ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຸນຊ່ວງເຮືອພະຍານາກ ປະຈໍາປີ ທີ່ ວໍຊິງຕັນ ດີຊີ


ເຮືອພະຍານາກ ຈອດຢູ່ແມ່ນໍ້າ Potomac ລໍຖ້າລູກເຮືອເຂົ້າແຂ່ງຂັນ ໃນວັນທີ່ 19-20 ພຶດສະພາ 2012.
ເຮືອພະຍານາກ ຈອດຢູ່ແມ່ນໍ້າ Potomac ລໍຖ້າລູກເຮືອເຂົ້າແຂ່ງຂັນ ໃນວັນທີ່ 19-20 ພຶດສະພາ 2012.

ບຸນຊ່ວງເຮືອພະຍານາກ ຫລືວ່າ “Dragon Boat Festival” ຂອງຈີນ ແມ່ນໄດ້ມີມາຕັ້ງແຕ່ 2500 ປີກ່ອນແລ້ວ ຢູ່ຕາມລໍາແມ່ນໍ້າຢັງຊີ ໃນປະເທດຈີນ. ປັດຈຸບັນນີ້ ການຊ່ວງເຮືອໄດ້ ກາຍມາເປັນກິລາໜ້ານໍ້າ ທີ່ໄດ້ເລີ້ມແຜ່ຜາຍອອກໄປທົ່ວໂລກຢ່າງວ່ອງໄວ ລວມທັງຢູ່ໃນ ສະຫະລັດນີ້ ທີ່ພາກັນສະຫລອງບຸນດັ່ງກ່າວຢູ່ໃນຫລາຍເມືອງຫລາຍໆລັດບ່ອນທີ່ມີຊາວ ຈີນແລະຊາວເອເຊຍອື່ນໆອາໄສຢູ່ຫລາຍ ໂຮມທັງ ທີ່ນະຄອນຫລວງວໍຊິງຕັນ ດີ.ຊີ ຊຶ່ງມີ ທີມຂອງປະຊາຄົມລາວ ທີ່ຊື່ວ່າ Lao United ຫລືວ່າ ທີມລາວສາມັກຄີ ໄດ້ຮ່ວມແຂ່ງ ຂັນ ແລະໄດ້ຄອງອັນດັບຊະນະເລີດມາຄັ້ງນຶ່ງແລ້ວ ແລະປີນີ້ ທີມ Lao United ໄດ້ພາ ກັນ ກັບຄືນເຂົ້າມາແຂ່ງຂັນອີກ ຊຶ່ງ ກິ່ງສະຫວັນຈະນໍາເອົາລາຍລະອຽດມາສະເໜີທ່ານ.

ຟັງລາຍງານໂດຍເຕັມ:

ບຸນຊ່ວງ​ເຮືອ​ພະຍາ​ນາກ ຫລື​ວ່າ “Dragon Boat Festival” ຊຶ່ງ ແມ່ນ​ບຸນປະ​ເພນີ​ຂອງ​
ຊາວ​ຈີນ​ນັ້ນ ​ແມ່​ນ​ໄດ້​ມີມາຕັ້ງ​ແຕ່ 2500 ປີກ່ອນແລ້ວ ຢູ່ຕາມ​ລໍາແມ່​ນໍ້າ ຢັງ​ຊີ. ​ສະໄໝນັ້ນ
​ຕົກ​ຢູ່​ໃນ​ຊ່ວງເວລາດຽວ​ກັນ​ກັບທີ່ຊາວ Greek ເລີ້ມພາກັນ​ແຂ່ງຂັນ​ກິລາຢູ່​ເມືອງ ​Olympia
​ຊຶ່ງໄດ້​ກາຍ​ມາ​ເປັນກິລາ Olympic ໃນ​ສ​ະ​ໄໝໃໝ່​ນີ້. ​ແຕ່​ວ່າການແຂ່ງ ຂັນຊ່ວງເຮືອພະຍາ​
ນາກ ບໍ່​ໄດ້​ຖືກ​ນໍາມາ​ສະ​ເໜີໃຫ້ຊາວໂລກ​ໄດ້​ຮູ້ຈັກ ຈົນຕົກ​ມາ​ເຖິງປີ 1970 ທີ່ໄດ້​ຈັດ​ຂື້ນ​ຄັ້ງ​
ທໍາ​ອິດຢູ່​ ​Hong Kong ​ມີ​ຊື່​ວ່າ “ບຸນຊ່ວງ​ເຮື​ອພະຍາ​ນາກ​ນາໆ​ຊາດ” ເພື່ອສົ່ງ​ເສີ​ມວັດທະ
ນາ​ທໍາ ຂ​ອງຊາວຮົງກົງ.

