ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢູ​ເຄ​ຣນ ລາຍ​ງານວ່າ ຣັດ​ເຊຍ​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟຮອບ​ໃໝ່


ແມ່​ຍິງ​ຄົນ​ນຶ່ງ ຍ່າງ​ຜ່ານ​ຕຶກ​ອາ​ພາດ​ເມັນ Irpinsky Lipky ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງ​ໜັກ ໃນ​ການ​ສູ້​ລົບ​ລະ​ຫວ່າງ​ທະ​ຫານ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ທີ່​ເມືອງ​ເອີ​ພິນ ໃກ້​ກັບ​ນະ​ຄອນ​ຫຼວງ​ກີ​ຢິບ ວັນ​ທີ 16 ກຸມ​ພາ 2023.
ແມ່​ຍິງ​ຄົນ​ນຶ່ງ ຍ່າງ​ຜ່ານ​ຕຶກ​ອາ​ພາດ​ເມັນ Irpinsky Lipky ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງ​ໜັກ ໃນ​ການ​ສູ້​ລົບ​ລະ​ຫວ່າງ​ທະ​ຫານ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ທີ່​ເມືອງ​ເອີ​ພິນ ໃກ້​ກັບ​ນະ​ຄອນ​ຫຼວງ​ກີ​ຢິບ ວັນ​ທີ 16 ກຸມ​ພາ 2023.

ກຳ​ລັງ​ຣັດ​ເຊຍ​ ໄດ້​ເປີດ​ສາກ​ໂຈມ​ຕີ​ຢູ​ເຄ​ຣນ​ດ້ວຍ​ລູກ​ສອນ​ໄຟ​ຮອບ​ໃໝ່ ໂດຍ​ແນ​ເປົ້າ​ໝາຍ​ໃສ່​ທົ່ວ​ປະ​ເທດ ຊຶ່ງ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 1 ຄົນ ແລະ​ອີກ 7 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ໜ່ວຍ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ຂອງ​ຢູ​ເຄ​ຣນ​ໄດ້​ຍິງ​ທຳ​ລາຍ ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ ​16 ລູກ ຂອງ​ຈຳ​ນວນ​ທັງ​ໝົດ 36 ລູກ ຊຶ່ງ​ເປັນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ການ​ໂຈມ​ຕີ​ໃນ​ຮອບ​ກ່ອນ.

ຢູ​ເຄ​ຣນ​ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ຮອບ​ຫຼ້າ​ສຸດນີ້ ມີ​ຂຶ້ນ​ໂດຍ​ ຍຸດ​ທະ​ສາດ​ໃໝ່​ຂອງ​ຣັດ​ເຊຍ ຊຶ່ງ​ກຳ​ລັງ​ຂອງ​ມົ​ສ​ກູ​ໄດ້​ນຳ​ໃຊ້​ໃນ​ອັນ​ທີ່​ ທ່ານແອນດ​ຣີ ເຢີ​ມາກ ​ຫົວ​ໜ້າ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ​ກ່າວ​ວ່າ “ການ​ຍິງສຳ​ຫຼວດ​ເບື້ອງ​ຕົ້ນ” ແລະ “ເປົ້າ​ໝາຍ​ທີ່​ຜິດ​ພາດ.”

ທະ​ຫານ​ຣັດ​ເຊຍ​ໄດ້​ສົ່ງ​ບາ​ລ​ລູນທີ່​ມີ​ເຄື່ອງ​ສະ​ທ້ອນ​ແສງເພື່ອ​ລວງ​ຕາ​ລະ​ບົບ​ປ້ອງ​ ກັນ​ໄພ​ທາງ​ອາ​ກາດ​ຂອງ​ເຄ​ຣນ ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານ​ໂອ​ເລັກ​ຊີ ແດ​ນີ​ລອບ ເລຂາ​ທິ​ການ​ສະ​ພາ​ຄວາ​ມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ແລະ​ສະ​ພາ​ປ້ອງ​ກັນ​ປະ​ເທດ ຂອງ​ຢູ​ເຄ​ຣນ.

ທ່ານ​ແດ​ນີ​ລອບ ກ່າວ​ຕໍ່​ໂທ​ລະ​ພາບ​ຢູ​ເຄ​ຣນ​ວ່າ “ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຣັດ​ເຊຍ​ພວມ​ກະ​ກຽມ ແລະ​ບໍ່​ໄດ້​ນອນຢູ່ ແລະ​ພວກ​ເຂົາ​ກຳ​ລັງ​ເລີ້ມ​ນຳ​ໃຊ້​ ວິ​ທີ​ການ​ໃໝ່.”

