ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວລາວ ເຂດໂອກລາໂຮມາຊີຕີ້ ຍັງມີໂອກາດ ຈະສະຫຼອງບຸນປີໃໝ່ ຖ້າຫາກມີການຍົກເລີກ ບໍ່ໃຫ້ຢູ່ຫຼາຍຄົນໂຮມກັນ


ດຣ. ທອງຄຳ ວັນນາຣາຊ ປະທານບໍລິຫານ ວັດລາວພຸທຣາມ ໃນເຂດນະຄອນໂອກລາໂຮມາຊີຕີ້
ດຣ. ທອງຄຳ ວັນນາຣາຊ ປະທານບໍລິຫານ ວັດລາວພຸທຣາມ ໃນເຂດນະຄອນໂອກລາໂຮມາຊີຕີ້

ຊຸມຊົນລາວໃນເຂດນະຄອນໂອກລາໂຮມາຊີຕີ້ (Oklahoma City) ກໍຄືກັນກັບຊຸມຊົນລາວໃນເຂດອື່ນໆ ຂອງສະຫະລັດ ແລະໃນທົ່ວໂລກ ຄືປະຕິບັດຕາມນະໂຍບາຍ ທີ່ທາງການເພິ່ນໄດ້ວາງໄວ້ເພື່ອປ້ອງກັນການລະບາດຂອງໄວຣັສໂຄໂຣນາຫຼືໂຄວິດ-19. ດຣ. ທອງຄຳ ວັນນາຣາຊ ປະທານບໍລິຫານວັດລາວພຸທຣາມໃນເຂດນະຄອນໂອກລາໂຮມາຊີຕີ້ ກ່າວວ່າ ຊາວລາວສ່ວນຫຼາຍກໍປະຕິບັດກົດລະບຽບຂອງບ້ານເມືອງທີ່ເພິ່ນໄດ້ວາງໄວ້ເຊັ່ນວ່າຮ້ານອາຫານກໍມີແຕ່ເທັກເອົ້າອໍເດີ້ເທົ່ານັ້ນ ຮ້ານທີ່ວ່າໄປອອກກຳລັງເພິ່ນກໍປິດແລ້ວ ຮ້ານເຮັດກໍເລັບ ຮ້ານຕັດຜົມກໍປິດແປວ່າປິດແລ້ວ.ດຣ. ທອງຄຳກ່າວວ່າ ພວກເຮົາກໍບໍ່ສາມາດຊ່ວຍທາງການແພດເພິ່ນໄດ້ ມີແຕ່ຕິດຕາມຟັງຂ່າວ ທາງໂທລະພາບ ທາງວິທະຍຸຫຼືທາງອິນເຕີແນັດແລະປະພຶດໂຕບໍ່ໃຫ້ເປັນພາລະຂອງສັງຄົມຕ້ອງເດືອດຮ້ອນຕື່ມແລະສົ່ງແຮງໃຈຊ່ວຍພວກທ່ານໝໍ ແລະພະນັກງານການແພດ ທີ່ກຳລັງຮັກສາພວກຄົນປ່ວຍຢູ່ທັງໆທີ່ຮູ້ວ່າມີຄວາມສ່ຽງສູງທັງຂອງໂຕເອງແລະຄົນໃນຄອບຄົວ. ສຳລັບການລະຫຼອງບຸນປີໃໝ່ຂອງຊຸມຊົນລາວຢູ່ເຂດນະຄອນໂອກລາໂຮມາຊີຕີ້ນັ້ນ ດຣ. ທອງຄຳກ່າວກ່ຽວກັບເລື້ອງນີ້ວ່າ:


ດຣ. ທອງຄຳ ກ່າວວ່າ ເຫດການຈະຜັນປ່ຽນໄປທາງໃດນັ້ນ ທ່ານເອງກໍຍັງບໍ່ຮູ້ ມີແຕ່ຫວັງແລະພາວະນາໃຫ້ສະພາບການດີຂຶ້ນ ເພື່ອວ່າການສະຫຼອງບຸນປີໃໝ່ລາວສຳລັບປີນີ້ ຍັງມີຄວາມເປັນໄປໄດ້.

ດັ່ງທີ່ເຮົາໄດ້ສະເໜີໄປແລ້ວ ຊຸມຊົນລາວໃນເຂດນະຄອນແຊນດີເອໂກ ລັດຄາລີຟໍເນຍ ໃນເຂດເມືອງແນສວິລ ລັດເທນເນັສຊີ ໃນເຂດເມືອງຊາກີນໍ ລັດເທັກຊັສ ແລະອີກຫຼາຍໆເຂດ ກໍໄດ້ພາກັນຍົກເລີກການສະຫຼອງໄປແລ້ວ. ແຕ່ໃນຂະນະດຽວກັນ ຊຸມຊົນລາວຢູ່ໃນຫຼາຍໆແຫ່ງຮວມທັງຢູ່ໃນເຂດເມືອງໂປຊາດາ ລັດ ມິີຊີໂອເນສ ປະເທດອາເຈັນຕີນາ ແລະນະຄອນໂອກລາໂຮມາຊີຕີ້ນີ້ ແມ່ນຍັງມີຄວາມຫວັງຢູ່ວ່າ ຖ້າທາງການເພິ່ນຍົກເລີກຄຳສັ່ງ ໃຫ້ກັກໂຕຢູ່ໃນເຮືອນໃນຊານແລ້ວ ພວກເຂົາເຈົ້າກໍພ້ອມສະເໝີທີ່ຈະສະຫຼອງບຸນປີໃໝ່ລາວ ຫຼັງຈາກນັ້ນ ຊຶ່ງອາດຈະເປັນໃນຕົ້ນພຶດສະພາ ຫຼືມິຖຸນາກໍເປັນໄດ້.

XS
SM
MD
LG