ຫລັງ​ຈາ​ກນັ້ນ​ມາ ບຸນ​ນີ້ກໍໄດ້​ເລີ້​ມ​ແຜ່ຜາຍ​ຂະຫຍາຍ​ອອກ​ໄປທົ່ວ​ໂລກ​ຢ່າງ​ວ່ອງ​ໄວ ຊຶ່ງ​ມີ​
ຜູ້​ເຂົ້າຮ່ວມແຂ່ງຂັນ ປະມານຫ້າ​ສິບ​ລ້ານ​ຄົນ ຢູ່ໃນ ຫລາຍ​ໆ​ເມືອງ​ແລະ​ປະ​ເທດ​ໃນທຸກ
​ທະວີບ ​ແລະ​ເປັນ​ກິລາ​ໜ້າ​ນໍ້າ ທີ່​ແຜ່ຜາຍ​ຢ່າງ​ວ່ອງໄວ​ໃນ ​ສ​ະຫະລັດ​ອາ​ເມ​ລິ​ກາ ຊຶ່ງເລີ້ມ
ແຕ່ເດືອນພຶດສະພາ ໄປ​ຈົນ​ເຖິງ​ເດືອນ​ຕຸລາ.​ ຈຸດປະສົງ​ຂອງ​ການ​ແຂ່ງຂັນກໍເພື່ອ ສ້າງ
ຄວາມສະມາ​ຄີ​ຂອງທີ​ມງານ ​ແລະ​ແລກປ່ຽນ​ວັດ​ທະນະ​ທໍ​າ ຊຶ່ງ​ແຕ່ລະ​ປີ ມີ​ບັນດາບໍລິສັດ​
ການ​ຄ້າ ອົງການຈັດ​ຕັ້ງ ​ແລະ​ກຸ່ມປະ​ຊາ​ຄົມ​ຕ່າງໆ​ ຫລາຍ​ພັນ​ຄົນ ພາກັນລົງທະບຽນ
ເຂົ້າ​ຮ່ວມ.

ທ່ານ ຊິນໄວ ສົມຈັນມະວົງ ກໍາມະການບຸນບ່ວງເຮືອພະຍານາກ
ທ່ານ ຊິນໄວ ສົມຈັນມະວົງ ກໍາມະການບຸນບ່ວງເຮືອພະຍານາກ

ຄວາມ​ແຕກ​ຕ່າງ​ລະຫວ່າງການ​ແຂ່ງຂັນ​
ບຸນຊ່ວງ​ເຮືອ​ປະ​ເພນີລາວ ແລະເຮືອພະ
ຍານາກນັ້ນກໍ​ຄົງ​ຈະ​ແມ່ນ​ຢູ່​ບ່ອນ​ທີ່​ວ່າ ​
ເຮືອພະຍາ​ນາກ​ເປັນ​ເຮືອ​ຢາງ ຫົວ​ເປັນ
​ນາກ ມີຫາງ ມີ​ລູກ​ເຮືອ 22 ຄົນ​ເທົ່າ​ນັ້ນ
ຮວມ​ທັງ​ຜູ້ຕີ​ກອງທີ່ນັ່ງ​ຢູ່​ຫົວ​ເຮືອນຶ່ງ​ຄົນ
ທີ່​ເປັນ​ຜູ້ຍິງ​ ຄົນ​ຂັດທ້າຍ​ເຮື​ອນຶ່ງ​ຄົນ
ພ້ອມ​ດ້ວຍສີພາຍ 20 ຄົນ ແລະທຸກໆ​
ຄົນ​ຕ້ອງນຸ່ງ​ເສື້ອ​ຊູ​ຊີບ.

