ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ທ່ານນາງ ດຣ. Ng Shui-Meng ພັນລະຍາ ທ່ານສົມບັດ ສົມພອນ ຢ້ຽມຢາມ ສະຫະລັດ


ທ່ານນາງ ດຣ Ng Shui Meng ພັນລະຍາ ທ່ານສົມບັດ ສົມພອນ ຜູ້ທີ່ຫາຍສາບສູນຢູ່ ໃນ ສປປ ລາວ ໃນປີ 2012
ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ແລ້ວ​ນີ້ ທີ 29 ເມສາ ຢູ່​ທີ່ ສູນ​ກາງ​ສຶກ
ສາ ຍຸດທະ​ສາດແລະນາໆ​ຊາດ ຫລື Center for Strategic
and International Studies ທີ່​ນະຄອນຫລວງ ວໍ​ຊິງ​ຕັນ
ດີ​.ຊີ ​ໄດ້​ມີ​ການໂຮມ​ຊຸມ​ນຸມຟັງ​ລາຍ​ງານ ກ່ຽວ​ກັບສະພາບການ
ທີ່​ບໍ່​ມີ​ຄວາມ​ຄືບໜ້າ ໃນການ​ຫາຍ​ສາບ​ສູນ​ ຂອງ​ທ່ານສົມບັດ​
ສົມ​ພອນ ນັກ​ພັດທະນາ​ສັງ​ຄົມ ອະດີດຫົວໜ້າອົງການ
PADETC ໃນ ສປປ ລາວ.

ທ່ານ​ນາງ Shui Meng ພັນ​ລະ​ຍາ​ ທ່ານ​ສົ​ມບັດ​ ສົມ​ພອນ
​ໄດ້​ເດີນທາງ​ມາສະຫະລັດ ​ເພື່ອ​ລາຍ​ງານ​ ​ແລະ​ຊອກ​ຫາ
​ການ​ຊ່ວ​ຍ​ເຫລືອ​ແກ່ ​ທ່າ​ນສົມບັດ​ ສົມ​ພອນ ທີ່​ໄດ້ຫາຍ
​ສາບ​ສູນ​ໄປ​ໃນ ສປປ ລາວ ໃນ​ວັນ​ທີ 15 ທັນ​ວາ ປີ 2012.

ຊ້ອງ​ໜ້າ​ບັນດາເຈົ້າ​ໜ້າ​ທີ່ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ແຂກ​ຜູ້​ມີ​ກຽດ ແລະ​
ບັນດາ​ນັກ​ຂ່າວ ທ່ານ​ນາງ Shui Meng ​ໄດ້​ລາຍ​ງານ​ກ່ຽວ​ກັບ ສະພາບ​ການ ສາມີ
ຂອງ​ທ່ານນາງ ວ່າ​ຍັງ​ບໍ່​ມີ​ຫຍັງ​ຄືບ​ໜ້າ ​ແລະ​ກໍ​ບໍ່​ຮູ້​ວ່າ ທ່ານສົມບັດ ສົມ​ພອນ​ ນັ້ນ​ຢູ່​ໃສ
​ແລະຍັງ​ມີ​ຊີວິດ​ຢູ່ ຫລື​ບໍ່. ຍ້ອນ​ສະພາບ​ການ​ທີ່​ຍັງ ​ຄ້າງ​ຄາ ດັ່ງກ່າວ​ນີ້ ທ່ານ​ນາງ Shui
Meng ຈຶ່ງບໍ່​ໄດ້​ລົດ​ລະ​ໃນ​ຄວາມ​ພະຍາຍາມຊອກ ຫາຄຳ​ຕອບ ​ເພື່ອ​ຢາກ​ໄດ້ສາມີ
ກັບ​ຄືນ​ມາ. ທ່ານ​ນາງ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ເຖິງ​ຈຸດປະສົງຂອງ​ການ​ມາ ສະຫະລັດ ວ່າ :

