ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ດຣ. ພາລິນາ ຫຼວງເກດ ກຳລັງກໍ່ສ້າງ ຫໍພິພິດທະພັນ ຜູ້ພັດພາກບ້ານເກີດເມືອງນອນຈາກທົ່ວໂລກ


ດຣ. ພາລິນາ ຫຼວງເກດ ອາຈານສອນວັດທະນາທຳຕ່າງປະເທດ ແລະສຸຂະພາບ ທີ່ມະຫາວິທະຍາໄລໄອດາໂຮ ລັດໄອດາໂຮ.
ດຣ. ພາລິນາ ຫຼວງເກດ ອາຈານສອນວັດທະນາທຳຕ່າງປະເທດ ແລະສຸຂະພາບ ທີ່ມະຫາວິທະຍາໄລໄອດາໂຮ ລັດໄອດາໂຮ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຂໍແນະນຳໃຫ້ທ່ານຮູ້ຈັກກັບ ດຣ. ພາລິນາ ຫຼວງເກດ ອາຈານສອນ
ວັດທະນາທຳຕ່າງປະເທດ ແລະສຸຂະພາບ ທີ່ມະຫາວິທະຍາ ໄລບອຍຊີ ລັດໄອດາໂຮ.
ດຣ. ພາລິນາ ແລະຄະນະນັກວິຊາ ການກຳລັງວາງ ແຜນກໍ່ສ້າງຫໍພິພິດທະພັນຜູ້ພັດພາກ
ຈາກບ້ານເກີດເມືອງນອນທົ່ວໂລກຢູ່ເມືອງ ບອຍຊີ ຮ່ວມມີຄົນອາເມຣິກັນ ເຊື້ອສາຍລາວ
ເປັນຕົ້ນຕໍ ທີ່ຊຸກຍູ້ໃຫ້ເກີດມີໂຄງ ການດັ່ງກ່າວນີ້ຂຶ້ນມາ. ອັນດັບຕໍ່ໄປ ເຊີນທ່ານຟັງການ
ສຳພາດ ດຣ. ພາລິນາ ໂດຍ ກິ່ງສະຫວັນ ໄດ້ເລີຍ.

ລິງໂດຍກົງ

ຫໍພິພິດທະພັນຜູ້ພັດພາກບ້ານເກີດເມືອງນອນຈາກທົ່ວໂລກ ໄອດາໂຮ ຫຼື The Idaho
Museum of International Diaspora (IMID) ໄດ້ເລີ້ມມີ ແນວຄິດຂຶ້ນມາໃນປີ
2018 ໂດຍ ດຣ. ພາລີນາ ຫຼວງເກດ ອະດີດອົບພະຍົບ ຈາກປະເທດລາວທີ່ໄດ້ເຂົ້າມາ
ຕັ້ງຖິ່ນຖານກັບແມ່ແລະອ້າຍຄົນນຶ່ງໃນປີ 1981 ຢູູ່ເມືອງບອຍຊີ (Boise) ເມືອງເອກ
ລັດໄອດາໂຮ (Idaho.) ດຣ. ພາລິນາ ໄດ້ຊອກຫາຊ່ອງທາງເພື່ອຕອບບຸນແທນຄຸນແກ່
ສັງຄົມທີ່ໄດ້ໃຫ້ການຕ້ອນຮັບ ຄອບຄົວຂອງຍານາງ ອັນເປັນຄວາມຝັນມາແຕ່ນ້ອຍ ໃນ
ການຮ່ວມມື ທີ່ມີຄວາມໝາຍ ແລະສະຫຼອງໃນຄວາມຫຼາກຫຼາຍຂອງພວກເຮົາ. ເພາະ
ສະນັ້ນ ດຣ. ພາລິນາ ໄດ້ມີວິໄສທັດ ໃນການວາງແຜນກໍ່ “ສ້າງຫໍພິພິດທະນາຜູ້ພັດພາກ
ບ້ານເກີດເມືອງນອນຈາກທົ່ວໂລກ” ທີ່ຈະຕ້ອງໃຊ້ງົບປະະມານຫຼາຍລ້ານໂດລາ ເພື່ອ
ເປັນການຕອບແທນອັນອົບອຸ່ນຕໍ່ປະຊາຄົມຢູ່ໃນຂົງເຂດນີ້.

ດຣ. ພາລິນາ ແມ່ນສະຕີອາເມຣິກັນເຊື້ອສາຍລາວ ທີ່ສະຫຼຽວສະຫຼາດ ເລີ້ມການສຶກສາ
ຢູ່ໃນສະຫະລັດ ແຕ່ອາຍຸ 2 ປີ ສາມາດປາກພາສາລາວດ້ວຍສຳ ນຽງປາກເຊ. ພາລີນາ
ໄດ້ຮຽນຂ້າມຊັ້ນປະຖົມນຶ່ງຫ້ອງ ມັດທະຍົມຊັ້ນຕົ້ນນຶ່ງ ຫ້ອງ ແລະຈົບມັດທະຍົມກ່ອນກຳ
ໜົດ ເວລາອາຍຸ 15 ປີ. ພາລິນາ ສຳເລັດ ປະລິນຍາຕີຝ່າຍວິທະຍາສາດແລະປະລິນຍາ
ໂທຝ່າຍວິທະຍາສຸຂະພາບຈາກ ມະຫາວິທະຍາໄລບອຍຊີ ແລະສຳເລັດປະລິນຍາເອກ
ຝ່າຍຍຸດທະສາດການ ເປັນຜູ້ນຳ (Strategic Leadership) ຈາກສະຖາບັນທຸລະກິດ
ແລະການເປັນຜູ້ນຳທີ່ເມືອງ Virginia Beach ລັດເວີຈີເນຍຂອງມະຫາວິທະຍາໄລ
ປັດຈຸບັນນີ້ ດຣ. ພາລິນາ ເປັນອາຈານສອນຢູ່ມະຫາວິທະຍາໄລບອຍຊີ ລັດໄອດາໂຮ
ທີ່ຕັ້ງຢູ່ໃນເຂດພາກຕາເວັນຕົກສຽງເໜືອທີ່ຕິດກັບມະຫາສະໝຸດປາຊີຟິກ ຂອງສະຫະ
ລັດ. ດຣ. ພາລິນາ ໄດ້ກ່າວເຖິງແນວຄິດເບື້ອງຕົ້ນວ່າ ເປັນຫຍັງຈຶ່ງຢາກໃຫ້ມີຫໍພິພິດ
ທະພັນຜູ້ພັດພາກບ້ານເກີດເມືອງນອນຈາກທົ່ວໂລກສູ່ວີໂອເອ ຟັງດັ່ງນີ້:

ດຣ. ພາລິນາ ກຳລັງສອນບັນດານັກສຶກສາ ທີມະຫາວິທະຍາໄລບອຍຊີ
ດຣ. ພາລິນາ ກຳລັງສອນບັນດານັກສຶກສາ ທີມະຫາວິທະຍາໄລບອຍຊີ

ລິງໂດຍກົງ

ດຣ. ພາລິນາ ກ່າວເຖິງການສອນກ່ຽວກັບວັດທະນະທຳ ແລະການຮັກສາສຸຂະພາບສູ່
ຟັງດັ່ງນີ້.

ລິງໂດຍກົງ

ລັດໄອດາໂຮ ຕັ້ງຢູ່ທາງພາກຕາວັນຕົກສຽງເໜືອຂອງສະຫະລັດ ເປັນລັດກະສິກຳປູກ
ມັນຝຣັ່ງທີ່ມີຊື່ສຽງໃນສະຫະລັດ. ຢູ່ລັດນີ້ມີປະຊາກອນອາເມຣິກັນເຊື້ອສາຍລາວທັງໝົດ
ພຽງແຕ່ 400 ຄົນ ຊຶ່ງຖືວ່າມີຈຳນວນບໍ່ຫຼາຍຖ້າປຽບທຽບໃສ່ ກັບລັດອື່ນໆຊຶ່ງ ດຣ. ພາລີ
ນາ ກ່າວສູ່ຟັງວ່າ:

ດຣ ພາລິນາ ພ້ອມດ້ວຍແມ່ ແລະເພື່ອນຝູງ
ດຣ ພາລິນາ ພ້ອມດ້ວຍແມ່ ແລະເພື່ອນຝູງ

ລິງໂດຍກົງ

ສະຫະລັດອາເມຣິກາ ເປັນປະເທດທີ່ເປີດໂອກາດການສຶກສາ ແລະເວທີຂອງ ຄວາມສາ
ມາດໃຫ້ແກ່ທຸກໆຄົນ ໂດຍບໍ່ມີການຈຳແນກໃນດ້ານເຊື້ອຊາດ ຜິວພັນ ແລະຄວາມເຊື່ອຖື.
ຄອບຄົວ ດຣ. ພາລິນາ ມາຈາກບ້ານນາໄຮ ເມືອງປາກເຊ ແລະແມ່ນແມ່ຄົນດຽວ ເປັນຜູ້
ລ້ຽງລູກທັງສອງຈົນສຳເລັດປະລິນຍາເອກ. ດຣ. ພາລີນາ ໄດ້ກ່າວສະຫລຸບເຖິງການສຶກ
ສາລາວຂອງສູ່ ວີໂອເອ ຟັງດັ່ງນີ້:

ພາລິນາ ດຣ. ໃນອະນາຄົດ ພ້ອມດ້ວຍແມ່ ແລະອ້າຍ
ພາລິນາ ດຣ. ໃນອະນາຄົດ ພ້ອມດ້ວຍແມ່ ແລະອ້າຍ

ລິງໂດຍກົງ

ຫໍພິພິດທະພັນ ຜູ້ພັດພາກບ້ານເກີດເມືອງນອນ ຈາກທົ່ວໂລກ ທີ່ເມືອງບອຍຊີ ລັດໄອດາ
ໂຮ ກຳລັງຢູ່ໃນຂັ້ນວາງແຜນກໍ່ສ້າງ ໂດຍມີການປະສານງານຮ່ວມມື ຈາກບັນດານັກວິຊາ
ການຕ່າງໆໂດຍການນຳພາຂອງ ດຣ. ພາລີນາ ຫຼວງເກດ. ໂຄງການນີ້ ມີກຳໜົດຈະສຳ
ເລັດລົງໃນປີ 2022 ຈະມາເຖິງນີ້

XS
SM
MD
LG