ການ​ແຂ່ງຂັນຢູ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ
ດີ​.ຊີ ​ຄັ້ງທໍາ​ອິດ​ໄດ້ຈັດ​ຂື້ນ​ໃນ​ປີ 2001 ​
ຫລັງ​ຈາກ​ນັ້ນ ​ກໍໄດ້ປະຕິບັດກັນ​ມາທຸກໆ
ປີ ​ໃນເດືອນ​ພຶດສະພາ ຢູ່​ແມ່​ນໍ້າ Poto-
mac​. ແຕ່ລະ​ປີມີ ປະມານ 70 ທີ​ມ​ລົງ
​ທະບຽນເຂົ້າ​ຮ່ວມ ​ແລະເສຍຄ່າ​ທໍານຽມ
ທີ​ມລະ $1000​.00 ໂດ​ລາ​ ເພື່ອໃຊ້​ເຄື່ອງ​
ອຸ​ປະກອນ.

ທ່ານຊິນໄວ ສົ​ມຈັນ​ມະ​ວົງ ຊຶ່ງເກີດ​ຢູ່​ປາກ​ເຊ ​ມາຕົກ​ອາ​ເມຣິກາ ​ໃນປີ 1980 ປັດຈຸບັນນີ້
​ຢູ່ເມຶອງ Ithaca, New York, ​ໄດ້​ເດີນ​ທາງມາຮ່ວມເປັນ​ກໍາມະການ​ບຸນ ​ແລະ​ໄດ້​ກ່າວ​ຕໍ່
ວີ​ໂອ​ເອ ວ່າ:

ບັນດາລູກເຮືອຂອງທີມ Lao United ທີ່ໄດ້ຮັບຫລຽນຄໍາ ແລະຫລຽນທອງແດງ ໃນວັນທີ 19-20 ເດືອນພຶດສະພາ ປີ 2012.
ບັນດາລູກເຮືອຂອງທີມ Lao United ທີ່ໄດ້ຮັບຫລຽນຄໍາ ແລະຫລຽນທອງແດງ ໃນວັນທີ 19-20 ເດືອນພຶດສະພາ ປີ 2012.

ທີມ Lao United ຫລື​ທີ​ມລາວ​
ສາມັກຄີ ທີ່​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ
​ປີ​ນີ້ ມີ​ສີພາຍ​ທີ່ສ່ວນຫລາຍແມ່ນ
ຄົນ​ລາວ-ອາ​ເມຣິກັນ​ ​ປະ​ກອບ
​ດ້ວຍ​ບັນດາ​ໝູ່​ເພື່ອນ​ທີ່​ມີພື້ນຖານ
​ມາ​ຈາກ​ຊາດ​ອື່ນໆ. ​ເຂົາ​ເຈົ້າພາ
ກັນ​ຕັ້ງ​ທີ​ມ​ຂຶ້ນ​ແລະ​ເຂົ້າແຂ່ງຂັນ
​ເປັນ​ຄັ້ງ​ທໍາ​ອິດ ໃນປີ 2011 ​ແລະ
​ໄດ້ຄວ້າ​ລາງວັນຊະ​ນະ​ເລີດ ຊຶ່ງ
​ເຂົາ​ເຈົ້າ​ກ່າວ​ວ່າ ເຫ​ດຜົນທີ່​ເຂົາ
​ເຈົ້າ​ໄດ້​ຊະນະ​ຢ່າງ​ງາມ ກໍເພາະວ່າ​ເຂົາ​ເຈົ້າ​ເປັນ​ “ລູກ​ລາວແມ່​ນໍ້າຂອງ” ທີ່ມີສີ​ໄມ້ລາຍ​ມື ຊໍານິຊໍາ
ນານ ​ແລະ​ລື້ງ​ກັບການພາຍ​ເຮືອມາ​ກ່ອນ​ແລ້ວ.


ສ່ວນ​ມື​ກອງ​ນັ່ງ​ຢູ່​ຫົວ​ເຮືອ ປິ່ນ​ໜ້າ​ໃສ່​ພວກ​ສີ​ພາຍ ​ໄດ້​ແກ່ນາງແກ້ວ​ ວົງພ​ະຈັນ ທີ່ເກີດຢູ່
ສະຫວັນ​ນະ​ເຂດ ມາ​ຕົກສະຫະລັດອາ​ເມຣິກາ ​ໃນປີ 1980 ​ແລະປັດຈຸບັນ​ ດໍາລົງ​ຊີວິດຢູ່
​ເມືອງ ​Columbia ລັດ​ Maryland. ນາງເປັນ​ຜູ້ຍິງ​ຄົນ​ດຽວ​ເທົ່ານັ້ນ ​ທີ່ມີໜ້າ​ທີ່​ຕີ​ກອງ​ໃຫ້​
ເຂົ້າ​ກັບ​ຈັງຫວະ​ຂອງພວກສີພາຍ ຊຶ່ງ​ເປັນ​ວຽກ​ທີ່​ບໍ່​ງ່າຍ​ເລີຍ.

ນາງແກ້ວ​ ວົງພ​ະຈັນ ມືກອງຂອງທີມ ລາວສາມັກຄີ
ນາງແກ້ວ​ ວົງພ​ະຈັນ ມືກອງຂອງທີມ ລາວສາມັກຄີ

ໃນການ​ແຂ່ງຂັນ ພາຍ​ໃຕ້​ດິ​ນ​ຟ້າ​
ອາກາດ​ອັນ​ແຈ່ມ​ໃສ​ ​ແຕ່ຮ້ອນເອົ້າ
ຂອງວັນ​ເສົາ ​ແລະ ວັນ​ອາທິດ ທີ
19-20 ​ພຶດສະພາ ທີ່​ຜ່ານ​ມານີ້
ທີມ Lao United ທີ່ໄດ້​ເຂົ້າ​ແຂ່ງ
ຂັນອີກ​ເປັນ​ປີ​ທີ່​ສອງ ໄດ້ຊະນະ
​ເລີດ​ແລະ​ໄດ້​ຮັບ​ຫລຽນ​ຄໍາ “Gold
Medal” ​ໃນ​ມື້ວັນ​ເສົາ. ສ່ວນ​ໃນ​
ວັນ​ອາທິດ ​ມື້​ທີ່​ສອງນັ້ນ ທີ​ມ Lao
United ​ແມ່ນ​ໄດ້​ທີ່​ສາມ ​ໄດ້​ຮັບ
ຫລຽນ​ທອງ​ແດງ. ​ສາ​ເຫດ​ກໍເພາະ
ວ່າ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ ທີມ
ອາ​ຊີບ ທີ່​ມີ​ສີ​ໄມ້​ລາຍ​ມື ​ແລະ​ພິກ
ໄຫວ​ເໜືອ​ກ່ວາ.

ທ່ານພອ​ລ ສຸກ​ກະ​ເສີມ ​ເກີດຢູ່
​ບ້ານ​ສີ​ໄຄ ນະຄອນຫລວງ​ວຽງ​
ຈັນ ​ມາ​ຕົກ​ຢູ່​ ສະຫະລັດ ອາ​ເມຣິ
ກາ ​ໃນ​ປີ 1985 ປັດ​ຈຸ​ບັນ​ນີ້​ຢູ່​ນະ
ຄອນ New York ​ກໍ​ເປັນ​ຄົນ​ນຶ່ງ
​ທີ່​ເດີນທາງ​ມາ​ຮ່ວມ​ແຂ່ງຂັນ ​ໂດຍ
​ທໍາ​ໜ້າ​ທີ່​ເປັນນາຍ​ທ້າຍ​ເຮືອ. ຜູ້
ກ່ຽວຊຶ່ງ​ເປັນ​ຄູ​ສອນ​ພາ​ຍ​ເຮືອມາ​
ໄດ້ 18 ປີ​ກ່ວາ ແລ້ວ ​ກ່າວ​ຕໍ່
ວີ​ໂອ​ເອ ວ່າ:

ທ່ານພອ​ລ ສຸກ​ກະ​ເສີມ ນາຍທ້າຍເຮືອ ຈາກນິວຢອກ
ທ່ານພອ​ລ ສຸກ​ກະ​ເສີມ ນາຍທ້າຍເຮືອ ຈາກນິວຢອກ


ຢູ່​ເລາະຕາມແຄມ​ແມ່​ນໍ້າ
Potomac ມີ​ຜາມພັກ​ຜ່ອນ
ຢ່າງ​ຫລວງຫລາຍ ຂອງ​ແຕ່
ລະ​ທີ​ມ ​ປຸກຢາຍກັນໄປ. ​ເຂົາ
​ເຈົ້າ​ພາກັນ​ນັ່ງປິກ​ນິກ ​ຟັງດົນຕີ
ຟ້ອນ ​ເພື່ອ​ລໍຖ້າ​ຜຽນ​ການເຂົ້າ
​ແຂ່ງຂັນ ​ແຕ່​ວ່າ ທີ​ມ​ Lao
United ພາກັນ​ຕີ​ກອງ​ເຊີ້ງຢ່າງ
ຄຶກຄື້ນ ​ໂດຍ​ການນໍາພາ​ຂອງ​
ທ່ານ ສົມ​ພອນ ​ໄຊ​ຍະ​ສິດ​ເສນາ.
ທີ​ມລາວ​ທີ່​ເຂົ້າແຂ່ງຂັນ​ໃນປີ​ນີ້​
ແມ່ນໄດ້​ຮັບ​ຄວາມ​ອຸປະ​ຖໍາຈາກ
ທ່ານ ​ເພັດ ຫົງ​ມະນີ ຜູ້​ຈັດ​ການ
​ບໍລິສັດ KNH Mechanical
Inc. A/C & Heating ພ້ອມ
​ດ້ວຍ ບໍລິສັດ B & S ຂອງ
ທ່ານບຸນ ຄໍາ​ມາ​ນີວັນ ​ເຈົ້າ​ຂອງ​
ຮ້ານ​ອາຫານ Bangkok
Golden ທີ່​ເມືອ​ງ Falls
Church, ລັດ Virginia ທີ່​ໄດ້
ຈັດອາຫານ​ມາລ້ຽງເປັນ​ເວລາ
​ສອງ​ວັນ.

ການ​ແຂ່ງຂັນ​ໄດ້​ຜ່າ​ນພົ້ນໄປ​ດ້ວຍ​ຄວາມເປັນ​ລະບຽບ​ຮຽບຮ້ອຍ​ດີ ສ້າງ​ຄວາມ​ມ່ວນ​ຊື່ນ ​
ປະ​ທັບ​ໃຈ​ແກ່​ຜູ້​ເຂົ້າ​ຮ່ວມ ​ຜູ້​ຊົມ​ເປັນ​ຢ່າ​ງຍິ່ງ ໂດຍ​ສະ​ເພາະ​ຢ່າງ​ຍິງ ທີ​ມ Lao United ທີ່
ໄດ້​ຮັບ​ຫລຽນຄ້ອງ​ຄໍ​ກັບ​ບ້ານນໍາ​ກັນ​ໝົດ​ທຸກ​ຄົນ ດ້ວຍ​ຄວາມ​ຊື່ນ​ອົກ​ຊື່ນໃຈ ແລະຫວັງ​ວ່າ
​ຈະ​ກັບ​ມາ​ຊ່ວງ​ເອົາ​ຫລຽນ​ຄໍາໃນ​ສະຖານ​ທີ່​ແຫ່ງ​ນີ້​ ອີກ​ໃນ​ປີໜ້າ.

XS
SM
MD
LG