“ຈຸດປະສົງ​ກໍ​ຊອກ​ຫາ​ສົມບັດ​ ​ເວລາ​ຢູ່​ວຽງ​ຈັນ ກໍ​ພະຍາຍາມ​ສຸດ​ຂີດ ກໍ​ຮ້ອງ​ຂໍ​ລັດຖະ
ບານ ​ແລະ​ຂັ້ນ​ເທິ່ງ ສົ່ງ​ຂ່າວແນ່ ສົມບັດ ຢູ່​ໃສ ສົມບັດ​ຫາຍ​ຕົວ​ແລ້ວ ມື້​ນີ້​ຄົບຮອບ ຫ້າ​
ຣ້ອຍວັນ ຮອດ​ປັດ​ຈຸ​ບັນ​ ບໍ່​ມີ​ຂ່າວຫຍັງ​ເລີຍ ບໍ່​ຮູ້​ເພິ່ນ​ຢູ່​ໃສ ບໍ່​ຮູ້​ເພິ່ນ​ຍັງ ຫລື​ວ່າ ບໍ່​ຍັງ
ສິ່ງທີ່ ຂ້າພະ​ເຈົ້າ​ຢາກ​ໄດ້ ຢາກ​ໄດ້​ຂ່າວ ​ເພີ່ນ​ຢູ​ໃສ​ແນ່ ​ເພີ່ນ​ຍັງ​ຢູ່​ບໍ່ ກະ​ທໍ່​ນັ້ນ ມາ​ຫາ
​ສະຫະລັດ​ນີ້ ກະ​ຢາກ​ໃຫ້​ຜູ້​ທີ່​ວ່າ ຢູ່​ສະຫະລັດ​ນີ້ ​ເຂົ້າ​ໃຈ​ກໍລະນີ​ຂອງ ສົມບັດ ຫາຍ​
ຕົວ ຮ້ອງ​ຂໍລັດຖະບານ ສະຫະລັດ ຖ້າ​ເຮັດ​ຊ່ວຍ​ໄດ້ກະ​ຊ່ວຍ ກະ​ຢາກ​ໃຫ້​ລາວ​
ຊອກ​ຫາ​ສົມບັດ ​ໃຫ້​ເພີ່ນ​ກັບ​ຄືນ​ສູ່​ຄອບຄົວ​ດ້ວຍຄວາມປອດ​ໄພ.”


ບັນດານັກຂ່າວ ທີ່ເຂົ້າຮ່ວມຟັງລາຍງານ
ບັນດານັກຂ່າວ ທີ່ເຂົ້າຮ່ວມຟັງລາຍງານ

ກ່ອນ​ໜ້າ ທ່ານ​ນາງ Shui Meng ​ໄດ້​ເດີນທາງ​ມາ​ເຖິງ
ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີທ່ານ​ນາງ ​ໄດ້​ຢຸດ​ແວ ທີ່
ນະຄອນ​ພ​ອດ​ແລນ ລັດ ອໍຣິກັນ ​ແລະໄດ້​ກ່າວ​ລາຍ​
ງານ​ກ່ຽວ​ກັບ ທ່ານ​ສົມບັດ ສົມ​ພອນ ​ໃຫ້​ແກ່​ບັນດາ​ພີ່
ນ້ອງ​ຊາ​ວລາວ-ອາ​ເມຣິກັນ ​ແລະຊາວ​ຕ່າງປະ​ເທດ​
ໄດ້​ຟັງ​ຢູ່່​ທີ່​ນັ້ນ. ທ່ານ​ນາງ Shui Meng ​ໄດ້​ໃຊ້​ຊີວິດ​
ກັບ ທ່ານ​ສົມບັດ​ ສົມ​ພອນຢູ່​ໃນ ສປປ ລາວ ​ເປັນ​ເວ
ລາ​ກວ່າ 30 ປີ​ທີ່​ຜ່ານ​ມາ ທ່ານ​ນາງ ​ໄດ້​ເ​ລົ່າ​ຊີວິດ​
ການ​ເປັນ​ຢູ່​ສູ່ຟັງຕື່ມ​ອີກ​ວ່່າ​ :

