສະຖານີອະວະກາດ ນາໆຊາດ ທີ່ມີພະນັກງານປະຈຳຢູ່ 6 ຄົນ ແລະຈະກັບຄືນສູ່ໂລກໃນທ້າຍເດືອນນີ້ ພ້ອມ ກັບຕົວຢ່າງ ຜົນການທົດລອງ ແລະສິ່ງຂອງອື່ນໆອີກ.
XS
SM
MD
LG