ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພີ່ນ້ອງທີ່ຢູ່ໃກ້ກັບ ດຣ. ກາບແກ້ວ ຫຼາຍຄົນ ໃນປາຣີ ບໍ່ໄປຫາຄອບຄົວເພິ່ນໄດ້ ຕອນເພິ່ນເສຍຊີວິດໄປ ຍ້ອນລະບຽບ ປິດເມືອງ ເຄັ່ງຄັດ


ມື້ລາງ ດຣ. ກາບແກ້ວ (ຢືນຢູ່ເຄິ່ງກາງ) ເປັນປະທານຈັດງານພົບປະສັງສັນ ຂອງສະມາຊິກ ແລະເພື່ອນຝູງ ສະມາຄົມແພດສາດຄັ້ງທີ່ 4 ທີ່ນະຄອນຫລວງປາຣີ, ວັນທີ 27 ກັນຍາ 2019
ມື້ລາງ ດຣ. ກາບແກ້ວ (ຢືນຢູ່ເຄິ່ງກາງ) ເປັນປະທານຈັດງານພົບປະສັງສັນ ຂອງສະມາຊິກ ແລະເພື່ອນຝູງ ສະມາຄົມແພດສາດຄັ້ງທີ່ 4 ທີ່ນະຄອນຫລວງປາຣີ, ວັນທີ 27 ກັນຍາ 2019

ຢູ່ໃນປະເທດຝຣັ່ງບ່ອນທີ່ມີການປິດເມືອງແລະປະເທດເພື່ອຫລຸດຜ່ອນການແຜ່ລະບາດ
ຂອງໄວຣັສໂຄໂຣນານັ້ນ ມີການປະຕິບັດລະບຽບການຢ່າງເຄັ່ງຄັດ ແມ່ນແຕ່ສະພາບ
ການເປັນການຕາຍ ພີ່ນ້ອງທີ່ຢູ່ໃກ້ກັນກໍບໍ່ສາມາດອອກເຮືອນ ໄປຫາກັນໄດ້. ດັ່ງການ
ໃຫ້ສໍາພາດຂອງທ່ານ ອັງເດຣ ອາໄພ, ຄົນລາວ ສັນຊາດຝຣັ່ງ ທີ່ຢູ່ຫ່າງຈາກໃຈກາງ
ນະຄອນຫລວງປາຣີ ປະມານ 30 ກິໂລແມັດ ແລະຢູ່ໃກ້ກັບເຮືອນ ທ່ານໝໍ ກາບແກ້ວ
ສຸວັນລາສີ ແຕ່ກໍໄດ້ລັກໄປດູແລເບິ່ງ ແຍງຜູ້ເປັນອ້າຍເຂີຍໃນບໍ່ເທົ່າໃດ ກ່ອນເພິ່ນຈະ
ເສຍຊີວິດໄປໃນວັນສຸກຜ່ານມາ ຍ້ອນພະຍາດໂຄວິດ-19 ນັ້ນ ວ່າ:

ພ້ອມກັນນັ້ນ ເອື້ອຍນ້ອງ ແລະຍາດພີ່ນ້ອງຜູ້ໃກ້ຊິດຂອງມື້ລາງດຣ. ກາບແກ້ວ ຜູ້ທີ່ອາໄສຢູ່ໄກ ບໍ່ເທົ່າໃດ ກິໂລແມັດ ຈາກເຮືອນຂອງເພິ່ນ ກໍຍັງບໍ່ສາມາດໄປ ຢ້ຽມຢາມ ແລະຮ່ວມພິທີສົ່ງສະການຂອງທ່ານໝໍເຊື້ອສາຍລາວຜູ້ສໍາຄັນທີ່ເສຍ ຊີວິດໄປ ທ້າມກາງສະພາບການປະຕິດບັດລະບຽບການປິດບ້ານປິດເມືອງຢ່າງ ເຄັ່ງຄັດນີ້ໄດ້ ດັ່ງຍາປ້າມະໄລ ສຸວັນລາສີ, ເອື້ອຍຂອງ ມື້ລາງ ດຣ. ກາບແກ້ວ ເລົ່າສູຟັງວ່າ:


ດຣ. ກາບແກ້ວ ໄດ້ຍົກຍ້າຍເຂົ້າໄປຢູ່ປະເທດຝຣັ່ງ ຕັ້ງແຕ່ປີ 1975. ທ່ານ ເສຍຊີວິດໄປລວມອາຍຸໄດ້ 65 ປີ.

XS
SM
MD
LG