“ຂ້ອຍ ຢູ່​ລາວ 30 ປາຍ​ປີ ຄອບຄົວ​ຢູ່​ລາວກະດີ​ທີ່​ສຸດ ​ເລື່ອງ​ຮັບ​ຕ້ອນ ​ເລື່ອງ​ອັນ​ໃດ​
ຂ້ອຍ​ເປັນ​ຄົນ​ສິງກະ​ໂປ​ ສົມ​ທຽບ​ກັບ​ຄົນ ສິງກະ​ໂປ ຄົນ​ລາວ​ເປັນ​ຄົນ​ທີ່​ວ່າ ​ໃຈກວ້າງ​
ໃຈ​ໃຫຍ່ທີ່​ສຸດ ​ແລະ​ວັດທະນາ​ທຳ​ກໍ​ດີ ຄວາມ​ຮັກ​ແພງ​ກັນກໍ​ດີ ອັນ​ນີ້ ຂ້າພະ​ເຈົ້າ ພູມ​
ໃຈ​ທີ່​ສຸດທີ່​ວ່າ​ດຳລົງ​ຊີວິດ​ຢູ່​ລາວ ຜ່ານ​ມາ 30 ປາຍ​ປີ. ຂ້ອຍ​ຕ້ອງ​ຢູ່​ເມືອງ​ລາວ ຖ້າ​
ຟັງ​ຂ່າວ ​ແລະ​ຊອກ​ຫາ​ສົມບັດ ມື້​ໃດ​ສົມບັດ ບໍ່ກັບ​ບ້ານ ຂ້ອຍ​ກະ​ຢູ່​ລາວ ຂ້​ອຍກະ​
ຢາກ​ຢູ່​ລາວ ຖ້າສົມບັດ​ກັບ​ມາ ຂ້ອຍ​ເປັນ​ເມຍ ຜູ້ເປັນ​ເມຍກະ​ຢາກ​ໃຫ້​ຜົວ​ໂຕເອງ
ຍັງ​ຄົງ​ຊີວິດ​ຕະຫລອດ​ໄປ ອັນ​ນີ້​ແມ່ນ​ໜ້າ​ທີ່​ຂອງ​ເມຍ.

ຮອດປັດ​ຈຸ​ບັນ​ຄອບຄົວ​ລາວ​ ອ້າຍ​ນ້ອງ​ເພີ່ນ​ກໍຫລາຍ ​ແລະຫລານ​ນ້ອຍກະ​ຫລາຍ
​ແຕ່​ກ່ອນ​ສົມບັດ​ຢູ່ ພວກ​ອ້າຍ​ພວກ​ນ້ອງ​ກໍ​ອາ​ໃສ​ເພີ່ນ ປັດຈຸບັນ​ຂ້ອຍ​ຍັງ​ມີ​ ຫລານ​
ສາວ​ສອງ​ຄົນຢູ່​ນຳ​ຄອບຄົວສົ່ງ​ຂະ​ເຈົ້າ​ໄປ​ຮຽນ ຮັບຜິດ​ຊອບ​ຊີວິດ​ການ​ເປັນ​ຢູ່
ຂອງ​ຫລານ​ສາວ​ສອງ​ຄົນ​ນີ້ ຫລັງ​ຈາກ​ເພີ່ນ​ຫາຍ​ໂຕ​ແລ້ວ ຂ້າພະ​ເຈົ້າ​ຍັງ​ສືບ​ຕໍ່
ສືບ​ຕໍ່​ຄື​ເກົ່າ​ ຊ່ວຍ​ທຸກ​ຄົນ​ຢູ່​ໃນ​ຄອບຄົວຮັກ​ແພງ​ກັນ ຈັ່ງ​ຊັ້ນ​ຂ​ະ​ເຈົ້າ​ວ່າອັນໃດ​ກໍ​
ຕາມ ສົມບັດ​ຢູ່ ຫລື​ບໍ່​ຢູ່ ເປັນຜູ້​ນຶ່ງ​ທີ່ຢູ່​ລາວ 30 ກວ່າ​ປີ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ບໍ່​ຢາກ​
ໜີ ບໍ່​ຢາກໄປ​ໃສ​ ລາວ ​ເປັນ​ບ້ານ​ຂອງ ຂ້າພະ​ເຈົ້າ ນອກຈາກ​ລາວ ຂ້ອຍ​ກໍ​ບໍ່​
ຈັກ​ຊິໄປ​ໃສ ຂ້າພະ​ເຈົ້າ​ກັບໄປ ສິງກະໂປກະ​ໄດ້ ​ແຕ່​ວ່າ​ມັນ​ບໍ່​ຄື​ຢູ່​ລາວ.