ນຶ່ງ​ໃນ​ການ​ໂຈມ​ຕີ ​ເມື່ອ​ຕອນ​ກາງ​ຄືນ ໄດ້​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ແລະ​ໄດ້ທຳ​ລາຍ​ເຮືອນ​ຊານ ທີ່​ເມືອງ​ພັບ​ໂລ​ຣາດ. ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ທຳ​ລາຍເຮືອນ 7 ຫຼັງ ແລະ​ອີກ 30 ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍແລະ​ກໍ່​ໃຫ້​ເກີດ​ໄຟ​ໄໝ້ ຢູ່ໂຮງ​ງານ​ອຸດ​ສາ​ຫະ​ກຳ ທີ່​ໜ່ວຍ​ຮັບ​ມື​ກັບ​ເຫດ​ສຸກ​ເສີນ​ໄດ້​ພາ​ກັນ​ມອດພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

ການ​ໂຈມ​ຕີ​ຮອບ​ຫຼ້າ​ສຸດ​ຂອງ​ຣັດ​ເຊຍ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ເທດ​ນໍ​ເວອະ​ນຸ​ມັດ​ໂຄງ​ການ​ຊ່ວຍ​ເຫຼືອ​ເປັນ​ເວ​ລາ 5 ປີ ໃນ​ມູນ​ຄ່າ 7 ຕື້​ໂດ​ລາ ໃຫ້​ແກ່​ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ວ່າ ການ​ເຄື່ອນ​ໄຫວນີ້​ເຮັດ​ໃຫ້​ນໍ​ເວ ແລະ​ຢູ​ເຄ​ຣນ ມີ​ຄວາມ​ເຂັ້ມ​ແຂງ​ຕື່ມ​ຂຶ້ນ ແລະ​ຣັດ​ເຊຍ​ຈະ​ບໍ່​ສາ​ມາດ​ເອົາ​ຊະ​ນະ “ຄວາມ​ສາ​ມັກ​ຄີ​ຂອງ​ຜູ້​ທີ່​ຮັກ​ຫອມ​ອິດ​ສະ​ຫຼະ​ພາບ.”

ທ່ານ​ເຊ​ເລນ​ສ​ກີ ກ່າວ​ຕໍ່​ສະ​ມາ​ຊິກ​ສະ​ພາ​ນໍ​ເວຜ່ານ​ທາງວີ​ດີ​ໂອ​ວ່າ “ເວ​ລານີ້​ພວກ​ທ່ານ​ໄດ້​ໃຫ້​ຕົວ​ຢ່າງ​ໃນ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ໄລ​ຍະ​ຍາວເພື່ອ​ສະ​ໜັບ​ສະ​ໜຸນ​ປະ​ເທດ​ທີ່​ພວມ​ຕໍ່​ສູ້​ ເພື່ອ​ປົກ​ປ້ອງ​ເອກ​ກະ​ລາດ​ຂອງ​ຕົນ ແລະ​ສິດ​ທິ​ຂອງ​ທຸກໆ​ປະ​ເທດທີ່​ຈະ​ດຳ​ລົງ​ຄົງ​ຢູ່​ໂດຍ​ຫຼັກ​ການ​ທົ່ວ​ໄປ​ທີ່​ຖືກ​ຮັບ​ຮູ້​ຂອງ​ສາ​ກົນ.”

ທີ່​ວໍ​ຊິງ​ຕັນ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ໃນ​ນຳ​ສະ​ເໜີ​ຮ່າງ​ກົດ​ໝາຍ​ໃນ​ວັນ​ພະ​ຫັດ​ວານນີ້ ເພື່ອ​ບັງ​ຄັບ​ໃຫ້​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລະ​ບຸ​ກຸ່ມ​ທະ​ຫານ​ຮັບ​ຈ້າ​ແວັກ​ເນີ ຂອງ​ຣັດ​ເຊຍ ທີ່​ພວມ​ທຳ​ການ​ສູ້​ລົບ​ໃຫ້​ມົ​ສ​ກູ​ໃນ​ຢູ​ເຄ​ຣນນັ້ນ ເປັນ​ອົງ​ການ​ກໍ່​ການ​ຮ້າຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG