ດອກເຕີ້ ບໍຣິວົງ ຕາໂນວັນ ອະດີດວິສະວະກອນເຂື່ອນ
ໄຟຟ້າ ເປັນຄົນລາວອາເມຣິກັນຄົນນຶ່ງ ທີ່ໄດ້ສ້າງຊື່ສຽງ
ໃຫ້ແກ່ປະຊາຄົມລາວ ຢູ່ໃນສະຫະລັດ ອາເມຣິກາ ໃນ
ຖານະທີ່ໄດ້ເປັນເຈົ້າໜ້າທີ່ລະດັບສູງຄົນນຶ່ງໃນວົງການ
ລັດຖະບານ ທີ່ຮັບ ຜິດຊອບວຽກງານຄວບຄຸມເຂື່ອນ
ໄຟຟ້ານໍ້າຕົກທັງໝົດ ຢູ່ໃນເຂດອ່າງແມ່ນໍ້າ ໂຄລໍາເບຍ
ຂອງລັດອໍຣະກັນ.
ຜົນງານຕ່າງໆທີ່ ທ່ານໄດ້ສ້າງໄວ້ນັ້ນເປັນທີ່ພາກ ພູມໃຈ
ແລະໜ້າສັນລະເສີນ ໃນນາມເຊື້ອສາຍຂອງ ຊົນຊາດ
ລາວ-ອາເມຣິກັນ ຜູ້ນຶ່ງທີ່ໄດ້ມີສ່ວນປະກອບໃນການນໍາ
ໃຊ້ເທັກໂນໂລຈີ ເພື່ອຄວາມຢູ່ເຢັນເປັນສຸກ ແລະສະດວກ
ສະບາຍ ຂອງປະຊາຄົມທັງຫລາຍ.
ດອກເຕີ້ ບໍລິວົງ ຕາໂນວັນ ເກີດທີ່ເມືອງ ມະຫາໄຊ ປະເທດລາວ. ທ່ານໄດ້ຮັບການສຶກສາ
ຊັ້ນປະຖົມ ຢູ່ທີ່ແຂວງຊຽງຂວາງ ຫລັງຈາກນັ້ນ ໃນປີ 1949 ທ່ານ ໄດ້ມາຮຽນຕໍ່ທີ່ ມັດທະຍົມLycee Pavie ຢູ່ນະຄອນຫລວງວຽງຈັນ. ຈາກປີ 1954 ຫາ 58 ທ່ານໄດ້ເດີນທາງໄປສຶກສາຕໍ່ທີ່ປະເທດຝຣັ່ງ ແລະໄດ້ສອບເສັງເອົາປະກາດສະນີຍະບັດ Baccalaureate deuxieme partie. ໃນປີ 1958 ທ່ານໄດ້ເດີນທາງໄປ ສືກສາຂັ້ນສູງຕໍ່ທີ່ເມືອງ Lausanne ປະເທດ Switzerland ບ່ອນທີ່ທ່ານຮຽນຈົບ Diplome Civil Engineer ໃນປີ 1963.
ຫລັງຈາກນັ້ນ ທ່ານໄດ້ກັບເມືອ ພະລາດຊະອານາຈັກລາວ ແລະໄດ້ເຂົ້າຮັບໜ້າທີ່ຢູ່ກົມໄຟຟ້າລາວ ຢູ່ນະຄອນຫລວງວຽງຈັນ ເປັນເວລາສອງປີ. ໃນປີ 1965-67 ທ່ານໄດ້ເດີນ
ທາງອອກຈາກເມືອງລາວ ໄປສຶກສາອົບຮົມຕໍ່ອີກ ທີ່ເມືອງ Portland ລັດ Oregon ສະຫະລັດອາເມຣິກາ ກັບໜ່ວຍວິສະວະກໍາ ຂອງກອງທັບບົກສະຫະລັດ ຫລື US Army Corps of Engineers ກ່ຽວກັບເຂື່ອນໄຟຟ້າ ໂດຍໄດ້ຮັບທຶນຈາກ ຄະນະກໍາມາທິການແມ່ນໍ້າຂອງສາກົນ.
ຫລັງຈາກນັ້ນ ທ່ານໄດ້ກັບໄປຮຽນຕໍ່ ເອົາປະລິນຍາເອກ ທີ່ປະເທດ Switzerland ຝ່າຍ Hydrologic Engineering ຫລືວິສະວະກໍາອຸທົກກະວິທະຍາ ທີ່ສຶກສາກ່ຽວກັບການ
ສະໜອງນໍ້າ ແລະປ້ອງກັນນໍ້າຖ້ວມ ເປັນຕົ້ນ. ຫລັງຈາກກັບຄືນເມືອປະເທດລາວແລ້ວ ໃນປີ 1969 ທ່ານໄດ້ຖືກສົ່ງໄປປະຈໍາການຢູ່ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ບາງກອກ ປະເທດໄທ.
ຫລັງຈາກການປົກຄອງໃນພະລາດຊະອານາຈັກລາວ ໄດ້ມີການປ່ຽນແປງໃນປີ 1975 ດອກເຕີ້ ບໍຣິວົງ ຕາໂນວັນ ໄດ້ຕັດສິນໃຈນໍາພາຄອບຄົວ ຍົກຍ້າຍຈາກບາງກອກ ເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ທີ່ລັດ Oregon ສະຫະລັດ ອາເມຣິກາ ໃນປີ 1976 ມາຈົນເທົ່າເຖິງປັດຈຸບັນ.
ໃນຂັ້ນຕົ້ນຂອງການຕັ້ງຊີວິດໃໝ່ ເວລາທີ່ທ່ານຍັງບໍ່ທັນໄດ້ເປັນສັນຊາດອາເມຣິກາ ເທື່ອ
ນັ້ນ ທ່ານໄດ້ເຮັດວຽກການສ້າງເຂື່ອນໄຟຟ້າໃຫ້ບໍລິສັດເອກກະຊົນ.
ໃນປີ 1983 ຫລັງຈາກທ່ານໄດ້ເປັນສັນຊາດອາເມຣິກາ ທ່ານໄດ້ເລີ້ມເຮັດວຽກໃຫ້ແກ່ U.S. Corps of Engineers ຕໍາແໜ່ງເປັນຫົວໜ້າ ລັດຖະບານສະຫະລັດໃນເຂດອ່າງ
ແມ່ນໍ້າ ໂຄລໍາເບຍ Columbia basin Water Mangement ຂອງໜ່ວຍ ວິສະວະກໍາ Corps of Engineers ຂອງກອງທັບບົກ ປະຈໍາເຂດພາກຕາເວັນຕົກສຽງເໜືອຂອງສະຫະລັດ.
ທ່ານ ດອກເຕີ້ ບໍລິວົງ ຕາໂນວັນ ໄດ້ເຮັດວຽກເປັນລັດຖະກອນ ລັດຖະບານ ສະຫະລັດ ເປັນເວລາ 25 ປີ (1983-2008) ຈຶ່ງໄດ້ລາອອກກິນເບ້ຍບໍານານ ທ່ານກໍຍັງສືບຕໍ່ເຮັດວຽກເປັນທີ່ປຶກສາ. ນອກຈາກນັ້ນແລ້ວ ທ່ານຍັງເປັນຜູ້ສອບເສັງພາສາລາວ ໃຫ້ແກ່ບັນ
ດາເຈົ້າໜ້າທີ່ ທີ່ໄປປະຈໍາການຢູ່ເມືອງລາວ ພ້ອມດຽວກັນນີ້ ທ່ານກໍໃຊ້ຊີວິດເບ້ຍບໍານານ
ຂອງທ່ານຢ່າງມ່ວນຊຶ່ນກັບພັນລະຍາ ອຸ່ນເຮືອນ ຕາໂນວັນ ແລະລູກສາວອີກສາມຄົນ ພ້ອມກັບຫລານ.
ວີໂອເອ ໄດ້ຮັບກຽດໃຫ້ສໍາພາດ ກ່ຽວກັບຄວາມຄິດເຫັນຂອງດອກເຕີ້ ບໍລິວົງ ຕາໂນວັນ ກ່ຽວກັບແຜນການຂອງ ສປປ ລາວ ທີ່ຈະສວາຍໃຊ້ປະໂຫຍດຈາກແມ່ນໍ້າລໍາເຊ ທີ່ລາວມີຢ່າງຫລວງຫລາຍ ສ້າງເຂື່ອນໄຟຟ້າຫລາຍສິບແຫ່ງ ເພື່ອຈະໄດ້ກາຍເປັນໝໍ້ໄຟຂອງເຂດອາຊ່ຽນໃນອະນາຄົດນັ້ນ ຊຶ່ງທ່ານ ດອກເຕີ້ ບໍລິວົງ ກໍໄດ້ອະທິບາຍ ເຖິງຜົນປະໂຫຍດ ແລະຜົນກະທົບທາງລົບ ສູ່ຟັງດັ່ງນີ້:
ທີ່ ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນຄໍາເຫັນຂອງ ດອກເຕີ້ ບໍລິວົງ ຕາໂນວັນ, ຜູ້ຊ່ຽວຊານ ການກໍ່ສ້າງເຂື່ອນໄຟຟ້າ ກ່ຽວກັບຜົນປະໂຫຍດ ແລະຜົນກະທົບທາງລົບ ຈາກການສ້າງເຂື່ອນເປັນຈໍານວນຫລວງຫລາຍ ຢູ່ໃນ ສປປ ລາວ. ແລງວັນພະຫັດໜ້າ ເຮົາຈະມີລາຍງານທີ່ໜ້າສົນໃຈກ່ຽວກັບຊີວິດຊາວລາວ ໃນຕ່າວແດນມາສະເໜີທ່ານອີກຕາມເຄີຍ. ໂປດຕິດຕາມຮັບຟັງ.