ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຣິກ ລິນນະວົງ ທີ່ບໍລິຫານ ຄລີນິກປົວແຂ້ວ ຂອງຕົນ 9 ແຫ່ງ ໃນລັດເທັກຊັສ


ດຣ ຣິກ ລິນນະວົງ ໝໍປົວແຂ້ວ ມີຄລິນິກເປັນຂອງຕົນເອງ 9 ແຫ່ງ ຢູ່ໃນເຂດເມືອງຝອດເວິດ ລັດເທັກຊັສ ສະຫະລັດອາເມຣິກາ.
ດຣ ຣິກ ລິນນະວົງ ໝໍປົວແຂ້ວ ມີຄລິນິກເປັນຂອງຕົນເອງ 9 ແຫ່ງ ຢູ່ໃນເຂດເມືອງຝອດເວິດ ລັດເທັກຊັສ ສະຫະລັດອາເມຣິກາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳວັນພະ
ຫັດມື້ນີ້ ເຮົາຈະພາທ່ານໄປພົບກັບ ດຣ. ຣິກ ລີນນະວົງ ອາຍຸ 47 ປີ ນາຍໝໍປົວແຂ້ວ ທີ່ມີ
ຄລິນິກເປັນຂອງຕົນເອງເຖິງເກົ້າແຫ່ງ ຢູ່ໃນເຂດເມືອງ ຝອດເວີດ ລັດເທັກຊັສ. ດຣ. ຣິກ
ຄົນອາເມຣິກັນເຊື້ອສາຍລາວຜູ້ນີ້ ເປັນຜູ້ບໍລິຫານທຸລະກິດກ່ຽວກັບການປົວແຂ້ວ ໃຫ້
ແກ່ປະຊາຊົນຢູ່ໃນເຂດນີ້ມາເປັນເວລາ ສອງທົດສະວັດແລ້ວ. ອັນດັບຕໍ່ໄປ ກິ່ງສະຫວັນ
ຈະນຳມາເອົາການໂອ້ລົມກັບ ດຣ. ຣິກ ມາສະເໜີທ່ານ ເຊີນຮັບຟັງໄດ້.


ສັນຍາລັກທຸລະກິດຄລິນິກປົວແຂ້ວ ຂອງ ດຣ. ຣິກ ລິນນະວົງ
ສັນຍາລັກທຸລະກິດຄລິນິກປົວແຂ້ວ ຂອງ ດຣ. ຣິກ ລິນນະວົງ

ໃນປີ 1979 ຄອບຄົວລີນນະວົງ ແມ່ນຄົນລາວຄອບຄົວນຶ່ງ ທີ່ໄດ້ເຂົ້າມາ ຕັ້ງຖິ່ນຖານຢູ່ໃນ
ສະຫະລັດ. ຢູ່ໃນນັ້ນມີທ້າວວັນນະພອນ ນິລາວົງ ອາຍຸສອງ ປີປາຍ ໄດ້ຕິດຕາມມານຳ
ຄອບຄົວ. ທ້າວວັນນະພອນ ມີຊື່ເປັນພາສາອັງກິດ ວ່າ ຣິກ ທີ່ຮູ້ກັນດີໃນປັດຈຸບັນນີ້. ຣິກ
ຖືກລ້ຽງດູຢູ່ໃນບັນຍາກາດປະເພນີລາວ ທີ່ພໍ່ແມ່ຮັກສາຮິດຄອງປະເພນີການປາກເວົ້າ
ພາສາລາວ ຢູ່ໃນເຮືອນ ເພາະສະ ນັ້ນ ຣິກ ສາມາດປາກພາສາລາວໄດ້ຢ່າງຄ່ອງແຄ້ວ
ດ້ວຍສຳນຽງວຽງຈັນ.

ຣິກ ເປັນນັກຮຽນເກັ່ງ ດຸໝັ້ນ ແລະສະຫຼາດ. ຫຼັງຈາກຈົບມັດທະຍົມ ຣິກ ໄດ້ ເຂົ້າຮຽນຕໍ່
ຢູ່ມະຫາວິທະຍາໄລ Texas A&M University ເປັນເວລາສີ່ປີ ສຳເລັດປະລິນຍາຕີ
(BS) ຢ່າຍວິທະຍາສາດສິ່ງແວດລ້ອມ(Environment Sciences) ຫຼັງຈາກນັນໄດ້
ຮຽນຕໍ່ເອົາປະລິນຍາເອກຝ່າຍໝໍປົວແຂ້ວ ເປັນເວ ລາອີກສີ່ປີ ທີ່ມະຫາວິທະຍາໄລປົວ
ແຂ້ວ Baylor College Dentistry ໃນ ນະຄອນດາລັສ ລັດເທັກຊັສ.

ບັດນີ້ເຮົາມາຮ້ອງ ຣິກ ວ່າ ດຣ. ຣິກ ທີ່ໄດ້ປະຕິບັດໜ້າທີ່ ເປັນໝໍປົວແຂ້ວ ຫຼື dentist
ມາເປັນເວລາສອງທົດສະວັດແລ້ວ ແລະບັດນີ້ເປັນຜູ້ຄວບຄຸມບໍລິຫານ ຄລີນິກຂອງຕົນ
ເອງ 9 ແຫ່ງ ຢູ່ໃນເຂດເມືອງຝອດເວິດ ລັດເທັກຊັສ ຊຶ່ງ ດຣ. ຣິກ ໄດ້ກ່າວສູ່ ວີໂອເອ
ຟັງດັ່ງນີ້:

ລິງໂດຍກົງ



ການປິ່ນປົວກ່ຽວກັບສຸຂະພາບໃດໆຢູ່ໃນສະຫະລັດ ຈະຕ້ອງມີປະກັນໄພເພື່ອຊ່ວຍ
ໃນການໃຊ້ຈ່າຍທີ່ຮ້ອງວ່າ ເມດີເຄດ (Medicaid) ສຳລັບຜູ້ມີລາຍໄດ້ ຕໍ່າ ເມດີແຄຣ
(Medicare) ສຳລັບຜູ້ທີ່ເຄີຍເຮັດວຽກມາກ່ອນແລະກຳລັງບໍາ ນານ ນອກນັ້ນກໍມີປະກັນ
ໄພອື່ນໆອີກ. ສ່ວນຜູ້ບໍ່ມີປະກັນໄພຕ້ອງໄດ້ຈ່າຍເງິນ ສົດຂອງຕົນເອງ. ຄລີນິກຂອງ
ດຣ. ຣິກ ບໍລິການທຸກຊົນຊັ້ນວັນນະ ຜີວພັນ ແລະບໍ່ໄດ້ປະຕິເສດການປິ່ນປົວ ຊຶ່ງທ່ານ
ໄດ້ອະທິບາຍສູ່ຟັງດັ່ງນີ້:

ນຶ່ງ ໃນຈຳນວນເກົ້າຄລິນິກ ຂອງ ດຣ. ຣິກ ລິນນະວົງ ທີ່ເມືອງຝອດເວິດ ລັດເທົກຊັສ
ນຶ່ງ ໃນຈຳນວນເກົ້າຄລິນິກ ຂອງ ດຣ. ຣິກ ລິນນະວົງ ທີ່ເມືອງຝອດເວິດ ລັດເທົກຊັສ

ໃນຂະນະດຽວກັນບັນດາຜູ້ທີ່ມີປະກັນໄພສຸຂະພາບຫຼາຍໆຄົນບໍ່ພາກັນຖືໂອກາດໃຊ້
ປະກັນໄພສຸຂະພາບຂອງຕົນໃຫ້ເປັນປະໂຫຍດ ເຊັ່ນວ່າ ກວດສຸຂະພາບປະຈຳປີ ລ້າງ
ແຂ້ວທຸກໆຫົກເດືອນ ແລະອື່ນໆທີ່ປະກັນໄພເປັນຜູ້ຈ່າຍໃຫ້. ບັນດາ ບຸກຄົນເຫລົ່ານີ້
ພາກັນຖືເບົາ ບໍ່ປ້ອງກັນໄວ້ລ່ວງໜ້າ ແລະຄິດວ່າຕົນເອງບໍ່ມີບັນຫາ ອັນເປັນຄວາມ
ນຶກຄິດ ຕາມປະເພນີອີກຢ່າງນຶ່ງ. ດ້ວຍເຫດນີ້ ເຂົາເຈົ້າພາ ກັນລໍຖ້າຈົນກວ່າວ່າຕົນ
ເອງເລີ້ມມີບັນຫາຊຶ່ງ ດຣ. ຣິກ ໄດ້ກ່າວກ່ຽວກັບເລື້ອງ ນີ້ວ່າ:

ດຣ. ຣິກ ລິນນະວົງ ຄົນອາເມຣີກັນເຊື້ອສາຍລາວ ເຖິງແມ່ນໄດ້ມາເຕີບໃຫຍ່ຢູ່ໃນ ສະຫະລັດ
ແຕ່ສາມາດເຂົ້າໃຈຮີດຄອງປະເພນີລາວ ໄດ້ຢ່າງເລິກເຊີ້ງ ໂດຍສະ ເພາະປະເພນີການ
ຄ້ຽວໝາກ ທີ່ບັນດາຜູ້ເຖົ້າຜູ້ແກ່ລາພາກັນປະຕິບັດ ເຮັດໃຫ້ ແຂ້ວດຳກໍ່າ ບໍ່ເຄີຍລ້າງ ແລະບໍ່
ເຄີຍຖູແຂ້ວມາກ່ອນ. ຮີດຄອງປະເພນີນີ້ ມີທາງ ບວກ ແລະທາງລົບ ຕໍ່ຜົນກະທົບຂອງແຂ້ວ
ຊຶ່ງ ດຣ. ຣິກ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ດຣ. ຣິກ ປະສົບຜົນສຳເລັດໃນການເຮັດທຸລະກິດປົວແຂ້ວ ມີຄລິກນິກເປັນຂອງ ຕົນເອງຢູ່
9 ແຫ່ງ ມີດອກເຕີປົວແຂ້ວ 12 ຄົນ ມີພະນັກງານທັງໝົດ 100 ຄົນ. ຄລີນິກ 9 ແຫ່ງຂອງ
ດຣ. ຣິກ ສາມາດສ້າງລາຍໄດ້ປະຈຳປີຕົກເປັນເງິນ ຢູ່ 10 ລ້ານໂດລາ ກ່ອນການຫັກຄ່າໃຊ້
ຈ່າຍຕ່າງໆ.

ຈົ່ງໃຊ້ປະກັນໄພປົວແຂ້ວ ກ່ອນຈະໝົດກຳນົດ
ຈົ່ງໃຊ້ປະກັນໄພປົວແຂ້ວ ກ່ອນຈະໝົດກຳນົດ

XS
SM
MD
LG