ຖ້າວ່າ​ສົມບັດ​ໄດ້​ກັບ​ມາ​ແລ້ວ ຂ້າ​ພະ​ເຈົ້າ​ເປັນ​ຫ່ວງນຳ ສຸກຂະພາບ​ຂອງ​ເພີ່ນ ​
ເພີ່ນ​ກະ​ເຖົ້າ​ແລ້ວ​ແກ່​ແລ້ວ ອິກອັນ​ນຶ່ງ​ເພີ່ນ​ກະ​ມີ​ພະຍາດ ຈຳ​ເປັນ​ຂ້າພະ​
ເຈົ້າ ​ກໍ​ຕ້ອງ​ສົ່ງ​ເພີ່ນ​ໄປ ​ກວດ​ສຸຂະ​ພາບ ບຳລຸງ​ສຸຂະພາບກ່ອນ ຖ້າ​ເປັນ​ໄປ​ໄດ້​
ເຮົາ​ກະ​ຢາກ​ເມື່ອ​ລາວ ຖ້າວ່າ​ບໍ່​ມີ​ເງື່ອນ​ໄຂ ທີ່​ເມື່ອ​ເມືອງ​ລາວ ຈຳ​ເປັນ​ເຮົາ​ກະ​
ຕ້ອງ​ຊອກ​ບ່ອນຢູ່ ຢູ່​ສິງກະ​ໂປ​ກໍ​ໄດ້ ຢູ່​ໃສ​ກໍ​ໄດ້ ຢາກ​ໄດ້​ແຕ່ ສົມບັດ ກັບ​ມາ.”


ດຣ Ng Shui Meng ອະດີດ ຜູ້​ຕາງໜ້າອົງການກອງທຶນເດັກຫຼື UNICEF ປະ
ຈຳປະເທດ Timor ຕາເວັນອອກ ​ແລະ​ເປັນ​ພັນ​ລະ​ຍາ​ຂອງຜູ້ນຳ​ກຸ່​ມສັງຄົມ ພົນ
ລະ​ເຮືອນ ທ່ານ ສົມບັດ ສົມ​ພອນ ຜູ້ທີ່​ໄດ້​ຫາຍສາບສູນໄປ​ຢູ່​ໃນ ສປປ ລາວ​.​
ດຣ Shui Mengໄດ້ມາຢູ່​ເມືອງລາວກັບ ທ່ານສົມ​ບັດ ສົມ​ພອນ ມາແຕ່​ປີ 1986
​ແລະ​ ມີ​ປະສົບ​ການ​ອັນ​ຍາວ​ນານ ພົວພັນ​ກັບເລື່ອງການ​ຊ່ວຍ​ເຫລືອ ​ແລະ ພັດ
ທະນາ.

ທ່າ​ນນາງ ເຄີຍໄດ້​ເຮັດວຽກ​ໃຫ້​ແກ່ອົງການ​ UNICEF ຢູ່​ໃນລາວ ​ແລະ ຈີນ ນັບແຕ່​
ປີ 1986ເປັນຕົ້ນມາ ຈົນໄດ້​ເປັນ​ຜູ້​ຕາງໜ້າຢູ່​ປະ​ເທດ Timor ຕາເວັນອອກ ຈາກ​ປີ
2004 ຫາ 2008​.

ກ່ອນ​ມາ​ເຮັດ​ວຽກ​ກັບອົງການ​ທຶນ​ເດັກນ້ອຍ ດຣ. Shui Meng ​ໄດ້​ເປັນ​ນັກ​ຄົ້ນຄວ້າ​
ອະ​ວຸໂສ​ຄົນ​ນຶ່ງ ທີ່ ສະ​ຖາ​ບັນ​ການ​ສຶກສາ ​ອາຊີ​ອາຄະ​ເນ ​ໃນ​ປະ​ເທດ ສິງກະ​ໂປ ຈາກ​
ປີ 1976 ຫາ 1986. ດຣ Shui Meng ຍັງຈະດຳລົງ​ຊີວິດ ຢູ່​ໃນເມືອງລາວອີກ​ຕໍ່​ໄປ​
ຈົນ​ກວ່າ​ຈະ​ໄດ້​ສາມີ​ຂອງ ທ່ານ​ນາງ​ກັບ​ຄືນ​ມາ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG