ທ່ານນາງດຣ. Jill Biden ພັນລະຍາ ຂອງຮອງປະທານາທິບໍດີ
ສະຫະລັດທ່ານ Joe Biden ໄດ້ຢຸດແວ່ທີ່ນະຄອນຫຼວງພະບາງ
ກ່ອນຈະອອກເດີນທາງ ໄປຍັງປະເທດຍີ່ປຸ່ນ ເຊິ່ງເປັນບ່ອນຢຸດ
ແວ່ແຫ່ງສຸດທ້າຍ ໃນການຢ້ຽມຢາມ ສີ່ປະເທດ ໃນເຂດເອເຊຍ
ຂອງທ່ານນາງ. ທ່ານນາງ ດຣ. Jill Biden ໃນລະຫວ່າງການ
ຢ້ຽມຢາມນັ້ນ ທ່ານນາງໄດ້ພົວພັນກັບລັດຖະບານ ແລະກຸ່ມສັງ
ຄົມພົນລະເຮືອນ ທີ່ເປັນຄູ່ຮ່ວມງານກ່ຽວກັບບັນຫາຕ່າງໆໃນການມອບໝາຍອຳນາດທາງ ດ້ານເສດຖະກິດ ແລະ ໂອກາດໃນດ້ານການສຶກສາຕ່າງໆ ໃຫ້ແກ່ບັນດາແມ່ຍິງ ແລະເດັກ
ຍິງ.
ຮ່ວມເດີນທາງໄປກັບທ່ານນາງ ດຣ. Jill Biden ໃນຄັ້ງນີ້ ກໍມີທ່ານນາງ Catherine Russell ເອກອັກຄະລັດຖະທູດສະຫະລັດ ຮັບຜິດຊອບກ່ຽວກັບເລື້ອງແມ່ຍິງໃນທົ່ວໂລກ ທ່ານ Scot Marciel ຮອງລັດຖະມົນຕີຊ່ວຍວ່າການໃຫຍ່ ຂອງກະຊວງຕ່າງປະເທດ ຫ້ອງການກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊິຟິກ ແລະ ທ່ານນາງ Christie Vilsack ທີ່ປຶກສາຂັ້ນສູງດ້ານການສຶກສານາໆຊາດ ຂອງອົງການ USAID.
ເວລາໄປຮອດນະຄອນຫຼວງພະບາງໃນຕອນບ່າຍວັນພຸດວານນີ້, ທ່ານ ນາງ Dr. Jill Biden ກໍໄດ້ໄປຢ້ຽມຢາມວັດຊຽງທອງເຊິ່ງໄດ້ຮັບການ ບູລະນະປົວແປງເມື່ອບໍ່ດົນມານີ້ ຈາກການຊ່ວຍເຫຼືອຂອງລັດຖະບານສະຫະລັດ. ການຢ້ຽມຢາມໃນຄັ້ງນີ້ເຮັດໜ້າທີ່ດັ່ງກັບສັນຍາລັກຂອງຄຳ ໝັ້ນສັນຍາຂອງ ສະຫະລັດ ທີ່ຈະປົກປັກຮັກສາ ມໍລະດົກທາງດ້ານວັດ ທະນະທຳຂອງ ລາວ.
ຫຼັງຈາກນັ້ນ, ທ່ານນາງ Dr. Jill Biden ກໍເຂົ້າຮ່ວມໃນການບັນຍາຍສັ້ນຂອງໂຄງການອາຫານໂລກ ເຊິ່ງທ່ານນາງໄດ້ຮັບຟັງກ່ຽວກັບຄວາມພະຍາຍາມທີ່ຈະພັດທະນາສະພາບເສດຖະກິດໃນລາວ, ໂດຍສະເພາະ ສຳລັບບັນດາແມ່ຍິງ ແລະ ເດັກຍິງ. ແລ້ວທ່ານນາງ Dr. Jill Biden ກໍໄປຢ້ຽມຢາມ ຫໍສະໝຸດເຮືອປຶ້ມ ຫຼື Book Boat ຢູ່ແມ່ນ້ຳຂອງ ເຊິ່ງ ສະໜັບສະໜູນໂອກາດໃນການສຶກສາໂດຍນຳສົ່ງສິ່ງຂອງການສຶກສາສູ່ໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກ.
ຫຼັງຈາກນັ້ນທ່ານນາງ Dr. Jill Biden ກໍເດີນທາງອອກຈາກນະຄອນ ຫຼວງພະບາງ ໄປສູ່ເກາະໂອກິນາວາ ໃນ ປະເທດ ຍີ່ປຸ່ນ.
ໃນວັນພະຫັດມື້ນີ້, ທ່ານນາງ Dr. Jill Biden ຈະກ່າວຄຳປາໄສໃນການຮັບປະທານຊີ້ນດາດ ສຳລັບບັນດາຄອບຄົວຂອງທະຫານອາເມຣິ ກັນທີ່ຖານທັບອາກາດ ຄາເດນະ ເຊິ່ງ ເປັນສ່ວນໜຶ່ງ ຂອງການລິເລີ່ມເຂົ້າ ຮ່ວມກອງກຳລັງຂອງທ່ານນາງ. ການຢ້ຽມຢາມນີ້ຈະເປັນໂອກາດທີ່ຈະເນັ້ນຈຸດສຳຄັນກ່ຽວກັບຄວາມພະຍາຍາມທີ່ກຳລັງດຳເນີນຢູ່ຂອງລັດຖະບານ ເພື່ອສະໜັບສະໜູນບັນດາສະມາຊິກທະຫານ, ທະຫານຜ່ານເສິກ ແລະ ຄອບຄົວຂອງພວກເຂົາ.
(ລາຍງານທັງສອງນີ້ ແມ່ນໄດ້ຮັບອະນຸຍາດ ຈາກ ໂທລະພາບແຫ່ງຊາດ)