ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຊຳລອງ ອິນທະລີ ອາຈານສອນພາສາລາວ ທີ່ມະຫາວິທະຍາໄລ Wisconsin-Madison ແລະ ມະຫາວິທະຍາໄລ NIU ລັດອິລລີນອຍ


ດຣ. ຊຳລອງ ອິນທະລີ
ດຣ. ຊຳລອງ ອິນທະລີ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນ​ຕ່າງ​ແດນ ຂອງວີໂອເອປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ດຣ. ຊຳລອງ ອິນທະລີ ຜູ້​ຊ່ຽວ​ຊ້ານ​ດ້ານ​ການ​ສຶກ​ສາ ອາເມຣິກັນເຊື້ອສາຍລາວ ມາເປັນເວລາກວ່າສາມທົດສະວັດແລ້ວ ມາ​ສະ​ເໜີ​ທ່ານ. ປັດຈຸບັນ ​ຍາ​ນາງຍັງສືບຕໍ່ສິດສອນພາສາລາວ ໃຫ້ແກ່ບັນດານັກສຶກສາຊັ້ນສູງ ຢູ່​ມະຫາວິທະຍາໄລ Wisconsin- Madison ແລະມະ​ຫາ​ວິ​ທ​ຍະ​ຍາ​ໄລ Northern Illinois ຊຶ່ງເປັນ​ຫຼັກສູດການຮຽນພາສາລາວແບບເລັ່ງລັດ ໃຫ້ແກ່ພວກສຶກສາຕ່າງປະເທດລະດັບປະລິນຍາໂທແລະປະລິນຍາເອກ ທີ່ຈະເດີນທາງໄປທຳການຄົ້ນຄວ້າ ຢູ່ໃນປະເທດລາວ. ອັນ​ດັບ​ຕໍ່​ໄປ ກິ່ງສະຫວັນ ຈະນຳເອົາ​ການ​ສຳ​ພາດ ມາສະເໜີທ່ານ.

ນັກຮຽນພາສາລາວ ລະດູຮ້ອນ ທີ່ມະຫາວິທະຍາໄລ Wisconsin-Madison
ນັກຮຽນພາສາລາວ ລະດູຮ້ອນ ທີ່ມະຫາວິທະຍາໄລ Wisconsin-Madison

ພາສາລາວ ເປັນພາສາຂອງຄົນລາວ ຂອງຊົນຊາດເຊື້ອສາຍລາວ ທີ່ໃຊ້ດຳລົງ
ຊີວິດໃນທຸກລະດັບສັງຄົມ ແລະເປັນພາສາລາດຊະການຂອງລັດຖະບານ ລາວ.
ນອກຈາກກນັ້ນອີກແລ້ວ ພາສາລາວຍັງໄດ້ສິດສອນຢູ່ນອກປະເທດໂດຍ ສະເພາະ
ຢູ່ສະຖາບັນການສຶກສາຊັ້ນສູງ. ເຖິງຢ່າງໃດກໍດີພາສາລາວຍັງມີຄວາມ ຮຽກຮ້ອງຕ້ອງ
ການໜ້ອຍທີ່ສຸດ ກວ່າພາສາອື່ນໆຂອງໂລກ.

ພາສາລາວໄດ້ຖືກສິດສອນຢ່າງເປັນທາງການເທື່ອທຳອິດໃນຊຸມປີ 1960 ພາຍໃຕ້ກະ
ຊວງຕ່າງປະເທດສະຫະລັດ ຊຶ່ງໃນໄລຍະນີ້ລາວພວມຕົກຢູ່ໃນພາວະສົງ ຄາມ ດ້ວຍ
ເຫດນີ້ການຮຽນພາສາລາວ ແລະວັດທະນາທຳລາວ ຈຶ່ງໄດ້ເພີ້ມເຂົ້າຢູ່ໃນເກືອບຮ້ອຍ
ພາສາຂອງໂລກ ທີ່ສິດສອນຢູ່ສະຖາບັນການສຶກສາພາສາຕ່່າງປະເທດຫຼື Foreign
Service Institute ໃຫ້ແກ່ບັນດານັກການທູດສະຫະລັດ ທີ່ໄປປະຈຳການຢູ່ປະເທດລາວ.

