ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ທັນວາ ໒໐໒໕

​ວີ​ໂອ​ເອ​ລາວ ສຳ​ພາດ ດຣ. ສົມໝາຍ ສີຣິປັນໂຍ ໝໍຜ່າຕັດແຂ້ວ ຢູ່ເມືອງຝອດເວີດ ລັດເທັກຊັສ


ດຣ. ສົມໝາຍ ສີຣິປັນໂຍ.
ດຣ. ສົມໝາຍ ສີຣິປັນໂຍ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ​ໃນ​ຕ່າງ​ແດນຂອງວີໂອເອ​
ໃນວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ດຣ. ສົມໝາຍ ສິຣີປັນໂຍ ທີ່ເປັນຜູ້ຊ່ຽວ
ຊານດ້ານຜ່າຕັດແຂ້ວຄົນອາເມຣິກັນເຊື້ອສາຍລາວ ຢູ່ເມືອງຝອດເວີດ ລັດເທັກຊັສ ມາ
ສະເໜີທ່ານ. ນາຍແພດຜ່າຕັດແຂ້ວທີ່ບໍ່ເໝືອນກັບນາຍແພດຫລົກແຂ້ວໂດຍທົ່ວໄປ ທີ່
ມີຄວາມຊຳນິຊໍານານເລິກແລບໄປກວ່ານັ້ນ. ເວລາໃດ ທີ່ພວກນາຍແພດຫລົກແຂ້ວ ບໍ່
ສາມາດຖອນກະດູກແຂ້ວທີ່ຫັກ ຫຼືແຕກແຫງອອກໄດ້ນັ້ນ ພາຍໃຕ້ສະພາບດັ່ງກ່າວນີ້
ແມ່ນໜ້າທີ່ຂອງ ດຣ. ສົມໝາຍ ເປັນຜູ້ປິ່ນປົວ. ເຊີນຟັງການໂອ້ລົມກັບ ດຣ. ສົມໝາຍ
ຈາກກິ່ງສະຫວັນ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:11:01 0:00

ດອກເຕີ ປົວແຂ້ວ ຫຼື dentist ແບ່່ງໜ້າທີ່ອອກສອງຢ່າງ ແລະປະຕິບັດ ໜ້າທີ່ບໍ່ຄືກັນ.
ໂດຍທົ່ວໄປແລ້ວແມ່ນໝໍຫລົກແຂ້ວແລະໃສ່ແຂ້ວ. ແຕ່ດອກເຕີ ຝ່າຍຜ່າຕັດແຂ້ວມີ
ຄວາມຊຳນານ ແລະສະຫລັບຊັບຊ້ອນໄປກວ່ານາຍໝໍຫລົກ ແຂ້ວທຳມະດາ ຊຶ່ງເວລາ
ໃດນາຍໝໍຫລົກແຂ້ວບໍ່ສາມາດທີ່ຈະຖອນເອົາແຂ້ວທີ່ ຫັກຄາ ຫຼືແຕກແຫງ ອອກມາ
ໄດ້ນັ້ນ ເວລານີ້ແມ່ນໜ້າທີ່ ຂອງດອກເຕີຜ່າຕັດ ແຂ້ວ ທີ່ເປັນຜູ້ເຂົ້າມາປິ່ນປົວ.

ດຣ ສົມໝາຍ ສິຣິປັນໂຍ ອາຍຸ 58 ປີ ເປັນ​ຄົນອາເມຣິກັນເຊື້ອສາຍລາວ ​ທີ່ສຳເລັດ
ການສຶກສາຝ່າຍຜ່າຕັດແຂ້ວ ຕັ້ງຄລິນິກຂອງຕົນເອງຊື່ວ່າ “ສົມໝາຍ ສິຣິປັນໂຍ
DDS PC” ຢູ່ເມືອງຝອດເວິດ ລັດເທັກຊັສ ມາໄດ້ສາມສິບປີແລ້ວ. ທ່ານໄດ້ກ່າວ
ເຖິງຄວາມໄຝ່ຝັນ ຢາກເປັນນາຍແພດມາແຕ່ນ້ອຍ ແລະໃນທີ່ສຸດ ກໍປະສົບຜົນສໍາ
ເລັດໝໍຜ່າຕັດແຂ້ວສູ່ ວີໂອເອ ຟັງດັ່ງນີ້:

please wait

No media source currently available

0:00 0:01:11 0:00

ດຣ. ສົມໝາຍ ເກີດຢູ່ໃນປະເທດລາວ ເດີນທາງເຂົ້າມາຄັ້ງຖິ່ນຖານໃໝ່ຢູ່ໃນສະຫະ
ລັດກັບຄອບຄົວ ໃນຊຸມປິ 1980 ເຂົ້າໃຈເຖິງແນວຄິດກ່ຽວກັບວັດທະນາທຳລາວວ່າ
ເຂົາເຈົ້າຄິດຢ່າງໃດ ກ່ຽວກັບວິຊາດ້ານການແພດ ຊຶ່ງ ດຣ. ສົມໝາຍ ກ່າວ
ເຖິງຕອນນີ້ວ່າ:

please wait

No media source currently available

0:00 0:02:51 0:00
ລິງໂດຍກົງ


ການປົວແຂ້ວຢູ່ໃນສະຫະລັດມີລາຄາແພງ ແມ່ນແຕ່ປະກັນໄພກໍບໍ່ສາມາດຈ່າຍ ໃຫ້ໄດ້
ໝົດ ເພາະສະນັ້ນບັນດາຄົນປ່ວຍ ຕ້ອງໄດ້ຈ່າຍດ້ວຍຕົນເອງ ແລະອາ ໄສໃຫ້ປະກັນໄພ
ຈ່າຍບາງສ່ວນ ຊຶ່ງ ດຣ. ສົມໝາຍ ອະທິບາຍສູ່ຟັງດັ່ງນີ້:

please wait

No media source currently available

0:00 0:00:53 0:00
ລິງໂດຍກົງ

ການປົວແຂ້ວ ຫລົກແຂ້ວ ໃສ່ແຂ້ວ ເປັນເລື້ອງສະ​ຫລັບຊັບຊ້ອນ ທີ່ບັນດາຄົນທົ່ວໄປບໍ່
ສາມາດເຂົ້າໃຈໄດ້ຢ່າງເລິກເຊິ້ງ ເພາະສະນັ້ນ ບັນດາໝໍຜູ້ຊ່ຽວຊານເຫຼົ່ານີ້ ຈຶ່ງມີໜ້າທີ່
ຂອງໃຜລາວ ຊຶ່ງ ດຣ. ສົມໝາຍ ໄດ້ອະທິບາຍສູ່ຟັງດັ່ງນີ້:

please wait

No media source currently available

0:00 0:02:31 0:00
ລິງໂດຍກົງ

ການເປັນນາຍແພດ ແລະເຈົ້າຂອງຄລິນິກ ມີໜ້າທີ່ຮັບຜິດຊອບສູງ ຮວມທັງ ຄໍ້າປະ
ກັນການປິ່ນປົວ ບໍລິຫານທຸລະກິດ ແລະການເງິນ. ດຣ. ສົມໝາຍ ໄດ້ທ້າຍ ເຖິງ
ລາຍໄດ້ ລາຍຈ່າຍປະຈຳປີ ຂອງຄລິນິກຕົນເອງດັ່ງນີ້:

please wait

No media source currently available

0:00 0:00:54 0:00
ລິງໂດຍກົງ

ດຣ. ສົມໝາຍ ສີຣິປັນໂຍ ແມ່ນໝໍຜ່າຕັດແຂ້ວອາເມຣິກັນເຊື້ອສາຍລາວ ທີ່ມີບໍ່ຫຼາຍ
ໂດຍສະເພາະຊຳນານໃນດ້ານການຜ່າຕັດທີ່ບໍ່ເໝືອນກັນກັບໝໍຫລົກແຂ້ວ ໂດຍທົ່ວ
ໄປ. ທ່ານແມ່ນໝໍປົວແຂ້ວ ທີ່ເປັນຄົນລາວຈຳນວນນຶ່ງ ທີ່ເຮັດທຸລະກິດເປັນຂອງຕົນ
ເອງຢູ່ໃນລັດເທັກຊັສ

XS
SM
MD
LG