ຫຼັງຈາກສົງຄາມອິນດູຈີນໄດ້ສິ້ນສຸດລົງ ໃນປີ 1975 ຕົກມາເຖິງປີ 1998 ດຣ. ແຄໂຣລ
ແຄມຕັນ (Carol Campton) ອະດີດນັກສຶກສາ Fulbright ທີ່ເຄີຍ ໄປຄົ້ນຄວ້າຢູ່ປະ
ເທດລາວໃນຊຸມປີ 1950 ໄດ້ຕັ້ງຫລັກສູດການຮຽນແລະການ ສອນພາສາລາວ ຢູ່ມະ
ຫາວິທະຍາໄລ ວິສຄອນຊິນ ແມດິສັນ (Wisconsin- Madison) ໃຫ້ແກ່ພວກນັກຮຽນ
ນັກສຶກສາ ປະຈຳລະດູຮ້ອນ. ເວລານີ້ ດຣ. ຊໍາລອງ ອິນທະລີ ຄົນອາເມຣິກັເຊື້ອສາຍລາວ
ກໍແມ່ນຜູ້ນຶ່ງ ທີ່ໄດ້ເລີ້ມຊ່ວຍ ສອນພາສາລສາວ ຢູ່ສະຖາບັນແຫ່ງນີ້ ມາໄດ້ 20 ກວ່າປີ
ແລ້ວ ຊຶຶ່ງ ດຣ. ຊຳລອງ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:



ດຣ. ຊຳລອງ ອິນທະລີ ສຳເລັດປະລິນຍາເອກຝ່າຍການສຶກສາຈາກມະ​ຫາ​ວິ​ທະ​ຍາ​ໄລ
Saint Thomas ທີ່ລັດ Minnesota ໃນປີ 1997 ເຄີຍເປັນຜູ້ບໍລິຫານວຽກງານການ
ສຶກສາ ຢູ່ໂຮງຮຽນມັດທະຍົມສາທາລະນະໃນເຂດນະ ຄອນມີນີອາໂປລິສ
(Minneapolis) ລັດມິນເນໂຊຕາ ມາເປັນເວລາ 30 ປີ ຊຶ່ງທ່ານນາງ ໄດ້ກ່າວເຖິງ
ປະສົບການສູ່ ວີໂອເອຟັງດັ່ງນີ້:

ນັກຮຽນພາສາລາວ ລະດູຮ້ອນ ທີ່ມະຫາວິທະຍາໄລ Wisconsin-Madison
ນັກຮຽນພາສາລາວ ລະດູຮ້ອນ ທີ່ມະຫາວິທະຍາໄລ Wisconsin-Madison

ດຣ. ຊຳລອງ ໄດ້ບໍານານ ໄປແລ້ວແຕ່ຍັງຮັກການສຶກາ ແລະສືບຕໍ່ສິດສອນພາ ສາລາວ
ຢ່່າງບໍ່ລົດລະ ໃຫ້ແກ່ພວກນັກສຶກສາຊັ້ນສູງ ທີ່ຕຽມເດີນທາງໄປຄົ້ນຄວ້າ ກ່ຽວກັບປະເທດ
ລາວ ຊຶ່ງ ດຣ. ຊໍາລອງ ອະທິບາຍຕໍ່ໄປວ່າ:

ເລີ້ມແຕ່ປີ 2022 ນີ້ ຢູ່ທີ່ມະຫາວິທະຍາໄລ Northern Illinois ໄດ້ເລີ້ມມີຫຼັກ ສູດການຮຽນ
ພາສາລາວ ຂຶ້ນມາໃໝ່ອີກ ຮວມຢູ່ໃນບັນດາພາສາຕ່າງປະເທດທີ່ພວກນັກສຶກສາ ໄດ້ຮັບ
ຄະແນນການຮຽນ ຊຶ່ງ ດຣ. ຊຳລອງ ຈະເປັນອາຈານສອນຢູ່ທີ່ນີ້ ແລະໄດ້ກ່າວມ້ວນທ້າຍສູ່
ວີໂອເອ ຟັງດັ່ງນີ້:

ສະຫະລັດເປັນນຶ່ງ​ ໃນ​ບັນ​ດາ​ປະ​ເທດ​ໃນ​ໂລກ ທີ່ມີຫລັກສູດການສອນແລະການຮຽນພາ
ສາລາວ ຢູ່ໃນສະຖາບັນການສຶກສາຊັ້ນສູງຂອງຕົນ ເພາະສະນັ້ນ ຈຶ່ງມີ ພວກນັກສຶກສາ
ແລະນັກຄົ້ນຄວ້າຕ່າງປະເທດ ພາກັນເດີນທາງ ມາຮຽນພາສາ ລາວຢູ່ທີ່ສະຖາບັນແຫ່ງນີ້
ກ່ອນຈະເດີນທາງໄປປະເທດລາວ.

XS
SM
MD
LG